Ad

Ad

2 March 2017

ຮອງນາຍົກຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ

           ໃນໂອກາດໂອ້ລົມຕໍ່ກອງວຽກງານສາທາລະນະສຸກທົ່ວປະເທດປະຈໍາປີ 2016 ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໃນວັນທີ 28 ກຸມພານີ້, ທ່ານໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາຂະແໜງສາທາລະນະສຸກທຸກຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດຂອງສະມາຊິກພັກ, ພະນັກງານຂອງບັນດາແພດໝໍໃຫ້ມີຈັນຍາທຳ, ຈັນຍາບັນໃນການບໍລິການຮັບໃຊ້ປະຊາຊົນໃຫ້ດີ, ວ່ອງໄວ, ບໍ່ເຫັນແກ່ປະໂຫຍດ ແລະ ຕ້ອງບໍລິການດ້ວຍນ້ຳໃຈແທ້ຈິງ, ໄລຍະຜ່ານມາເຫັນວ່າໄດ້ມີສຽງວິຈາກປະຊາຊົນກໍຄືສັງຄົມບໍ່ໜ້ອຍຕໍ່ຂອດບໍລິການຂອງແພດໝໍລາວຈໍານວນໜຶ່ງທີ່ຍັງບໍ່ເອົາໃຈໃສ່ເບິ່ງແຍງກວດສຸຂະ ພາບຂອງຄົນເຈັບດີເທົ່າທີ່ຄວນ, ແພດໝໍບາງຄົນການເວົ້າຈາກັບຄົນເຈັບ ຫລື ຍາດພີ່ນ້ອງຄົນເຈັບກໍ
ບໍ່ສຸພາບອ່ອນໂຍນ, ບາງຄົນເຫັນຄົນເຈັບມີຖານະທຸກຍາກກໍບໍ່ຢາກເອົາໃຈໃສ່ເບິ່ງແຍງປິ່ນປົວ, ຊຶ່ງບັນຫານີ້ຕ້ອງໄດ້ຮີບຮ້ອນແກ້ໄຂໂດຍໄວ. ຄຽງຄູ່ກັນນີ້ຕ້ອງປະກອບສ່ວນຢ່າງຕັ້ງໜ້າໃນພາລະ ກິດລວມການແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ານວຽກງານສາທາລະນະສຸກໃຫ້ທົ່ວເຖິງລົງສູ່ເຂດຫ່າງໄກສອກຫລີກ ເພື່ອເລັ່ງແກ້ໄຂບັນດາເປົ້າໝາຍສະຫັດສະວັດດ້ານການພັດທະນາໂຕທີ່ຍັງບໍ່ທັນບັນລຸ ເປັນຕົ້ນ: ດ້ານໂພສະນາການ ແລະ ເປົ້າໝາຍພັດທະນາແບບຍືນຍົງອື່ນໆ.

No comments:

Post a Comment