Ad

Ad

19 January 2017

ການນຳກະຊວງກະສິກໍາ ແລະ ປ່າໄມ້ກອງພົນທະຫານລາບທີ່ I

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 68 ປີ ( 20 ມັງກອນ 194920 ມັງກອນ 2017 )ທີ່ຈະມາເຖິງນີ້, ໃນອາທິດທີ່ຜ່ານມາຄະນະນຳກະຊວງກະສິກຳ ແລະ ປ່າໄມ້ນຳໂດຍທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງດັ່ງກ່າວ ແລະ 3 ອົງການ ຈັດຕັ້ງມະຫາຊົນກະຊວງ 100 ກວ່າສະຫາຍ ໄດ້ລົງຢ້ຽມຢາມອວຍພອນກອງພົນທະຫານລາບທີ 1, ທີ່ເມືອງວັງວຽງ ແຂວງວຽງຈັນ ພ້ອມໄດ້ມອບຂອງຂວັນນວນໜຶ່ງເຊິ່ງປະກອບດ້ວຍແນວພັນພືດ, ເສື້ອກັນໜາວ, ເຄຶ່ອງກິລາ ແລະ ອື່ນໆລວມມູນຄ່າຫຼາຍກວ່າ 55 ລ້ານກີບ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ກອງທັບປະຊາຊົນ
ລາວທີ່ໄດ້ເສຍສະຫຼະເລືອດເນື້ອໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາພັດທະນາປະເທດຊາດຕະຫຼອດໄລຍະ 68 ປີຜ່ານມາ. ໃນໂອກາດດັ່ງກ່າວ ທ່ານ ພັນເອກ ແສງຍືນ ລັດສະໝີ ຫົວໜ້າການເມືອງຕາງໜ້າຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານກອງພົນທະ ຫານລາບທີ 1 ກ່າວສະແດງຄວາມຂອບອົກຂອບໃຈມາຍັງກະຊວງກະສິກໍາ ແລະ ປ່າໄມ້ທີ່ເປັນຫ່ວງເປັນໄຍ ແລະ ເຫັນໄດ້ຄວາມຕ້ອງການອັນຈໍາເປັນຂອງອ້າຍນ້ອງທະຫານ ແລະ ຈະນໍາເອົາວັດຖຸປັດໃຈເຫຼົ່ານີ້ໄປແຈກຢາຍແບ່ງປັນໃຫ້ອ້າຍນ້ອງທະຫານທີ່ພວມເຮັດໜ້າທີ່ຮັກສາຄວາມສະຫງົບຢູ່ບັນດາຈຸດຕ່າງໆໃນເຂດທຸລະກັນດານໄດ້ນຳໃຊ້ທົ່ວເຖິງ.

No comments:

Post a Comment