Ad

Ad

17 February 2017

ລັດຖະບານກຽມນໍາຮ່າງກົດໝາຍຫລາຍສະບັບສະເໜີຜ່ານສະພາແຫ່ງຊາດໃນເດືອນເມສານີ້

           ຕາມລາຍງານຈາກກົມປະຊາສໍາພັນສໍານັກງານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານໄດ້ກະກຽມນໍາຮ່າງກົດໝາຍຫລາຍສະບັບຄື: ຮ່າງກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ, ຮ່າງປະມວນກົດໝາຍອາຍາ, ຮ່າງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນສະບັບປັບປຸງ, ຮ່າງກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຮ່າງກົດໝາຍວ່າດ້ວຍສີລະປະການສະແດງ ເພື່ອສະເໜີຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຈະໄຂຂຶ້ນໃນເດືອນເມສາທີ່ຈະເຖິງນີ້ໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາ, ພາຍຫລັງລັດຖະບານໄດ້ເປັນ
ເອກະພາບໂດຍພື້ນຖານຕໍ່ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວໃນກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກຸມພາ 2017 ທີ່ຈັດຂຶ້ນໃນວັນທີ 15-16 ນີ້. ສໍາລັບຮ່າງປະມວນກົດໝາຍແພ່ງ ແລະ ຮ່າງກົດໝາຍວ່າດ້ວຍອົງການກາແດງລາວທີ່ໄດ້ນໍາສະເໜີຕໍ່ກອງປະຊຸມຄັ້ງນີ້, ລັດຖະບານເຫັນວ່າຮ່າງປະມວນກົດໝາຍແພ່ງແມ່ນເຫັນດີໃຫ້ນໍາສະເໜີສະພາແຫ່ງຊາດພິຈາລະນາທາບທາມໃນກອງປະຊຸມສະໄໝສາມັນເທື່ອທີ 3 ເຊັ່ນກັນ, ສ່ວນຮ່າງກົດໝາຍວ່າດ້ວຍອົງການກາແດງລາວ ທີ່ເຫັນວ່າຍັງມີຄໍາຄິດເຫັນແຕກຕ່າງກັນຈຶ່ງມອບໃຫ້ພາກສ່ວນກ່ຽວຂ້ອງນໍາໄປປັບປຸງຕື່ມແລ້ວນໍາມາສະເໜີຜ່ານກອງປະຊຸມລັດຖະບານອີກຄັ້ງໜຶ່ງ.

  ການສ້າງ ແລະ ຄົ້ນຄວ້າພິຈາລະນາບັນດາກົດໝາຍຕ່າງໆ ກໍເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ກໍານົດວ່າ: ຕ້ອງສ້າງລັດປະຊາທິປະໄຕປະຊາຊົນໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍຕາມທິດທີ່ວ່າ: ພັກນໍາພາ ແລະ ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍຢ່າງແທ້ຈິງ. 

No comments:

Post a Comment