Ad

Ad

19 January 2017

ກາແດງລາວຊ່ວຍສ້າງວິດຖ່າຍ ແລະ ນ້ຳລິນໃຫ້ປະຊາຊົນເມືອງນ້ຳບາກ

ໃນວັນທີ 11-12 ມັງກອນຜ່ານມານີ້, ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການ ກາແດງ, ພ້ອມຄະນະ ໄດ້ເດີນທາງລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງນ້ຳລິນ ແລະ ວິດຖ່າຍ ຢູ່ບ້ານນ້ຳຄ້າ, ເມືອງນ້ຳບາກ, ແຂວງຫຼວງພະບາງ ແລະ ເຂົ້າຮ່ວມກອງປະຊຸມສະຫຼຸບໂຄງ ການພັດທະນາອົງການ ແລະ ປັບປຸງຮັກສາສຸຂະພາບຂັ້ນພື້ນຖານ (2014-2017) ຂອງອົງການກາແດງແຂວງຫຼວງພະບາງ.


ກອງປະຊຸມຄັ້ງນີ້, ທ່ານນາງ Dr. Wendy Watson ຜູ້ປະສານງານພາກສະໜາມ ສະພາ ກາແດງສະວິດ ໄດ້ລາຍງານການຮ່ວມມືລະຫວ່າງລັດຖະບານລາວ-ສະພາກາແດງ ສະວິດສ໌ ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນຈຸດດີ ແລະ ຂໍ້ຫຍຸ້ງຍາກຂອງການຈັດຕັ້ງປະຕິບັດ, ນອກນີ້ ຫົວໜ້າອົງການກາແດງແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ໄດ້ຂື້ນລາຍງານຜົນສຳເລັດໃນການ ຈັດຕັ້ງປະຕິບັດກິດຈະກຳ ໃນໄລຍະ 3 ປີ, ເຊິ່ງມີຜົນສຳເລັດຫຼາຍດ້ານເປັນຕົ້ນ ສຳເລັດການສ້າງນໍ້າລິນ 41 ແຫ່ງ, ສາມາດຊົມໃຊ້ໄດ້ 277 ຄອບຄົວ, ໃນຈຳນວນ 3.898 ຄົນ; ສຳເລັດການສ້າງວິດ ຖ່າຍ ໃຫ້ 48 ບ້ານ, ສາມາດຊົມໃຊ້ໄດ້ 1.373 ຄອບຄົວ, ໃນຈຳນວນ 6.805 ຄົນ; ສຳເລັດການສ້າງຄະນະກຳມະການດ້ານສຸຂະພາບຂັ້ນບ້ານໄດ້ 57 ຄົນ; ສ້າງກຸ່ມ ທີ່ສາມາດປົກປັກຮັກສານໍ້າລິນໄດ້ 318 ກຸ່ມ; ສ້າງອາສາສະໜັກກາແດງປະຈຳ ບ້ານໄດ້ 114 ຄົນ; ສ້າງອາສາສະໜັກຄູປະຖົມໄດ້ 55 ຄົນ; ສ້າງອາສາສະໜັກຊາວໜຸ່ມກາແດງລາວ ແລະ ອາສາສະໜັກຊາວໜຸ່ມຕໍາຫຼວດຈະລາຈອນ ໄດ້ເປັນຈຳນວນຫລວງຫລາຍ, ພ້ອມນີ້ ຍັງໄດ້ເຄື່ອນໄຫວເຮັດກິດຈະກໍາປະຖົມພະຍາບານຮັບໃຊ້ໃນງານສໍາຄັນຕ່າງໆ ແລະ ຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພ, ຜູ້ທຸກຍາກໄດ້ຫລາຍກວ່າ 23.000 ຄົນ ແລະ ສຳເລັດການສ້າງກອງທືນສຸຂະພາບສໍາລັບຜູ້ທຸກຍາກ (ເມືອງນໍ້າບາກ ແລະ ເມືອງວຽງຄຳ), ສາມາດອອກບັດໃຫ້ປະຊາຊົນໄດ້ທັງໜົດ 1.635 ຄອບຄົວ, ໃນຈຳນວນ 8.361 ຄົນ ແລະ ໄດ້ຊ່ວຍປີ່ນປົວຫລາຍພັນຄົນ, ຊຶ່ງງົບປະມານທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວກິດຈະກຳ ໃນໄລຍະ 3 ປີນີ້ ລວມມູນຄ່າປະມານ 12 ຕື້ກວ່າກີບ. ທ່ານຜູ້ປະສານງານພາກສະໜາມ ສະພາກາແດງສະວິດສ໌ ໄດ້ນໍາສະເໜີແຜນງານ ແລະ ງົບປະມານໃນສົກປີ 20172019 ຂອງ 2 ແຂວງຫຼວງພະບາງ ແລະ ອຸດົມໄຊ, ທີ່ສືບຕໍ່ສະໜັບສະໜູນລັດຖະບານລາວຕໍ່ໄປ.

No comments:

Post a Comment