Ad

Ad

6 March 2017

ລາວຕັ້ງເປົ້າຮອດ 2020 ຕ້ອງມີປ່າໄມ້ປົກຫຸ້ມ 70% ຫລຸດຜ່ອນອາຍພິດເຮືອນແກ້ວ

            ປັດຈຸບັນ, ຫລາຍປະເທດໃນໂລກພວມມີຄວາມເປັນຫວ່ງຕໍ່ບັນຫາອາຍພິດເຮືອນແກ້ວ, ເຊິ່ງເປັນສາເຫດຕົ້ນຕໍເຮັດໃຫ້ເກີດສະພາ ວະໂລກຮ້ອນ, ສະນັ້ນຫລາຍປະເທດຈຶ່ງສຸມໃສ່ການຟື້ນຟູ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດໃຫ້ກັບມາມີຄວາມອຸດົມສົມບູນ ແລະ ຍືນຍົງ. ສໍາລັບຢູ່ ສປປ ລາວເຮົາ, ແຕ່ໃດມາພັກ ແລະ ລັດຖະບານ ໄດ້ຖືສໍາຄັນວຽກງານການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເປັນບູລິມະສິດສໍາຄັນ, ໂດຍສະເພາະໄດ້ກໍານົດຄາດໝາຍສູ້ຊົນໃຫ້ມີເນື້ອທີ່ປົກຫຸ້ມຂອງປ່າໄມ້ຮອດປີ 2020 ກວມຫລາຍກວ່າ 70% ຂອງເນື້ອທີ່ທົ່ວປະເທດ.

          ທ່ານລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສົມມາດ ພົນເສນາ ໃຫ້ຮູ້ວ່າ: ແຕ່ນີ້ຮອດປີ 2020 ຂະແໜງການຕົນຈະສຸມໃສ່ການປົກປັກຮັກສາສະພາບແວດລ້ອມ ແລະ ຊັບພະຍາກອນທໍາມະຊາດຕາມທິດພັດທະນາທີ່ຍືນຍົງ, ໂດຍເນັ້ນໃສ່ວຽກງານຈັດສັນທີ່ດິນຢ່າງເປັນລະບົບ, ໂດຍສະເພາະຈັດແບ່ງ 8 ປະເພດທີ່ດິນຢູ່ບັນດາທ້ອງຖິ່ນ, ຕິດຕາມກວດກາຂໍ້ມູນການເຊົ່າ, ສໍາປະທານທີ່ດິນໃຫ້ຄົບຖ້ວນລວມສູນ ແລະ ເປັນເອກະພາບ, ຈັດຕັ້ງປະຕິບັດແຜນຟື້ນຟູປ່າໄມ້ທໍາມະຊາດຈາກຕົວເລກເນື້ອທີ່ປົກຫຸ້ມປະມານ 40% ໃຫ້ເພີ່ມເປັນ 70% ຂອງເນື້ອທີ່ທົ່ວປະເທດ. ພ້ອມທັງສ້າງກົນໄກການຄຸ້ມຄອງການຫລຸດຜ່ອນທາດອາຍພິດເຮືອນແກ້ວຈາກການທໍາລາຍປ່າໄມ້.

           ທ່ານລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ຄຽງຄູ່ການປົກປັກຮັກສາທໍາມະຊາດໃຫ້ຍືນຍົງນັ້ນ, ກໍແມ່ນການອານຸລັກສັດນໍ້າ-ສັດປ່າ, ໃນນັ້ນຕ້ອງໄດ້ເອົາໃຈໃສ່ສໍາຫລວດ ແລະ ຕິດຕາມກວດກາປະເມີນປະຊາກອນສັດນ້ຳ ແລະ ສັດປ່າໃນເຂດປ່າສະ ຫງວນ-ປ່າປ້ອງກັນແຫ່ງຊາດໃນທົ່ວປະເທດ ແລະ ປັບປຸງການຂຶ້ນບັນຊີຊີວະນາໆພັນທີ່ຫາຍາກ ແລະ ໃກ້ສູນພັນ, ສ້າງສວນສາທິດກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານ ເພື່ອເປັນບ່ອນສຶກສາ, ຄົ້ນຄ້ວາ, ຝຶກອົບຮົມ, ທັດສະນະສຶກສາ, ແລກປ່ຽນບົດຮຽນ ແລະ ປູກຈິດສໍານຶກໃຫ້ມວນຊົນຢ່າງກ້ວາງຂວາງ, ສ້າງຂໍ້ກໍານົດ, ກົນໄກການສ້າງຕົວເມືອງສີຂຽວ, ຄວບຄຸມມົນລະພິດທາງນໍ້າ, ອາກາດ ແລະ ຫລຸດຜ່ອນສິ່ງເສດເຫລືອຈາກສານເຄມີອັນຕະລາຍຕ່າງໆລົງເທື່ອລະກ້າວ.

1 comment:

  1. https://www.linkedin.com/pulse/soci-ai-review-app-worth-buying-azeez-quadri-segun/

    ReplyDelete