ປັດຈຸບັນປະກົດວ່າຕົ້ນໄມ້ທີ່ປູກປະດັບປະດາຕາມຄູກາງທາງ
ຫລື
ຂອບທາງບາງເສັ້ນທາງໃນຕົວເມືອງແມ່ນມີສະພາບພວມຊຸດໂຊມຮ່ຽວແຫ້ງຕາຍຢືນຕົ້ນຍ້ອນຂາດການເອົາໃຈໃສ່ບົວລະບັດຮັກສາຢ່າງເໜາະສົມ.
ໃນແຕ່ລະປີ, ລັດຖະບານໄດ້ລົງທຶນຈຳນວນຫລາຍບໍ່ວ່າຈາກງົບປະມານຂອງລັດ
ຫລື ເງິນກູ້ຢືມຈາກສາກົນ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ
ເພື່ອອໍານວຍໃຫ້ແກ່ການສັນຈອນໄປມາ, ຂົນສົ່ງສີນຄ້າ
ແລະ ຜະລິດຕະພັນ ຕ່າງໆຂອງປະຊາຊົນ
ເພື່ອພັດທະນາເສດຖະກິດຂອງຄອບຄົວໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ,
ອີກດ້ານໜຶ່ງກໍສ້າງໃຫ້ຕົວເມືອງມີຄວາມສະອາດຈົບງາມ
ແລະ ໜ້າຢູ່.
ເຖິງຢ່າງໃດກໍຕາມ, ຍັງມີຖະໜົນຫລາຍສາຍ,
ຊຶ່ງພາຍຫຼັງສຳເລັດການກໍ່ສ້າງແລ້ວກໍບໍ່ໄດ້ຮັບການເອົາໃຈໃສ່ປົກປັກຮັກສາດີເທົ່າທີ່ຄວນ,
ດັ່ງເສັ້ນທາງ
450 ທີ່ສະທ້ອນໃຫ້ເຫັນເຖິງການຂາດການບົວລະບັບຮັກສາຊັບສິນຂອງລັດ,
ໂດຍສະເພາະປະປ່ອຍໃຫ້ຫຍ້າເກີດຂຶ້ນສູງຮົກເຮື້ອຕາມຄູກາງຈົນບໍ່ສາມາດແນມເຫັນລົດແລນໃນເລັນອີກເບືອງໜຶ່ງໄດ້.
ຍິ່ງໄປກ່ວານັ້ນເມື່ອບໍ່ດົນມານີ້ໄດ້ເກີດມີສະພາບໄຟໃໝ້ຫຍ້າບາງຈຸດຂອງຄູກາງທາງດັ່ງກ່າວ,
ເຮັດໃຫ້ຕົ້ນຈໍາປາທີ່ປູກຄູໃນບໍລິເວນດຽວກັນຖືກໄຟໃໝ້,
ຊຶ່ງຕົ້ນຈໍາປາດັ່ງກ່າວແມ່ນໃຊ້ງົບປະມານລັດ
ລົງທຶນຊື້ມາປູກໃສ່ເພື່ອປະດັບປະດາເອ້ຢ້ອງໃຫ້ເສັ້ນທາງດັ່ງກ່າວສວຍງາມ,
ແຕ່ຕ້ອງຖືກຮ່ຽວແຫ້ງຕາຍຢ່າງໄຮ້ຄຸນຄ່າ.
ອີກເສັ້ນທາງສາຍໜຶ່ງທີ່ພວມປະເຊີນບັນຫາລັກສະນະຄ້າຍຄືກັນນີ້ແມ່ນທາງຕັດໃໝ່ແຕ່ສາມແຍກໄຟອໍານາດໜອງບົວທອງ-ໜອງປິງ-ໜອງບຶກ,
ເຊິ່ງປັດຈຸບັນພວມມີຕຶກອາຄານ,
ສໍານັກງານຂອງພາກລັດ
ແລະ ເອກະຊົນ
ສ້າງຂຶ້ນຫລວງຫລາຍຕາມສອງຝາກທາງກໍປະກົດເຫັນວ່າຕົ້ນໄມ້ທີ່ປູກຕາມຄູກາງທາງບໍ່ໄດ້ຮັບການເອົາໃຈໃສ່ບົວລະບັດຮັກສາ
ແລະ ອາດຮ່ຽວຕາຍໃນອີກບໍ່ດົນນີ້. ນອກນີ້ຍັງມີການຈູດຫຍ້າທີ່ເກີດຂຶ້ນຕາມຄູກາງທາງ ແລະ
ມີການຖີ້ມຂີ້ເຫຍື້ອຍຊະຊາຍຕາມແຄມຖະໜົນດັ່ງກ່າວ. ສະນັ້ນຕໍ່ບັນຫານີ້,
ພາກສ່ວນກ່ຽວຂ້ອງຕ້ອງເພີ່ມທະວີຄວາມຮັບພິຊອບໃນຂອດການຄຸ້ມຄອງ,
ບົວລະບັດຮັກສາຄວາມສະອາດຈົບງາມຂອງຕົວເມືອງໃຫ້ໜ້າຢູ່ຫລາຍຂຶ້ນຕາມທິດພັດທະນາສີ
ຂຽນຍືນຍົງ.
No comments:
Post a Comment