Ad

Ad

20 February 2017

ກະຊວງການເງິນຕີລາຄາການຈັດຕັ້ງປະຕິບັດອາກອນມູນຄ່າເພີ່ມຈາກຜູ້ໂດຍສານຍັງບໍ່ມີຜົນດີພໍ

           ໃນວັນທີ 16 ກຸມພາຜ່ານມາ, ທີ່ດ່ານພາສີສາກົນຂົວມິດຕະພາບ 1, ໄດ້ຈັດກອງ ປະຊຸມເພື່ອສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານຈັດເກັບອາກອນມູນຄ່າເພີ່ມ 10%, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງ ການເງິນ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
          ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ1 ໄດ້ລາຍງານວ່າ: ຜ່ານການດໍາເນີນການຈັດຕັ້ງປະຕິບັດມາໄດ້ 3 ເດືອນ ດ່ານພາສີສາກົນຂົວມິດຕະພາບ 1 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 115 ລ້ານກວ່າກີບ, ສະເລ່ຍແລ້ວມື້ໜຶ່ງມີ
ພາຫະນະຂາເຂົ້າທີ່ຊື້ເຄື່ອງຂອງມາແຈ້ງຊໍາລະ ອາກອນມູນຄ່າເພີ່ມ 10% ປະມານ 20 ກວ່າຄັນ ແລະ ສາມາດຈັດເກັບລາຍ ຮັບໄດ້ປະມານ 1-2 ລ້ານກວ່າກີບຕໍ່ມື້, ສໍາລັບການແຈ້ງພາສີ-ອາກອນ ຕາມ ສາລະບານອັດຕາພາສີ ແລະ ລະບຽບກົດໝາຍກໍານົດພາຫະນະ ແລະ ຜູ້ໂດຍສານທີ່ທ່ຽວ ເຂົ້າ-ອອກຜ່ານດ່ານເປັນປະຈໍາ ແລະ ຊື້ເຄື່ອງມາໃນຮູບແບບລັກສະນະທາງການຄ້າສາ ມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ມື້ໜຶ່ງ 5-10 ລ້ານກວ່າກີບ ແຕ່ປະຈຸບັນເຫັນ ວ່າຂ້ອນຂ້າງຫຼຸດລົງ, ເຊິ່ງຕາມແຜນຈັດເກັບລາຍຮັບຂອງດ່ານທີ່ໄດ້ຮັບມອບໝາຍຈາກ ຂັ້ນເທິງແມ່ນເດືອນໜຶ່ງ 100 ຕື້ກີບ, ໃນນັ້ນ ສາມາດຈັດເກັບໄດ້ພຽງ 93 ຕື້ກວ່າກີບ ເທົ່າກັບ 93% ຂອງແຜນການ ເຫັນວ່າຢູ່ໃນລະດັບດີຖ້າທຽບໃສ່ກັບສົກປີຜ່ານໆມາ. ພາຍ ຫຼັງຈັດຕັ້ງປະຕິບັດການຈັດເກັບອາກອນມູນຄ່າເພີ່ມຈາກເຄື່ອງຕິດໂຕຜູ້ໂດຍສານໃນອັດຕາ 10% ຂອງມູນຄ່າເຄື່ອງຂອງເຫັນວ່າ: ການເຂົ້່າ-ອອກຜ່ານດ່ານຂອງພາຫະນະ ແລະ ຜູ້ໂດຍສານມີຈໍານວນຫຼຸດລົງເກືອບ 50% ຖ້າທຽບໃສ່ໄລຍະກ່ອນການຈັດຕັ້ງປະຕິບັດ ອາກອນດັ່ງກ່າວ, ການຈັດຊື້-ຈັດຈ່າຍເຄື່ອງອຸປະໂພກ-ບໍລິໂພກຢູ່ປະເທດໄທແມ່ນຫຼຸດ ລົງຫຼາຍກວ່າ 70% ເຮັດໃຫ້ທຸລະກິດພາຍໃນ ສປປ ລາວ ທີ່ນໍາເຂົ້າເສຍພັນທະພາສີ-ອາກອນຖືກຕ້ອງຕາມລະບຽບກົດໝາຍມີຄວາມເພີ່ງພໍໃຈການຊື້-ຂາຍ ພາຍໃນປະເທດ ມີຄວາມຄຶກຄື້ນ. ກອງປະຊຸມຍົກໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດອາກອນມູນຄ່າ ເພີ່ມ 10% ແມ່ນດໍາເນີນງານດ້ວຍຄວາມຟ້າວຝັ່ງ ແລະ ເຄັ່ງຮ້ອນ ເຮັດໃຫ້ພົບຄວາມ ຫຍຸ້ງຍາກ ໂດຍສະເພາະ ແມ່ນດ້ານສະຖານທີ່, ອຸປະກອນການຮັບໃຊ້, ການພັດທະນາ ລະບົບເອເລັກໂຕຣນິກ ແລະ ອື່ນໆ, ການເຜີຍແຜ່ລະບຽບການ, ຂັ້ນຕອນ ແລະ ວິທີການ ຈັດເກັບອາກອນມູນຄ່າເພີ່ມ ຍັງບໍ່ທັນກ້ວາງຂວາງ ແລະ ທົ່ວເຖິງ, ຈຶ່ງເຮັດໃຫ້ມີ ສຽງຈົ່ມວ່າຂອງສັງຄົມ. ແຕ່ກໍ່ເປັນ ຜົນດີໃຫ້ປະຊາຊົນລາວຫຼຸດຜ່ອນການນໍາເອົາເງິນໄປໃຊ້ຈ່າຍຢູ່ຕ່າງປະເທດ, ເຮັດໃຫ້ເງິນຕາ ໃນປະເທດບໍ່ຮົ່ວໄຫຼ ແລະ ທັງເຮັດໃຫ້ປະຊາຊົນລາວຫັນມາຊື້ສິນຄ້າໃນປະເທດຫຼາຍຂຶ້ນ.
          ໂອກາດດັ່ງກ່າວທ່ານຮອງລັດຖະມົນຕີ ຍັງໄດ້ໂອ້ລົມ ແລະ ແລກປ່ຽນຄວາມ ຄິດເຫັນ ໃນການແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັບພາກສ່ວນກ່ຽວຂ້ອງ, ໃນການຈັດຕັ້ງ ປະຕິບັດວຽກງານການເກັບອາກອນມູນຄ່າເພີ່ມ ເພື່ອແນໃສ່ກະຕຸກຊຸກຍູ້ໃຫ້ປະ ຊາຊົນລາວມີຄວາມຕື່ນຕົວຫັນມາໃຊ້ຈ່າຍພາຍໃນປະເທດ ແລະ ມີສະຕິໃນການປະກອບ ສ່ວນພັນທະຂອງຕົນຕໍ່ສັງຄົມ, ປະຕິບັດຕາມກົນໄກເສດຖະກິດຂອງຕະຫຼາດ ແລະ ທັງເຮັດໃຫ້ປະຊາຊົນລາວມີລາຍໄດ້ເພີ່ມຂຶ້ນ ແລະ ເຮັດໃຫ້ເງິນຕາພາຍໃນບໍ່ຮົ່ວໄຫຼອອກ ນອກປະເທດ. ພ້ອມກັນນັ້ນ ທ່ານຍັງໄດ້ລົງກວດກາເບິ່ງສະພາບຕົວຈິງ ຕາມສະຖານ ທີ່ຕ່າງໆ ທີ່ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດການຈັດເກັບອາກອນມູນຄ່າເພີ່ມວ່າມີການ ເຄື່ອນໄຫວຄືແນວໃດ ແລະ ຍັງໃຫ້ທິດຊີ້ນໍາໃນການປັບປຸງວຽກງານດັ່ງກ່າວໃຫ້ມີຄວາມສະ ດວກ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມທັງໄດ້ເບິ່ງວິທີການຂັ້ນຕອນການປະ ກອບແບບຟອມໃນການເກັບອາກອນດັ່ງກ່າວ.

          ພ້ອມນັ້ນໃນວັນດຽວກັນ, ທ່ານ ຮອງລັດຖະມົນຕີກະຊວງການເງິນໄດ້ໄປເຮັດວຽກ ແລະ ໃຫ້ທິດຊີ້ນຳຢູ່ສາງ ຊີວາຍ (CY), ເພື່ອສືບຕໍ່ຕິດຕາມກວດກາຂະບວນການກວດ ເອກະສານຂອງລົດແຕ່ລະຄັນທີ່ນຳເຂົ້າກາຍກຳນົດ 4 ເດືອນການລົງເຮັດວຽກຄັ້ງນີ້, ໂດຍທ່ານ ໄດ້ເນັ້ນໃຫ້ດ່ານພາສີສາງທ່ານາແລ້ງ, ກົມພາສີ ແລະ ລັດວິສາຫາກິດລາວບໍລີການສິນຄ້າ ຜ່ານແດນເອົາໃຈໃສ່ຕິດຕາມກວດກາເກັບກຳເອກະສານຂໍ້ມູນສຳຄັນຕ່າງໆ, ພ້ອມທັງແຈ້ງ ເຊີນບັນດາພາກສ່ວນກ່ຽວຂ້ອງໃຫ້ນຳເອົາເອກະສານກ່ຽວກັບລົດມາຢັ້ງຢືນເອົາລົດ ຕາມຂັ້ນຕອນ ແລະ ລະບຽບການ.

No comments:

Post a Comment