Ad

Ad

16 February 2017

ລາວຫັນວຽກພາສີ, ສ່ວຍສາອາກອນ, ຄັງເງິນໃຫ້ລວມສູນຢູ່ກະຊວງການເງິນ

           ແຫລ່ງຂ່າວກະຊວງການເງິນໃຫ້ຮູ້ວ່າ: ລັດຖະບານ, ໄດ້ຫັນເອົາວຽກງານພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ ມາຂຶ້ນໂດຍກົງກັບກະຊວງການເງິນ, ພາຍຫລັງເຫັນວ່າຜ່ານມາການຄຸ້ມຄອງຍັງບໍ່ຮັດກຸມໃນສາມຂະແໜງການດັ່ງກ່າວ, ອັນໄດ້ກາຍເປັນຊ່ອງຫວ່າງເຮັດໃຫ້ສະພາບການເງິນງົບປະມານຮົ່ວໄຫລເສຍຫາຍເປັນຈໍານວນຫລາຍ ແລະ ໃນໂອກາດໂອ້ລົມຕໍ່ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດການຫັນວຽກງານພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດມາຂຶ້ນກັບກະຊວງການເງິນທີ່ຈັດຂຶ້ນຢູ່ແຂວງຫລວງພະບາງເມື່ອບໍ່ດົນມານີ້ຂອງທ່ານຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການເງິນ ສົມດີ ດວງດີ ກໍໄດ້ຍົກ
ໃຫ້ເຫັນເຖິງຄວາມຈໍາເປັນທີ່ລັດຖະ ບານຕ້ອງໄດ້ຫັນເອົາຂະແໜງການດັ່ງກ່າວມາຂຶ້ນໂດຍກົງກັບກະຊວງການເງິນ ກໍເພື່ອຮັບປະກັນໃຫ້ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານລັດລວມສູນເປັນເອກະພາບ ກໍຄືຮັບປະກັນການຄຸ້ມຄອງລາຍຈ່າຍໃນຂອບເຂດທົ່ວປະເທດໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

             ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ໄດ້ເປີດເຜີຍວ່າ: ລັດຖະບານ, ໄດ້ຊີ້ນໍາໃຫ້ກະ ຊວງການເງິນປັບປຸງການຈັດຕັ້ງຂອງກະຊວງຄືນໃໝ່ຕາມທິດກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ທັງໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກົດໝາຍທີ່ກ່ຽວຂ້ອງກັບຂະແໜງການເງິນອື່ນໆ. ນອກຈາກນີ້ຍັງຈະໄດ້ອອກບົດແນະນໍາການຈັດຕັ້ງປະຕິບັດວຽກງານພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ, ພ້ອມທັງກໍານົດກົນໄກການປະສານສົມທົບລະຫວ່າງສາຍຕັ້ງ-ສາຍຂວາງໃນການແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ປະຕິບັດວິໄນ, ການຍ້ອງຍໍ, ການກໍ່ສ້າງ ແລະ ຂະ ຫຍາຍສະມາຊິກພັກ, ການຕິດຕາມກວດກາ, ການປະເມີນຜົນທັງວຽກພັກ, ວຽກລັດກ່ອນຈະຍົກຍ້າຍໄປບ່ອນໃໝ່, ຫັນວຽກງານການຄຸ້ມຄອງລາຍຮັບ-ລາຍຈ່າຍ, ງົບປະມານເປັນລະບົບທັນສະໄໝ ເພື່ອແກ້ໄຂ ແລະ ອັດຊ່ອງຫວ່າງການຕົກເຮ່ຍເສຍຫາຍຂອງລາຍຮັບ, ການລັກລອບ, ຫລົບຫລີກ, ປອມແປງ, ການສວຍໃຊ້ໜ້າທີ່ຕໍາແໜ່ງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ເພື່ອໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້, ພ້ອມທັງປະຕິບັດມາດຕະການເຂັ້ມງວດເດັດຂາດຕໍ່ຜູ້ລະເມີດລະບຽບກົດໝາຍ.   

No comments:

Post a Comment