Ad

Ad

17 February 2017

ນະຄອນຫລວງວຽງຈັນວາງ 4 ແຜນງານເພື່ອແກ້ໄຂບັນຢາເສບຕິດ


        ຄະນະຊີ້ນຳວຽກງານກໍ່ສ້າງຮາກຖານນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຢາເສບຕິດໄດ້ແຜ່ຫລາຍໃນສັງຄົມ ແລະ ໄດ້ກາຍເປັນໄພຄຸກຄາມຄວາມບໍ່ສະຫງົບສຸກ ແລະ ຄວາມປອດໄພຂອງສັງຄົມ, ກົດໜ່ວງທວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ນຳເອົາຄວາມຫາຍະນະມາສູ່ບຸກຄົນ, ຄອບຄົວ, ສັງຄົມ ພາໃຫ້ເກີດບັນຫາອາດຊະຍາກຳ ແລະ ປາກົດການຫຍໍ້ທໍ້ອື່ນໆ. ສະນັ້ນ ໃນຕໍ່ໜ້າພາກສ່ວນກ່ຽວຂ້ອງທຸກຂັ້ນຈະຕ້ອງເອົາໃຈໃສ່ນຳໃຊ້ມາດຕະການຕ່າງໆ ເພື່ອແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດຄື: (1). ຈັດຕັ້ງເຊື່ອມຊຶມນິຕິກຳຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ພະນັກງານ, ນັກຮົບລົງກໍ່ສ້າງຮາກຖານໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ, (2). ສຶກສາອົບຮົມປູກຈິດສຳນຶກໃຫ້ປະຊາຊົນທຸກເພດໄວໃຫ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ຮູ້ວິທີປ້ອງກັນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຢາເສບຕິດ, (3). ດຳເນີນວຽກງານເກັບກຳສະຖິຕິຂຶ້ນບັນຊີເປົ້າໝາຍທີ່ເຄີຍຖືກຄຸກ, ປ່ອຍຕົວ, ດັດສ້າງໃຫ້ລະອຽດ ເພື່ອຕິດຕາມ, ສຶກສາອົບຮົມ ແລະ ແກ້ໄຂຢ່າງທັນການ, (4). ປຸກລະດົມທຸກພາກສ່ວນເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ຖືເປັນພັນທະໜ້າທີ່ລວມຂອງໝົດທຸກຄົນໃນສັງຄົມ ໂດຍສະເພາະເປັນຫູ-ເປັນຕາຊ່ວຍເຈົ້າໜ້າທີ່ ໂດຍບໍ່ໃຫ້ຖືວ່າການແກ້ໄຂບັນຫາດັ່ງກ່າວເປັນວຽກຂອງເຈົ້າໜ້າທີ່ຕຳຫລວດຝ່າຍດຽວ. ພ້ອມນີ້ ຜູ້ທີ່ຕົກເປັນທາດຢາເສບຕິດບໍ່ຮ້າຍແຮງແມ່ນຕ້ອງສຶກສາອົບຮົມ ແລະ ໃຫ້ອຳນາດການປົກຄອງຕິດຕາມເປັນໄລຍະ, ສ່ວນຜູ້ຕິດຮ້າຍແຮງຕ້ອງໃຊ້ມາດຕະການບັງຄັບສົ່ງໄປບຳບັດປິ່ນປົວເພື່ອໃຫ້ກາຍເປັນພົນລະເມືອງດີ. ຄຽງຄູ່ກັນນັ້ນ ກໍນຳໃຊ້ມາດຕະການທາງດ້ານລະບຽບກົດໝາຍແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດລາຍຍ່ອຍ ແລະ ລາຍໃຫຍ່ໃຫ້ໝົດໄປຢ່າງຂາດຕົວ.

No comments:

Post a Comment