Ad

Ad

2 March 2017

ນາຍົກເນັ້ນຕ້ອງເລັ່ງແກ້ໄຂປະກົດການບໍ່ດີຕ່າງໆໃນສັງຄົມໃຫ້ໝົດໄປ

  ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງແຕ່ລະຂະແໜງການດ້ວຍຄວາມຮັບພິຊອບສູງ, ໂດຍສະເພາະສືບຕໍ່ເອົາໃຈໃສ່ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເປັນຕົ້ນ: ຕິດຕາມ ແລະ ສະກັດກັ້ນບັນດາໜໍ່ແໜງທີ່ເປັນຄວາມສ່ຽງ ແລະ ຫຼໍ່ແຫຼມກໍ່ໃຫ້ເກີດປະກົດການທີ່ບໍ່ດີໃນສັງຄົມ ເຊັ່ນ: ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ບັນຫາຢາເສບຕິດ, ການສວຍໃຊ້ສື່ສັງຄົມອອນລາຍເພື່ອປັ່ນປ່ວນສັງຄົມ, ທັບຖົມໂຈມຕີ ແລະ ແບ່ງແຍກຄວາມສາມັກຄີລະຫວ່າງພັກ, ລັດຖະບານ ແລະ ປະຊາ ຊົນລັດຖະບານ, ລວມເຖິງ ບັນຫາອື່ນໆທີ່ກົດໜວ່ງທ່ວງດຶງ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການພັດທະນາຂອງປະເທດເຮົາ, ເລັ່ງສຸມໃສ່ແກ້ໄຂສະພາບ
ເສດຖະກິດໃຫ້ກັບຄືນສູ່ປົກກະຕິໂດຍໄວ, ໃນນັ້ນບັນຫາສຳຄັນແມ່ນການປັບປຸງກົນໄກ, ວິທີການ ແລະ ປະສິດທິຜົນໃນການເກັບລາຍຮັບງົບປະ ມານ ແລະ ການຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ, ໄປຄຽງຄູ່ການປັບປຸງ ແລະ ຊຸກຍູ້ການຜະລິດທຸລະກິດ, ການຜະລິດເປັນສິນຄ້າ, ການສົ່ງເສີມການລົງທຶນ ແລະ ການຈັດຕັ້ງປະຕິບັດໂຄງການລົງທຶນຂະໜາດໃຫຍ່ໃຫ້ມີປະສິດທິຜົນ, ໂດຍສະເພາະຮີບຮ້ອນຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວໃຫ້ໄວ ເພື່ອປະຕິບັດກົດໝາຍວ່າດ້ວຍສົ່ງເສີມການລົງທຶນສະບັບປັບປຸງ ແລະ ກະຕຸກຊຸກຍູ້ການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ຫລາຍຂຶ້ນ. ພ້ອມດຽວກັນກໍໃຫ້ເອົາໃຈໃສ່ຕິດ ຕາມ, ອຳນວຍຄວາມສະດວກ ແລະ ແກ້ໄຂບັນຫາທີ່ເປັນຂອດອຸດຕັນ, ທ່ວງດຶງການເຄື່ອນໄຫວທຸລະກິດໃຫ້ມີປະສິດທິຜົນບົນພື້ນຖານລະບຽບກົດໝາຍ, ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ໂດຍມອບໃຫ້ຄະນະສະເພາະກິດທີ່ໄດ້ແຕ່ງຕັ້ງຕາມຂໍ້ຕົກລົງເລກທີ 40/ນຍ ສືບຕໍ່ປະຕິບັດພາລະບົດບາດຂອງຕົນ ແລະ ໃຫ້ທຸກພາກສ່ວນນັບທັງສູນກາງ ແລະ ທ້ອງຖິ່ນໃຫ້ການຮ່ວມມື ແລະ ປະຕິບັດຄຳສັ່ງດັ່ງກ່າວຢ່າງເຂັ້ມງວດ, ສືບຕໍ່ຕິດຕາມສະພາບການປ່ຽນແປງດິນຟ້າອາກາດເພື່ອແຈ້ງເຕືອນປະຊາຊົນ ແລະ ກະກຽມຮັບມືຢ່າງຮອບດ້ານ ແລະ ທັນການຕໍ່ໄພພິບັດທຳມະຊາດທີ່ອາດຈະເກີດຂຶ້ນ, ພ້ອມດຽວກັນກໍແຈ້ງເຕືອນປະຊາຊົນໃຫ້ມີສະຕິລະວັງຕໍ່ອັກຄີໄພ, ຊຶ່ງອາດຈະເກີດຂຶ້ນໃນລະດູແລ້ງ. ນອກຈາກນີ້, ເພີ່ມທະວີການປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມທີ່ມີລັກສະນະພົ້ນເດັ່ນ, ມີຜົນກະທົບຫລາຍ ຕົ້ນແມ່ນບັນຫາປາຕາຍຢູ່ແຂວງບໍ່ແກ້ວ, ການໄກ່ເກ່ຍເວນຄືນທີ່ດິນຕິດພັນກັບການກໍ່ສ້າງໂຄງການທາງລົດໄຟຢູ່ບັນດາແຂວງພາກເໜືອ, ການແກ້ໄຂບັນຫາທີ່ຢູ່ອາໃສ ແລະ ເຂດການຜະລິດຂອງປະຊາຊົນທີ່ຕິດພັນກັບໂຄງການເຂື່ອນໄຟຟ້າຢູ່ແຂວງບໍລິຄຳໄຊ ແລະ ອື່ນໆ, ສືບຕໍ່ເວົ້າລະວັງພະຍາດຂ້ເລືອດອອກ, ໄຂ້ຫວັດສັດປີກ ແລະ ປ້ອງກັນພະຍາດສັດທີ່ອາດເກີດຂຶ້ນຕາມລະດູການເປັນຕົ້ນ: ພະຍາດເຕົ້າໂຮມເລືອດງົວ-ຄວາຍ, ພະຍາດປາກເປື່ອຍລົງເລັບ, ພະຍາດທ້ອງເບັ່ງແບ້, ສືບຕໍ່ຕິດຕາມ ແລະ ໝາຍຈຸດວາງໄຂຂອງຕັກ ແຕນຢູ່ແຂວງຫຼວງພະບາງ, ຫົວພັນ, ຜົ້ງສາລີ, ອຸດົມໄຊ ແລະ ຊຽງຂວາງ ເພື່ອເປັນຂໍ້ມູນໃນການກະກຽມປາບຕັກກະແຕນອ່ອນ, ໂດຍໃຫ້ຂະແໜງການກ່ຽວຂ້ອງແຕ່ງຕັ້ງພະນັກງານວິຊາການລົງຊ່ວຍທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ, ໄດ້ຮຽກຮ້ອງມາຍັງພະນັກງານ, ສະມາຊິພັກ, ລັດຖະກອນ, ກໍາມະກອນ, ນັກຮຽນຮູ້ປັນຍາຊົນ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ, ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ລາວ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ລົງທຶນຢູ່ລາວຈົ່ງພ້ອມກັນເຊີດຊູນໍ້າໃຈເປັນເຈົ້າປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າອຸປະສັກຕ່າງໆ, ສູ້ຊົນເຂົ້າຮ່ວມຈັດຕັ້ງປະຕິບັດວຽກງານສໍາຄັນຕ່າງໆທີ່ລັດຖະບານວາງອອກໃຫ້ປະກົດຜົນເປັນຈິງເພື່ອຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນ.

  ການຊີ້ນໍາດັ່ງກ່າວມີຂື້ນໃນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກຸມພາ 2017 ທີ່ສໍາເລັດລົງເມື່ອບໍ່ດົນມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ. 

No comments:

Post a Comment