Ad

Ad

17 January 2017

ປກສ ບໍລິຄໍາໄຊຈັບຂະບວນການຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງກັນຊາພັນກວ່າກິໂລ

ພາບ-ຂ່າວ : ຫນັງສືພິມ ປກສ
            ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊລາຍງານວ່າ: ເມື່ອທ້າຍອາທິດຜ່ານມາເຈົ້າໜ້າທີ່ຂອງຕົນສາມາດຈັບຕົວຂະບວນການຄ້າຢາເສບຕິດລາຍໃຫຍ່ປະກອບມີທ້າວ ທອງຈັນ, ທ້າວ ເຄືອ, ທ້າວ ບຸນທຳ ຢູ່ບ້ານປາກຊຸມ, ເມືອງປາກກະດິງ  ແລະ ທ້າວ ກິ ຢູ່ບ້ານປາກກະດັນ ແລະ ທ້າວ ພູ ບ້ານຫາດຊາຍຄູນ, ເມືອງປາກຊັນ, ແຂວງບໍລິຄຳໄຊ, ພ້ອມຂອງກາງປະເພດກັນຊາຈໍານວນ 29 ເປົາ, ລວມມີນໍ້າໜັກ 1.218 ກິໂລທີ່ຊຸກເຊື່ອງໄວ້ໃນເຮືອຫາງ
ສອງລໍາເພື່ອກຽມສົ່ງໄປໃຫ້ເຄືອຂ່າຍຄ້າຢາເສບຕິດຢູ່ປະເທດໃກ້ຄຽງຜ່ານຈຸດບ້ານຫ້ວຍສຽດ, ເມືອງປາກຊັນ, ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
  ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ກັນຊາທັງໝົດແມ່ນເປັນຂອງພໍ່ຄ້າຕ່າງປະເທດຄົນໜຶ່ງທີ່ໄດ້ຈ້າງພວກຕົນຂົນສົ່ງໃຫ້, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ ແລະ ຄະດີຢາເສບຕິດລາຍນີ້ເຈົ້າໜ້າທີ່ຈະສືບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.

No comments:

Post a Comment