Ad

Ad

16 January 2017

ນະຄອນຫລວງວຽງຈັນເລີ່ມເກັບກຳຫົວໜ່ວຍວິສາຫະກິດຍົກຖານລາຍຮັບສ່ວຍສາອາກອນສູ່ລະບົບທັນສະໄໝ

      ໃນວັນທີ 11 ມັງກອນນີ້, ພະແນກການເງິນນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມພົບປະກັບຄະນະຊີ້ນຳທີ່ຖືກແຕ່ງຕັ້ງ ເພື່ອເລີ່ມເກັບກຳຂໍ້ມູນຖານລາຍຮັບຂອງວິສາຫະກິດຕ່າງໆ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການເງິນ, ທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກການເງິນນະຄອນຫລວງ, ທ່ານ ຄຳມອນ ບົວພັນ ຫົວໜ້າພະແນກສ່ວຍສາອາກອນນະຄອນຫລວງ ພ້ອມທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າພະແນກການອ້ອມຂ້າງເຂົ້າຮ່ວມເປັນຈຳນວນຫລາຍ.
     ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນວ່າ: ການເດີນສຳຫລວດຖານລາຍຮັບງົບປະມານຄືນໃໝ່ແມ່ນອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ
40/ນຍ, ລົງວັນທີ 29 ກັນຍາ 2016 ວ່າດ້ວຍການເກັບກຳ ແລະ ສຳຫລວດຖານລາຍຮັບງົບປະມານຄືນໃໝ່ໃນຂອບເຂດທົ່ວປະເທດ, ການລົງເກັບກຳ ແລະ ສຳຫລວດຖານລາຍຮັບງົບ ປະມານຄັ້ງນີ້ເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະແມ່ນແຜນໃນການສ້າງລາຍຮັບງົບປະມານແຫ່ງລັດໃຫ້ສອດຄ່ອງກັບຄວາມເປັນຈິງໃນແຕ່ລະໄລຍະ ແລະ ເພື່ອເປັນບ່ອນອີງໃຫ້ແກ່ບັນດາຂະແໜງການຂັ້ນສູນກາງ, ອຳນາດການປົກຄອງທ້ອງຖິ່ນ ແນໃສ່ເຮັດໃຫ້ການຄຸ້ມຄອງຈັດເກັບລາຍຮັບງົບປະມານແຫ່ງລັດຄົບຖ້ວນ, ຖືກຕ້ອງຕາມລະບຽບກົດໝາຍກຳນົດ, ມີປະສິດທິພາບສູງ ແລະ ບັນລຸຕາມແຜນການທີ່ສະພາແຫ່ງຊາດຮັບຮອງເອົາ.
     ທ່ານຫົວໜ້າພະແນກສ່ວຍສາອາກອນນະຄອນຫລວງວຽງຈັນ ໄດ້ລາຍງານຕໍ່ທີ່ປະຊຸມວ່າ: ອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫລວງວຽງຈັນວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມຕິດຕາມ, ກວດກາການເກັບກຳຂໍ້ມູນຫົວໜ່ວຍວິສາຫະກິດ (ເດີນສຳຫລວດຖານລາຍຮັບງົບປະມານຄືນໃໝ່) ເພື່ອເປັນການຍົກຖານລາຍຮັບສ່ວຍສາອາກອນ ແລະ ຫັນເປັນທັນສະໄໝໃນທົ່ວນະຄອນຫລວງວຽງຈັນ, ປັດຈຸບັນຜ່ານການເດີນສຳຫລວດຖານລາຍຮັບງົບປະມານຄືນໃໝ່ທົ່ວນະຄອນຫລວງວຽງຈັນທີ່ຂຶ້ນກັບຄວາມຮັບຜິດຊອບຂອງພະແນກສ່ວຍສາອາກອນນະຄອນຫລວງ ແລະ ບັນດາເມືອງອ້ອມຂ້າງໃນສົກປີ 2015-2016 ມີທັງໝົດ 41.391 ພື້ນຖານ (ເຊິ່ງບໍ່ລວມຈຳນວນ 2.769 ພື້ນຖານທີ່ໄດ້ສະເໜີຫາຂະແໜງການກ່ຽວຂ້ອງ ເພື່ອລຶບລ້າງອອກຈາກສະຖິຕິ), ໃນນັ້ນຂັ້ນພະແນກຄຸ້ມຄອງມີ 11.428 ພື້ນຖານ, ຖືບັນຊີ 2.951 ພື້ນຖານ, ມອບເໝົາ 8.394 ພື້ນຖານ, ອອກບັດ 83 ພື້ນຖານ, ຂັ້ນເມືອງຄຸ້ມຄອງ 19.296 ພື້ນຖານ, ຖືບັນຊີ 2.316 ພື້ນຖານ.

     ທ່ານ ຄຳມອນ ບົວພັນ ຫົວໜ້າພະແນກສ່ວຍສາອາກອນນະຄອນຫລວງວຽງຈັນ ຍັງໄດ້ລາຍງານຕໍ່ທ່ານຮອງນາຍົກວ່າ: ແຜນການ ແລະ ວິທີການໃນການລົງເກັບກຳ ແລະ ສຳຫລວດຖານລາຍຮັບງົບປະມານຂອງຫົວໜ່ວຍທຸລະກິດຂະໜາດໃຫຍ່-ກາງທີ່ມີລາຍຮັບເກີນ 400 ລ້ານກີບ ທີ່ຂຶ້ນກັບພະແນກ ແລະ ບັນດາເມືອງ, ເດີນສຳຫລວດທຸລະກິດທີ່ມີລາຍຮັບຫລຸດ 400 ລ້ານກີບ, ເດີນສຳຫລວດກ່ຽວກັບເນື້ອທີ່ດິນ ແລະ ຄ່າເຊົ່າທີ່ຂຶ້ນກັບບັນດາເມືອງ, ສຳຫລວດ ແລະ ເກັບກຳຂໍ້ມູນບັນດາພະແນກການທີ່ມີລາຍຮັບຄ່າທຳນຽມ ແລະ ຄ່າບໍລິການວິຊາການ, ສ່ວນເປົ້າໝາຍໃນການເດີນສຳຫລວດແບ່ງອອກເປັນ 3 ລະດັບ ຄືເກຣດ A ແມ່ນພື້ນຖານທີ່ມາແຈ້ງເສຍອາກອນປົກກະຕິ, ເກຣດ B ແມ່ນພື້ນຖານທີ່ມາແຈ້ງເສຍອາກອນບໍ່ປົກກະຕິ (ແຈ້ງ 0 ຫລື ແຈ້ງບໍ່ມີລາຍຮັບ) ແລະ ເກຣດ C ພື້ນຖານທີ່ບໍ່ມາແຈ້ງເສຍອາກອນປະເພດໃດເລີຍ.

No comments:

Post a Comment