Ad

Ad

16 January 2017

ນາຍົກສັ່ງໃຫ້ບັນດາຫົວໜ່ວຍງົບປະມານທີ່ມີບັນຊີເງິນຝາກຢູ່ທະນາຄານທຸລະກິດປິດບັນຊີ

  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ສັ່ງໃຫ້ບັນດາຫົວໜ່ວຍງົບປະມານນັບທັງຢູ່ສູນກາງຮອດທ້ອງຖິ່ນທີ່ມີບັນຊີເງິນຝາກຢູ່ທະນາຄານທຸລະກິດປິດບັນຊີ, ພາຍຫລັງເຫັນວ່າການກະທໍາດັ່ງກ່າວແມ່ນບໍ່ຖືກຕ້ອງສອດຄ່ອງ ຕາມລະບຽບຫລັກການງົບປະມານ, ພ້ອມທັງຊີ້ນໍາໃຫ້ອົງການກວດສອບແຫ່ງລັດຕິດຕາມໃກ້ຊິດຕໍ່ບັນຫາດັ່ງກ່າວເພື່ອລາຍງານລັດຖະບານ.

  ການຊີ້ນໍາໃຫ້ແກ້ໄຂບັນຫານີ້, ມີຂຶ້ນໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານກວດສອບປະຈໍາປີ
2016 ເມື່ອທ້າຍອາທິດຜ່ານມານີ້ທີ່ນະຄອນຫລວງວຽງຈັນ, ຊຶ່ງກ່ອນອື່ນທ່ານນາຍົກລັດຖະ ມົນຕີໄດ້ສະແດງຄວາມຊົມເຊີຍຄະນະນໍາ ແລະ ພະນັກງານຂົງເຂດກວດສອບແຫ່ງລັດທີ່ໄດ້ມີຄວາມພະຍາຍາມຕັ້ງໜ້າປະຕິບັດໜ້າທີ່ພັກ ແລະ ລັດມອບໝາຍໃຫ້ມີຜົນສໍາເລັດເປັນຢ່າງດີ, ໂດຍສະເພາະແມ່ນການເອົາໃຈໃສ່ຄົ້ນຄວ້າ, ປັບປຸງເຄື່ອງມື ແລະ ມາດຕະການຕ່າງໆ ເພື່ອຮັບໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີປະສິດທິຜົນ ຈົນສາມາດພົບເຫັນບັນດາໜໍ່ແໜງ ແລະ ປະກົດການຕົວຈິງທີ່ເປັນຜົນກະທົບຕໍ່ເສດຖະກິດມະຫາພາກ ກໍຄືຊີ້ໃຫ້ເຫັນບັນດາຈຸດທີ່ພາໃຫ້ເກີດການຮົ່ວໄຫລທາງດ້ານລາຍຮັບ-ລາຍຈ່າຍຂອງງົບປະມານລັດໃນໄລຍະຜ່ານມາ ແລະ ເພື່ອຮັບປະກັນໃຫ້ວຽກງານກວດສອບເປັນເຄື່ອງມືພື້ນຖານໃຫ້ແກ່ການຄຸ້ມຄອງບໍລິຫານລັດມີຄວາມເຂັ້ມແຂງໃນຕໍ່ໜ້ານີ້, ທ່ານາຍົກລັດຖະມົນຕີໄດ້ເນັ້ນໃຫ້ທຸກຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນຕ້ອງນໍາໃຊ້ລະບົບການເຊື່ອມຕໍ່ບັນຊີງົບປະມານ-ຄັງເງິນ-ກຸ່ມລາຍຮັບ ເພື່ອເຊື່ອມໂຍງກັນໃນທຸກຫົວໜ່ວຍງົບປະມານ ແລະ ສາມາດດຸ່ນດ່ຽງບັນຊີໃນແຕ່ລະວັນຢ່າງເປັນລະບົບ, ວ່ອງໄວ ແລະ ທັນການ, ປັບປຸງລະບົບການຕິດຕາມ, ການບັນທືກໜີ້ຕ້ອງຮັບຈາກການຈ່າຍເງິນລ່ວງໜ້າງົບປະມານລັດ, ສະສາງບັນຊີເງິນຝາກອົງການບໍລິ ຫານວິຊາການໃນລະບົບຄັງເງິນແຫ່ງຊາດປະຈໍາສູນກາງ, ປະຈໍາແຂວງ, ນະຄອນຫລວງ, ອັນສໍາຄັນແມ່ນໃຫ້ບັນດາຫົວໜ່ວຍງົບປະມານທີ່ມີບັນຊີເງິນຝາກຢູ່ທະນາຄານທຸລະກິດປິດບັນຊີ ແລະ ໂອນຍອດເຫລືອບັນຊີທັງໝົດເຂົ້າລວມສູນຢູ່ໃນຄັງເງິນແຫ່ງຊາດແຕ່ລະຂັ້ນ, ພ້ອມທັງໃຫ້ຂະແໜງການທີ່ມີລາຍຮັບສ້າງແຜນ ແລະ ຕິດຕາມສະຖິຕິສີນຄ້ານໍາເຂົ້າ-ສົ່ງອອກໃຫ້ມີຄວາມຊັດເຈນ, ແຜນຍົກເວັ້ນພາສີໂຄງການລົງທຶນຂອງລັດໃຫ້ລະອຽດ ເພື່ອຫລີກລ້ຽງບັນຫາການອະນຸມັດຍົກເວັ້ນພາສີທີ່ບໍ່ຖືກ ຕ້ອງຕາມລະບຽບກົດໝາຍ ແລະ ກວດຄືນການເຄື່ອນໄຫວທຸລະກິດຕາມຂໍ້ມູນຂະແໜງສ່ວຍສາອາ ກອນຕ້ອງໄດ້ເອົາເຂົ້າສູ່ລະບົບທັນສະໄໝ ເພື່ອຮັບປະກັນການເກັບລາຍຮັບງົບປະມານຖືກຕ້ອງຄົບຖ້ວນ ແລະ ໃຫ້ຂະແໜງການຕ່າງໆໃຫ້ການຮ່ວມມືໃນການກວດສອບຢ່າງຈິງໃຈ, ກວດສອບເຫັນອັນດີຕ້ອງຍ້ອງຍໍ ແລະ ຖືເອົາເປັນແບບຢ່າງ, ແຕ່ໃນກໍລະນີເຄື່ອນໄຫວບໍ່ຖືກຕ້ອງ ຫລື ມີຈຸດອ່ອນຄົງຄ້າງແມ່ນຕ້ອງພ້ອມກັນແກ້ໄຂຕາມລະບຽບກົດໝາຍ. 

No comments:

Post a Comment