Ad

Ad

18 January 2017

ກະສິກຳພົບປະຊາວກະສິກອນ ແລະ ຜູ້ຜະລິດເປັນສິນຄ້າຢູ່ແຂວງສະຫວັນນະເຂດ

ວັນທີ  17 ມັງກອນນີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະລະຫວ່າງຂະແໜງການກ່ຽວຂ້ອງກັບຜູ້ຕາງໜ້າຊາວກະສິກອນ ແລະ ຜູ້ປະ ກອບການກ່ຽວກັບການຜະລິດກະສິກຳເປັນສິນຄ້າຂຶ້ນທີ່ແຂວງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ພ້ອມດ້ວຍຕາງໜ້າຊາວກະສິກອນແຂວງດັ່ງກ່າວເຂົ້າຮ່ວມເປັນຈຳນວນຫຼາຍ.

ໃນໂອກາດນີ້ທ່ານ ເຈົ້າແຂວງສະຫວັນນະເຂດລາຍງານຕໍ່ກອງປະຊຸມວ່າ: ປັດຈຸບັນທົ່ວແຂວງສະຫວັນນະເຂດມີຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດທີ່ລົງທຶນຢູ່ໃນຂະແໜງກະສິກຳ ແລະ ປ່າໄມ້ທັງໝົດ 133 ຫົວໜ່ວຍ, ມີມູນຄ່າການລົງທຶນປະມານ 930 ລ້ານໂດລາສະຫາລັດ ແລະ ທຶນຈົດທະບຽບຫຼາຍກວ່າ 399 ລ້ານໂດລາ, ໃນນັ້ນມີນັກລົງທຶນຕ່າງປະເທດເຊັ່ນ: ຫວຽດນາມ, ໄທ, ຈີນ , ອິນເດຍ ແລະ ສະວີເດັນ ແລະ ອັນພົ້ນເດັ່ນໃນການຜະລິດເປັນສິນຄ້າຂອງແຂວງໃນຜ່ານມາແມ່ນສາມາດສົ່ງເຂົ້າອອກຂາຍໃຫ້ ສປ ຈີນ ແລະ ສະຫະພາບເອີຣົບໄດ້ຫຼາຍກວ່າ 13 ພັນໂຕນ, ເທົ່າກັບ 91% ຂອງແຜນການສົ່ງອອກ, ສາມາດສ້າງລາຍຮັບໃຫ້ແຂວງໄດ້ເປັນຢ່າງດີ ແລະ ອີກອັນໜຶ່ງທີ່ພົ້ນເດັ່ນແມ່ນການປູກອ້ອຍເປັນສິນຄ້າສະເພາະປີ 2016 ຜ່ານມາທົ່ວແຂວງສາມາດປູກອ້ອຍໄດ້ຫຼາຍກວ່າ 12 ພັນເຮັກຕາ ແລະ ສາມາດເກັບກູ້ຜົນຜະລິດໄດ້ຫຼາຍກວ່າ 440 ພັນໂຕນ, ສາມາດນຳມາຜະລິດນ້ຳຕານຊາຍໄດ້ຫຼາຍກວ່າ 55 ພັນໂຕນ, ສົ່ງອອກໄປຂາຍຢູ່ຕ່າງປະເທດ 51 ພັນໂຕນ, ສ້າງລາຍຮັບໄດ້ຫຼາຍກວ່າ 20 ລ້ານໂດລາ, ແຕ່ແນວໃດກໍດີໂດຍລວມແລ້ວເຫັນວ່າ: ການສົ່ງເສີມການລົງທຶນເຂົ້າໃນວຽກງານການຜະລິດກະສິກຳເປັນສິນຄ້າຢູ່ແຂວງສະຫວັນນະເຂດມີທ່າກ້າວຂຶ້ນເລື້ອຍໆ, ແຕ່ລະປີມີນັກລົງມີຄວາມສົນໃຈມາລົງທຶນເປັນຈຳນວນຫຼາຍ, ຂະນະດຽວກັນຊາວກະສິ ກອນເອງກໍມີຄວາມຕື່ນຕົວ, ພ້ອມພາກັນຈັດຕັ້ງກຸ່ມການຜະລິດ ແລະ ສະມາຄົມຕ່າງໆເພື່ອຊຸກຍູ້ການຜະລິດເປັນສິນຄ້າ.

ທ່ານ ເຈົ້າແຂວງກ່າວວ່າ: ເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດວຽກງານການຜະລິດກະສິກຳເປັນສິນຄ້າ, ໂດຍສະເພາະແມ່ນສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຕ່າງໆ, ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ, ດັ່ງນັ້ນ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນເພື່ອສາມາດຄົ້ນຄວ້າ ແລະ ນຳສະເໜີມາດຕະການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ລະອຽດຈະແຈ້ງ, ແລະ ມີປະສິດທິຜົນ.

No comments:

Post a Comment