Ad

Ad

1 March 2017

ການປະມູນຂາຍລົດການນໍາຂັ້ນສູງປະສົບຜົນສໍາເລັດຈົບງາມ

   ພິທີປະມູນຂາຍລົດປະຈຳຕຳແຫນ່ງການນຳຂັ້ນສູງຂອງລາວຈຳນວນ 14 ຄັນ, ຊຶ່ງປະກອບມີລົດບີເອັມດັບເບີນຢູ (BMW) ລຸ້ນ 730 LI ຈຳນວນ 7 ຄັນ ແລະ ລົດເມີຊີເດດສະເບນ (Benz) ລຸ້ນ S350 ຈຳນວນ 7 ຄັນ, ໄດ້ຈັດຂຶ້ນໃນບ່າຍວັນທີ 28 ກຸມພານີ້ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີບັນດາຜູ້ປະກອບການ, ນັກທຸລະກິດເຂົ້າຮ່ວມເປັນຈຳນວນຫລາຍ.
    ທ່ານ ຄຳລາວັນ ຈັນທະລາວັນ ຮອງຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່າວວ່າ:
ເພື່ອເປັນພື້ນຖານໃຫ້ແກ່ການປະຕິບັດວຽກງານດັ່ງກ່າວໃຫ້ແກ່ອົງການຈັດຕັ້ງພັກ-ລັດມີຄວາມເປັນເອກະພາບ ແລະ ລວມສູນ, ທັງເປັນການອຳນວຍຄວາມສະດວກໃຫ້ການນຳໃນການປະຕິບັດຫນ້າທີ່ວຽກງານທີ່ພັກ-ລັດ ປະຊາຊົນມອບຫມາຍໃຫ້, ພ້ອມທັງແນໃສ່ປະຕິບັດນະໂຍບາຍແຫ່ງຊາດໃຫ້ສ່ອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດ, ເຊິ່ງລົດປະຈຳຕຳແຫນ່ງດັ່ງກ່າວແມ່ນຊັບສົມບັດລວມທີ່ປະກອບໃຫ້ການນຳຂັ້ນສູງທີ່ດຳລົງຕຳແຫນ່ງບໍລິຫານການປົກຄອງເປັນຜູ້ຄຸ້ມຄອງນຳໃຊ້ເຂົ້າວຽກງານທາງລັດຖະບານ, ພ້ອມນີ້ລັດຖະບານຈຶ່ງໄດ້ດຳເນີນການຈັດຕັ້ງຜັນຂະ
ຫຍາຍດຳລັດເລກທີ 15/ນຍ ໃຫ້ເປັນຮູບປະທຳ ແລະ ປະກົດຜົນເປັນຈິງ. ຈຶ່ງໄດ້ຈັດຕັ້ງຄະນະຮັບຜິດຊອບດັ່ງກ່າວຂື້ນເພື່ອຈັດສັນພາຫະນະໃຫ້ສອດຄ່ອງກັບການກຳນົດ, ເຊິ່ງໄດ້ປັບປ່ຽນກຳນົດຍີ່ຫໍ້, ຄວາມແຮງແຕ່ລະລະດັບ, ປະເພດຂອງພາຫະນະໃຫ້ສອດຄ່ອງ.
  ສຳລັບການປະມູນຄັ້ງນີ້ແມ່ນໄດ້ເປີດກວ້າງໃຫ້ບັນດານັກທຸລະກິດ, ບຸກຄົນ, ນິຕິບຸກຄົນ, ບໍລິສັດ, ຫ້າງຮ້ານຕ່າງໆໄດ້ມີໂອກາດເຂົ້າມາຮ່ວມປະມູນ, ໂດຍຮັບປະກັນໄດ້ຄວາມສາມັກຄີ, ມີຄວາມໂປ່ງໃສ, ມີລັກສະນະວິທະຍາສາດ ແລະ ສາກົນທີ່ຫລາຍປະເທດພວມປະຕິບັດ ແລະ ຈະກາຍເປັນບົດຮຽນທີ່ດີໃຫ້ແກ່ການຈັດການປະມູນຂາຍໃນຄັ້ງຕໍ່ໄປ, ເຊິ່ງລົດ BMW ມີລາຄາເລີ່ມຕົ້ນທີ່ 830 ລ້ານກີບ ແລະ ລົດ Benz ເລີ່ມຕົ້ນທີ່ 500 ລ້ານກີບ, ລົດທີ່ເປີດປະມູນເປັນຄັນທຳອິດ ຍີ່ຫໍ້ BMW ແມ່ນລົດເຄີຍນຳໃຊ້ປະຈຳຕຳແຫນ່ງຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປລາວ, ໂດຍແມ່ນທ່ານ ຄຳລຽງ ສັບໄຊທອງ ຕາງຫນ້າບໍລິສັດ BV Group ຊະນະການປະມູນໄປໃນລາຄາ 890 ລ້ານກີບ, ຄັນທີ 2 ຍີ່ຫໍ້ Benz ແມ່ນລົດທີ່ເຄີຍໃຊ້ເປັນລົດປະຈຳຕຳແຫນ່ງຂອງທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຫົວຫນ້າຄະນະຈັດຕັ້ງສູນກາງພັກ, ໂດຍແມ່ນທ່ານນາງ ດວງຈັນ ຫລຽນສະກຸນ ຊະນະການປະມູນໃນລາຄາ 520 ລ້ານກີບ, ຄັນທີ 3 ຍີ່ຫໍ້ BMW ແມ່ນລົດປະຈຳຕຳແຫນ່ງຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍແມ່ນທ່ານ ທອງລິດ ກິ່ງແກ້ວອຸດົມ ຊະນະການປະມູນໃນລາຄາ 1.330 ລ້ານກີບ ເປັນລາຄາສູງກວ່າຫມູ່ໃນການປະມູນຄັ້ງນີ້, ຄັນທີ 4 ຍີ່ຫໍ້ Benz ແມ່ນລົດປະຈຳຕຳແຫນ່ງຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໂດຍແມ່ນທະນາຄານພົງສະຫວັນ ຊະນະການປະມູນໃນລາຄາ 600 ລ້ານກີບ, ຄັນທີ 5 ຍີ່ຫໍ້ BMW ແມ່ນລົດປະຈໍາຕຳແຫນ່ງຂອງທ່ານ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດໂດຍແມ່ນທ່ານນາງ ບົວແກ້ວ ວົງສະຫມໍລະພູມ ຊະນະການປະມູນໃນລາຄາ 970 ລ້ານກີບ, ຄັນທີ 6 ຍີ່ຫໍ້ Benz ແມ່ນລົດປະຈຳຕຳແຫນ່ງຂອງທ່ານພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໂດຍແມ່ນທ່ານນາງ ວັນສີ ສຸວັນນະແສງ ຕາງຫນ້າບໍລິສັດສຸກປະເສີດ ຊະນະການປະມູນໃນລາຄາ 780 ລ້ານກີບ, ຄັນທີ 7 ຍີ່ຫໍ້ BMW ແມ່ນລົດປະຈຳຕຳແຫນ່ງຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາພັກ ແລະ ລັດຖະບານ ຊຶ່ງແມ່ນທ່ານ ຄຳຮຸ່ງ ໄຊຈະເລີນ ຊະນະການປະມູນໃນລາຄາ 950 ລ້ານກີບ, ຄັນທີ 8 ຍີ່ຫໍ້ Benz ລົດທີ່ເຄີຍໃຊ້ເປັນລົດປະຈຳຕຳແຫນ່ງຂອງທ່ານ ສົມແພງ ຄຳມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ໂດຍແມ່ນທ່ານ ຄຳຫລ້າ ບຸດຈະເລີນ ຊະນະການປະມູນໃນລາຄາ 580 ລ້ານກີບ, ຄັນທີ 9 ຍີ່ຫໍ້ BMW ລົດຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ໂດຍແມ່ນທ່ານ ຟຸກ ກິ່ງແກ້ວອຸດົມ ຕາງຫນ້າບໍລິສັດ ຈະເລີນເຊກອງ ຊະນະການປະມູນໃນລາຄາ 1.300 ລ້ານກີບ, ຄັນທີ 10 ຍີ່ຫໍ້ Benz ລົດສຳຮອງຮັບໃຊ້ການນຳ ໂດຍແມ່ນຜູ້ຕາງຫນ້າຈາກບໍລິສັດ ປີໂຕຣຫລ່ຽມເທດດີ່ງ ລາວມະຫາຊົນ ຊະນະການປະມູນໃນລາຄາ 660 ລ້ານກີບ, ຄັນທີ 11 ຍີ່ຫໍ້ BMW ລົດຂອງທ່ານ ບຸນປອນ ບຸດຕະນະວົງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໂດຍແມ່ນທ່ານ ຄຳຮຸ່ງ ຫລຽນຈະເລີນຊະນະການປະມູນໃນລາຄາ 850 ລ້ານກີບ, ຄັນທີ 12 ຍີ່ຫໍ້ Benz ເປັນລົດສຳຮອງຮັບໃຊ້ການນຳ, ໂດຍແມ່ນທ່ານ ປະສິດ ສຸພາບ ຊະນະການປະມູນໃນລາຄາ 600 ລ້ານກີບ, ລົດຄັນທີ 13 ຍີ່ຫໍ້ BMW ແມ່ນລົດສຳຮອງຮັບໃຊ້ການນຳ, ໂດຍແມ່ນທ່ານນາງ ພະນົມວັນ ປັນຍາສິດ, ຊະນະການປະມູນໃນລາຄາ 850 ລ້ານກີບ ແລະ ລົດຄັນທີ 14 ຍີ່ຫໍ້ Benz ແມ່ນລົດສຳຮອງຮັບໃຊ້ການນຳ, ໂດຍແມ່ນທ່ານ ປະສິດ ສຸພາບ, ຊະນະການປະມູນໃນລາຄາ 720 ລ້ານກີບ. ລວມມູນຄ່າການປະມູນທັງໝົດ 11.600 ລ້ານກີບ.

No comments:

Post a Comment