Ad

Ad

2 February 2017

ບຸນຊ້າງໄຊຍະບູລີປີນີ້ຈະຈັດຂື້ນແຕ່ວັນທີ 17-19 ກຸມພາ

ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວແຂວງໄຊຍະບູລີໃຫ້ຮູ້ວ່າ: ປັດຈຸບັນການກະກຽມມະຫາກຳບຸນຊ້າງແມ່ນມີຄວາມພ້ອມແລ້ວ 100% , ໂດຍສະເພາະແມ່ນດ້ານທີ່ພັກໂຮງແຮມ, ຮ້ານອາຫານ, ສະຖານທີ່ຈັດງານບຸນ ແລະ ກິດຈະກຳຕ່າງໆໆ. ຄາດວ່າບຸນປີນີ້ຈະມີທັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມບໍ່ຕ່ຳກວ່າ  2-3  ແສນຄົນ.

ຮອງຫົວພະແນກດັ່ງກ່າວໃຫ້ຮູ້ວ່າ: ບຸນຊ້າງປີນີ້ຈະເລີ່ມຄົບງັນແຕ່ວັນທີ 13 ກຸມພາເປັນຕົ້ນໄປ,
ພິເສດປີນີ້ຈະມີການສະແດງຂອງຊ້າງເພີ່ມຫຼາຍຂຶ້ນ, ເປັນຕົ້ນແມ່ນຊ້າງຄຳຮູ້, ການປະກວດຊ້າງງາມ, ການບາສີສູ່ຂວັນຊ້າງ ແລະ ອື່ນໆ, ໂດຍຈະມີຊ້າງເຂົ້າຮ່ວມທັງໝົດ 68  ເຊືືອກ, ທັງນີ້ກໍເພື່ອສົ່ງເສີມການອານຸລັກຮັກສາຊ້າງ ແລະ ສົ່ງເສີມການທ່ອງທ່ຽວຂອງທ້ອງຖິ່ນອີກດ້ວຍ, ທ່ານ ຮອງຫົວໜ້າພະແນກດັ່ງກ່າວໃຫ້ຮູ້ອີກວ່າ: ບຸນຊ້າງໄຊຍະບູລີໄດ້ມີມາແຕ່ເຫີງນານໂດຍປະຕິບັດຕາມຄວາມເຊື້ອໃນຮີດ ຄອງປະເພນີທີ່ປະຊາຊົນລາວໄດ້ໃຊ້ຊີວິດຕິດພັນກັບຊ້າງຕະຫຼອດມາ, ໂດຍເຂົາເຈົ້າຖືວ່າຊ້າງເປັນໜຶ່ງໃນສະມາຊິກຄອບຄົວ, ເຈົ້າຂອງເຮືອນ ແລະ ເຈົ້າວົງຕະກຸນທີ່ມີຊ້າງໄດ້ພ້ອມພາກັນເຮັດບຸນຊ້າງ, ສຳມາຄາລະວະຕໍ່ຊ້າງຄືຜູ້ທີ່ມີບຸນຄຸນຕໍ່ເຂົາເຈົ້າ, ຊຶ່ງຮີດຄອງດັ່ງກ່າວໄດ້ສືບທອດກັນມາຫຼາຍເຊັນຄົນຈົນເຖິງປັດຈຸບັນ.

No comments:

Post a Comment