Ad

Ad

19 January 2017

ນະຄອນຫລວງສັ່ງຢຸດການຜະລິດຂອງໂຮງງານຫລາຍແຫ່ງທີ່ບໍ່ຮັບປະກັນດ້ານສິ່ງແວດລ້ອມ

           ຕາມການລາຍງານຂອງຄະນະປະຈໍາສະພາປະຊາຊົນນະ ຄອນຫລວງວຽງຈັນກ່ຽວກັບການຕິດຕາມກວດກາບັນຫາທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຢູ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງຊຸດທີ I ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ຢູ່ນະຄອນຫລວງວຽງຈັນໄດ້ມີໂຮງຈັກໂຮງງານ ແລະ ຫົວໜ່ວຍທຸລະກິດຕ່າງໆເກີດຂຶ້ນຢ່າງຫລວງຫລາຍ, ອັນໄດ້ປະກອບ ສ່ວນເຮັດໃຫ້ເສດຖະກິດຂອງນະຄອນຫລວງຂະຫຍາຍຕົວຕໍ່ເນື່ອງ, ປັດຈຸບັນມີໂຮງງານຜະລິດກ່ຽວກັບທາດເຄມີໄດ້ຂຶ້ນທະບຽນຖືກຕ້ອງຕາມລະບຽບກົດໝາຍຈໍານວນ 61 ແຫ່ງ, ຂະນະດຽວກັນກໍມີຫລາຍໂຮງງານບໍ່ໄດ້
ຮັບການອະນຸຍາດສ້າງຕັ້ງ ຫລື ຂຶ້ນທະບຽນຖືກຕ້ອງຈາກພາກສ່ວນກ່ຽວຂ້ອງ ແລະ ໄດ້ສວຍໂອກາດດໍາເນີນການຜະລິດ, ຈຶ່ງກໍໃຫ້ເກີດມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຕາມມາເຊັ່ນ: ມີການປ່ອຍນໍ້າເປື້ອນຊະຊາຍ, ປ່ອຍມົນລະພິດອອກສູ່ອາກາດເຮັດໃຫ້ມີກິ່ນເໝັນ, ກິ່ນຂິວຮ້າຍແຮງເປັນຜົນກະທົບຕໍ່ສຸຂະພາບຂອງປະຊາຊົນອາໄສຢູ່ໃກ້ຄຽງ. ຈາກສະພາບບໍ່ດີຄືດັ່ງກ່າວຂະແໜງການກ່ຽວຂ້ອງຈຶ່ງສັ່ງໃຫ້ຫລາຍໂຮງງານຢຸດເຊົາ ຫລື ໂຈະກິດຈະການຊົ່ວຄາວ ເປັນຕົ້ນ: ຢູ່ເຂດເສດຖະກິດວີຕາ (VITA) ຂອງບໍລິສັດຫວ່ອງກໍາຟື້ນຟູໂລຫະຈໍາກັດ, ເຂດອຸດສະຫະກໍາໂນນທອງ, ໂຮງງານຜະລິດດິນຈີ່ບ້ານໂນນສະອາດ, ໂຮງງານເກືອກາລີຊີໂນໄຮໂດຼມາຍນິງ, ບໍລິສັດບໍ່ແຮ່ເກືອກາລີລາວ-ຈີນເມືອງໄຊທານີ, ໂຮງງານອົບຂີ້ເບຍ ຢູ່ບ້ານດຸງເມືອງໄຊເສດຖາ, ໂຮງງານຫລອມໂລຫະຢູ່ບ້ານໂນນຂີ້ເຫລັກເມືອງສີໂຄດຕະບອງ ແລະ ແຫ່ງອື່ນໆ. ນອກຈາກນີ້ຍັງພົບເຫັນການນໍາເຂົ້າສະບຽງອາຫານ, ເຄື່ອງດື່ມ, ຢາປົວພະຍາດ, ເຄື່ອງສໍາອາງປອມແປງ, ສີນຄ້າໝົດອາຍຸ, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ບໍລິໂພກ.   

           ຄະນະດັ່ງກ່າວໃຫ້ຮູ້ວ່າ: ສາເຫດທີ່ພາໃຫ້ເກີດມີຜົນສະທ້ອນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມນີ້, ແມ່ນມາຈາກຄວາມຖືເບົາຂອງຜູ້ປະກອບການໃນການປະຕິບັດລະບຽບກົດໝາຍກ່ຽວຂ້ອງ ເປັນ ຕົ້ນ: ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ອີກດ້ານໜຶ່ງແມ່ນຄວາມເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາຂອງຂະແໜງກ່ຽວຂ້ອງບໍ່ທັນເດັດຂາດເຂັ້ມງວດ, ຈຶ່ງພາໃຫ້ມີການສວຍໂອກາດສ້າງຕັ້ງໂຮງຈັກໂຮງງານ, ຫົວໜ່ວຍທຸລະກິດ, ຮ້ານອາຫານ, ບັນເທິງເປີດຂຶ້ນໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມລະບຽບການ, ມີສະພາບລັກລອບນໍາເຂົ້າສິນຄ້າບໍລິໂພກ-ອຸປະ ໂພກທີ່ໝົດອາຍຸ, ເສື່ອມຄຸນນະພາບ, ປົນເປື້ອນສານເຄມີ ຫລື ນໍາເຂົ້າສີນຄ້າຕ້ອງຫ້າມຕ່າງໆຢ່າງແຜ່ຫລາຍ ແລະ ຖ້າບໍ່ຮີບຮ້ອນມີມາດຕະການແກ້ໄຂໂດຍໄວ ກໍຈະສົ່ງຜົນກະທົບໃຫຍ່ຫລວງຕໍ່ການຂະ ຫຍາຍຕົວຂອງເສດຖະກິດລວມຂອງຊາດ ກໍຄືນະຄອນຫລວງວຽງຈັນ, ເຮັດໃຫ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມບໍ່ໄດ້ຮັບການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ.  

No comments:

Post a Comment