Ad

Ad

13 February 2017

ເລື່ອງຫຍຸ້ງໆຈາກບັນຫາສໍ້ລາດບັງຫລວງ

ໂດຍ : ວິເສດ ສະແຫວງສຶກສາ
ມື້ນີ້ຜູ້ຂຽນໄດ້ສັງລວມເອົາບັນຫາສໍ້ລາດບັງຫລວງທີ່ເກີດຂຶ້ນຢູ່ບາງປະເທດ ເພື່ອເບິ່ງນຳ ກັນວ່າຢູ່ບ້ານເພິ່ນເມືອງທ່ານນັ້ນ ເຂົາມີວິທີແກ້ໄຂແນວໃດ. ບັນຫາເດັ່ນດັງທີ່ເຮັດໃຫ້ລັດຖະບານອົດສະຕຣາລີສັ່ນຄອນຫວ່າງບໍ່ເຫິງມານີ້ ໄດ້ແກ່ຄະດີສໍ້ລາດບັງຫຼວງຂອງລັດຖະມົນຕີກະຊວງສາທາລະນະສຸກອົດສະຕຣາລີ ຊື່ທ່ານ ນາງ ຊູຊານ ລີ (Sussan Ley) ເຖິງຂັ້ນຜູ້ກ່ຽວຕ້ອງໄດ້ຍົກທຸງຂາວລາລົງຈາກຕັ່ງລັດຖະມົນຕີ. ຂ່າວກ່ຽວກັບບັນຫານີ້ ບອກວ່າ: ທ່ານລັດຖະມົນຕີສາ ທາລະນະ
ສຸກຖືກກ່າວຫາ ແລະ ວິພາກວິຈານຢ່າງຟົດເດືອດວ່າ ໃຊ້ເງິນພາສີຂອງປະຊາຊົນເພື່ອຜົນປະ ໂຫຍດສ່ວນຕົວ ຄືໄດ້ໃຊ້ຈ່າຍງົບປະມານໃນການເດີນທາງສ່ວນຕົວລວມທັງການເດີນທາງໄປເມືອງທ່ອງທ່ຽວໂກນຄົດ (Gold Coast) ເພື່ອຊື້ທີ່ພັກຫລູຫລາລາຄາແພງໃນປີ 2015. ໃນການປະກາດກ່ຽວກັບການລາອອກຂອງທ່ານນາງ ຊູຊານ ລີ ນັ້ນ, ທ່ານນາຍົກ ມານ ຄອມ ເທີນບູນ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ລັດຖະບານຈະສ້າງຕັ້ງໜ່ວຍງານຕິດຕາມກວດກາການໃຊ້ຈ່າຍຂອງສະມາຊິກລັດຖະສະພາໃນອະນາຄົດ. ທ່ານນາຍົກໄດ້ກ່າວເສີມວ່າ: ຊາວອົດສະຕຣາລີມີສິດຕິດຕາມກວດກາການໃຊ້ຈ່າຍຂອງບັນດານັກການເມືອງ ເຊິ່ງໄດ້ມາຈາກເງິນຂອງຜູ້ເສຍພາສີ ເພື່ອເຮັດໃຫ້ການໃຊ້ຈ່າຍຖືກຕ້ອງ, ມີປະສິດທິຜົນ, ສອດຄ່ອງກັບຈັນຍາບັນ. ຕໍ່ຈາກບັນຫາຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກແລ້ວ ກໍມີເລື່ອງຂອງລັດຖະມົນຕີກະຊວງການເງິນເປັນເງົາຕາມມາ ອັນໄດ້ເຮັດໃຫ້ທ່ານນາຍົກອົດສະຕຣາລີປວດຫົວເຂົ້າຕື່ມ ນັ້ນຄືບັນຫາທ່ານ ມາທຽດ ຄໍ ມານ (Mathias Cormann) ລັດຖະມົນຕີການເງິນທັງຄວບຕຳແໜ່ງລັດຖະມົນຕີຄຸ້ມຄອງ ການໃຊ້ຈ່າຍຂອງລັດຖະສະພາ ທີ່ຖືກກ່າວຫາວ່າໄດ້ໃຊ້ຈ່າຍເງິນປະຊາຊົນຜູ້ເສຍພາສີຈຳນວນ 17.000 ໂດລາສະຫະລັດ ເພື່ອເດີນທາງໄປທ່ອງທ່ຽວຫລາຍຄັ້ງທີ່ເມືອງຊາຍຝັ່ງບຣູມ (Broome) ໃນວັນພັກທ້າຍອາທິດ. ຄຳກ່າວຫາຍັງໄດ້ສືບສາວທາວກັບຄືນໄປຮອດປີ 2013 ເວລາທີ່ທ່ານ ຄໍມານ ໄດ້ເດີນ ທາງໄປຮ່ວມຊົມກິລາເຕະບານນັດຊີງໄຊຂອງ AFL ໂດຍມີຜູ້ອຸ ປະຖຳປີ້ຍົນລ້າ ກໍຄືການຕ້ອນຮັບຂັບສູ່ເປັນຢ່າງດີ. ແຕ່ບັນຫາໃຫຍ່ກັບທ່ານແມ່ນເກີດຂຶ້ນໃນປີ 2014. ໃນປີນັ້ນ, ທ່ານ ຄໍມານ ໄດ້ໃຊ້ຈ່າຍເງິນຫລາຍກວ່າ 17.000 ໂດລາສະຫະລັດ ເພື່ອເປັນຄ່າເດີນທາງ 5 ຄັ້ງໄປບຣູມ ເຊິ່ງເປັນເມືອງແຄມຝັ່ງເບື້ອງຕາເວັນຕົກຂອງອົດສະຕຣາລີ. ໜຶ່ງ ໃນ 5 ຄັ້ງຂອງການເດີນທາງນັ້ນ ລວມທັງສະມາຊິກຄອບຄົວ ເຊິ່ງຕ້ອງໄດ້ໃຊ້ຈ່າຍເງິນຈຳນວນ 5.000 ໂດລາສະຫະລັດ. ໂຄສົກປະຈຳຕົວຂອງທ່ານ ຄໍມານ ອອກມາອະທິບາຍຕອບໂຕ້ສຽງ ວິພາກວິຈານຂອງສັງຄົມວ່າ: ທ່ານ ຄໍມານ ເປັນສະມາຊິກສະພາສູງຈາກເຂດເລືອກຕັ້ງຕາເວັນ ຕົກ. ດັ່ງນັ້ນ ຈຶ່ງຈຳເປັນຕ້ອງໄດ້ເດີນທາງໄປພົບປະກັບຜູ້ມີສິດເລືອກຕັ້ງ ແລະ ບັນດານັກທຸລະກິດຂັ້ນນຳໃນທົ່ວລັດ ແລະ ວ່າ ການໃຊ້ຈ່າຍທັງໝົດນັ້ນ ສອດຄ່ອງກັບລະບຽບການ ແລະ ໄດ້ມີການແຈ້ງຢ່າງລະອຽດໃນທຸກໆຄັ້ງ. ເລື່ອງສຸດທ້າຍທີ່ຢາກເວົ້າປິດທ້າຍກໍຄືບັນຫາລັດຖະບານຣຸຍມານີກຽມອອກກົດໝາຍກຳນົດຫລັກການອະໄພຍະໂທດສຳລັບນັກໂທດຄະດີສໍ້ລາດບັງຫລວງ, ແຕ່ສຸດທ້າຍກໍໄດ້ໂຈະໄວ້ກ່ອນຍ້ອນເກີດມີການປະທ້ວງຮ່າງກົດໝາຍດັ່ງກ່າວ. ຈຸດທີ່ສ້າງກະແສຄວາມບໍ່ພໍໃຈກໍຄືບ່ອນທີ່ກົດໝາຍກຳນົດວ່າ: ພະນັກງານນັບແຕ່ຊັ້ນຕຳແໜ່ງນາຍບ້ານຫາຂັ້ນລັດຖະມົນຕີທີ່ ຕິດຄະດີສໍ້ລາດບັງຫລວງໃນມູນ ຄ່າບໍ່ເກີນ 48.500 ໂດລາສະຫະລັດນັ້ນ ມີສິດໄດ້ຮັບອະໄພຍະ ໂທດ. ພວກປະທ້ວງມີຄວາມເຫັນວ່າ: ປະຊາຊົນທຳມະດາສາມັນຂອງຣຸຍມານີນັ້ນຕະຫລອດຊີ ວິດຍັງອາດຫາເງິນບໍ່ໄດ້ເຖິງ 50.000 ໂດລາຊ້ຳ, ຊາຫຍັງພະນັກງານລັດຜູ້ທີ່ໃຊ້ໜ້າທີ່ຕຳແໜ່ງ ແຫບເງິນຈາກງົບປະມານຂອງລັດ.

ທັງໝົດທັງປວງແມ່ນເລື່ອງທີ່ເກີດຢູ່ບ້ານເພິ່ນເມືອງທ່ານທີ່ຄວນເບິ່ງໄວ້ເພາະສະໜາມຮົບ ຕ້ານການສໍ້ລາດບັງຫລວງ, ການໃຊ້ຈ່າຍຟຸມເຟືອຍຢູ່ບ້ານເຮົາພວມເດີນດີໃນບາດກ້າວຫົວທີນີ້.

No comments:

Post a Comment