Ad

Ad

12 January 2017

ທໍາລາຍເຄື່ອງໃນສັດນໍາເຂົ້າບໍ່ຖືກຕ້ອງຈໍານວນຫລາຍ

           ໃນວັນທີ 10 ມັງກອນນີ້, ເຈົ້າໜ້າທີ່ພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ, ໄດ້ນໍາເອົາສີນຄ້າປະເພດເຄື່ອງໃນສັດ ປະກອບມີ: ຕັບ, ປອດ ແລະ ໃສ້ ງົວ, ຄວາຍ ແລະ ໝູ ລວມມີນໍ້າໜັກຫລາຍກວ່າ 1.230 ກິໂລ, ເປັນມູນຄ່າປະມານ 36 ລ້ານກີບທີ່ນຳເຂົ້າບໍ່ຖືກຕ້ອງຈາກປະເທດໃກ້ຄຽງໄປທໍາລາຍຖີ້ມຢູ່ສະໜາມຂີ້ເຫຍື້ອຫລັກ 32 ເມືອງໄຊທານີ, ນະຄອນຫລວງວຽງຈັນ, ຊຶ່ງເຄື່ອງໃນສັດດັ່ງກ່າວແມ່ນເຈົ້າໜ້າທີ່ພົບເຫັນໃນລະຫວ່າງການລົງຕິດຕາມກວດກາສີນຄ້າທີ່ມີການລັກລອບນໍ້າເຂົ້າບໍ່ຖືກຕ້ອງຕາມລະບຽບຫລັກການຢູ່ຕາມທ້ອງຕະຫລາດຫລາຍແຫ່ງໃນະຄອນຫລວງວຽງຈັນເມື່ອຕົ້ນເດືອນມັງກອນມານີ້.

            ສລັບຊາວຄ້າຂາຍຜູ້ກະທຳຜິດແມ່ນເຈົ້າໜ້າທີ່ໄດ້ທໍາການສຶກສາອົບຮົມ ກ່າວເຕືອນພ້ອມທັງເຮັດບົດບັນທຶກ ແລະ ປັບໄໝຕາມລະບຽບການ ເພື່ອບໍ່ໃຫ້ກະທຳຜິດອີກ, ພ້ອມຮຽກຮ້ອງມາຍັງຜູ້ເປັນເຈົ້າຂອງຕະຫຼາດ, ກໍຄືຄະນະຈັດສັນຕະຫຼາດ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມກວດກາສິນຄ້າທຸກປະເພດທີ່ນຳເຂົ້າມາຈໍາໜ່າຍຢູ່ໃນຕະຫຼາດຂອງຕົນໃຫ້ຖືກຕ້ອງຕາມະບຽບຫລັກ

ການເພື່ອຮັບປະກັນຄວາມສະອາດ ແລະ ປອດໄພຂອງຜູ້ບໍລິໂພກ.

No comments:

Post a Comment