Ad

Ad

20 January 2017

ການນຳເລີ່ມສົ່ງລົດທີ່ມີລາຄາແພງຄືນໃຫ້ລັດ

  ໃນວັນພຸດຜ່ານມານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສົ່ງລົດລາຄາແພງຍີຫໍ້ບີເອັມດັບເບີນຢູ (BMW) 7 Series ຄືນໃຫ້ລັດ, ພາຍຫຼັງທີ່ ການນຳລະດັບສູງຂອງປະເທດໄດ້ຕົກ ລົງເຫັນດີເປັນເອກະພາບນໍາກັນຕໍ່ການທີ່ຈະບໍ່ນຳໃຊ້ລົດທີ່ມີລາຄາແພງອີກຕໍ່ໄປ ເພື່ອເປັນການຫຼຸດ ຜ່ອນຄວາມຟູມເຟືອຍ, ຂະນະທີ່ທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍຈະສົ່ງລົດຍີຫໍ້ລຸ້ນດຽວກັນຄືນໃຫ້ລັດໃນໄວໆນີ້ເຊັ່ນກັນ.
            ຕາມການລາຍງານຈາກຫ້ອງການຮັບຜິດຊອບພາຫານະຂອງລັດສນັກງານນາຍົກລັດ ຖະ
ມົນຕີໃຫ້ຮູ້ວ່າ: ການສົ່ງຄືນລົດລາຄາແພງຂອງບັນດາການນຳຄັ້ງນີ້ ແມ່ນສືບເນື່ອງມາຈາກມີການປັບປຸງດຳລັດນາຍົກລັດຖະມົນຕີໃນວັນທີ 5 ມັງກອນ 2017 ວ່າດ້ວຍການສະໜອງ ແລະ ຄຸ້ມຄອງພາຫານະສຳລັບການນຳລະດັບສູງ. ດຳລັດສະບັບປັງປຸງດັ່ງກ່າວໄດ້ມີການຕັດຮອນຄ່າໃຊ້ຈ່າຍໃນການຈັດຊື້ພາຫານະ, ຄ່ານໍ້າມັນເຊື້ອໄຟ ແລະ ການສ້ອມແປງລົງ, ພ້ອມທັງໄດ້ຕັດລົດປະເພດທີ່ມີລາຄາແພງອອກຈາກລາຍການລົດທີ່ລະບຸໄວ້ສຳລັບການນຳ ເຊັ່ນ: ບີເອັມດັບເບີນຢູ (BMW) ແລະ ເມີຊີເດດເບນ (Mercedes-Benz).
  ພະນັກງານຫ້ອງການດັ່ງກ່າວ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແມ່ນໄດ້ສົ່ງລົດ BMW ຂອງເພີ່ນຄືນໃຫ້ລັດໃນວັນທີ 17 ມັງກອນນີ້ ແລະ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍຈະສົ່ງລົດຂອງເພີ່ນຄືນເຊັ່ນກັນ.
          ັດຈຸບັນ, ທ່ານນາຍົກລັດຖະມົນຕີແມ່ນຂີ່ລົດຍີຫໍ້ໂຕໂຍຕາແຄມຣີ (TOYOTA CAMRY) 2.5 ແລະ ທ່ານປະທານປະເທດກໍຈະນຳໃຊ້ລົດລຸ້ນ ດຽວກັນໄປກ່ອນຈົນກ່ວາການຈັດຊື້ລົດໂຕໂຍຕາແຄມຣີ 3.5 ເຊດານ (Camry 3.5 Sedans) ຈະສຳເລັດ.
          ສໍາລັບລົດ BMW ແລະ Mercedes-Benz ທີ່ສົ່ງຄືນນັ້ນຈະໄດ້ມີການປະມູນຂາຍ ຫລື ປ່ຽນກັບລົດທີ່ລາຄາຖືກກວ່າ ເຊັ່ນ: ໂຕໂຢຕ້າ, ເມີຊີເດດສເບນເອັສ-ຄລາສ (S-Class Mer cedes-Benz) ຈຳນວນ 15 ຄັນ ແລະ ເມີຊີເດດສເບນ ອີ-ຄລາສ (E-Class Mercedes-Benz) ອີກຈໍານວນ 21 ຄັນ ທີ່ເຄີຍໄດ້ນຳໃຊ້ເຂົ້າໃນວຽກງານຂອງພາກລັດ ເຊັ່ນ: ຮັບໃຊ້ແຂກຕ່າງປະເທດ ແລະ ບາງສ່ວນແມ່ນໄດ້ມອບໃຫ້ການນຳລະດັບສູງນຳໃຊ້, ໃນນີ້ຈະຍັງຄົງຮັກສາລົດຍີຫໍ້ເມີຊີເດດສເບນ (S-Class Mercedes-Benz) ໄວ້ພຽງຈໍານວນ 10 ຄັນເພື່ອຮັບໃຊ້ເຂົ້າໃນວຽກງານຂອງລັດ, ສ່ວນລົດທີ່ເຫລືອແມ່ນຈະຂາຍ. ນອກນີ້ຍັງມີລົດຍີຫໍ້ BMW 7 Series ຈຳນວນ 11 ຄັນທີ່ນຳໃຊ້ໂດຍກໍາມະການກົມການເມືອງສູນກາງພັກຊຸດປະຈຸບັນ 6 ທ່ານ ແລະ ອາດິດກໍາມະການກົມການເມືອງສູນກາງພັກ 5 ທ່ານທີ່ບຳນານແລ້ວ ແລະ ບໍ່ທັນຮູ້ຈະແຈ້ງວ່າອາດິດກໍາມະການກົມການເມືອງສູນກາງພັກ 5 ທ່ານຈະສົ່ງລົດຄືນຫຼືບໍ່.   
           ດລັດສະບັບປັບປຸງໄດ້ແບ່ງການປະກອບລົດປະຈໍາຕໍາແໜ່ງໃຫ້ການນໍາອອກເປັນ 4 ລະດັບຄື: ລະດັບກໍາມະການກົມການເມືອງສູນກາງພັກຈະໄດ້ຮັບພາຫະນະ 3 ປະເພດຄື: ລົດເກັງທີ່ມີຄວາມແຮງຈັກບໍ່ເກີນ 3.500 ຊີຊີ, ລົດຈີບ (ແລນຄລູເຊີ) ຄວາມແຮງບໍ່ເກີນ 4.500 ຊີຊີ ແລະ ລົດກະບະໜຶ່ງຄັນ, ລະດັບ ເລຂາທິການສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີຈະໄດ້ຮັບພາຫານະ 2 ຄັນຄື: ລົດເກັງທີ່ມີຄວາມແຮງຈັກບໍ່ເກີນ 3.000 ຊີຊີ ແລະ ລົດຈີບ (ແລນຄູສເຊີ) ຄວາມແຮງບໍ່ເກີນ 4.500 ຊີຊີ, ລະດັບກຳມະການສູນກາງພັກ, ລັດຖະ ມົນຕີ, ປະທານກຳມາທິການສະພາ, ປະທານສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ເຈົ້າແຂວງແມ່ນຈະໄດ້ຮັບພາຫານະ 2 ຄັນຄື: ລົດເກັງທີ່ມີຄວາມແຮງຈັກບໍ່ເກີນ 2.500 ຊີຊີ ແລະ ລົດກະບະທີ່ມີຄວາມແຮງບໍ່ເກີນ 2.500 ຊີຊີ ແລະ ລະດັບຮອງລັດຖະມົນຕີ, ຮອງປະທານກຳມາທິການສະພາ, ຮອງປະທານສານປະຊາຊົນສູງສຸດ, ຮອງປະທານໄອຍະການປະຊາຊົນສູງສຸດ, ຮອງເຈົ້າແຂວງ ຈະໄດ້ຮັບພາຫະນະໜຶ່ງຄັນທີ່ມີຄວາມແຮງບໍ່ເກີນ 2.000 ຊີຊີ.

           ຫ້ອງການຮັບຜິດຊອບພາຫະນະຂອງລັດ ໃຫ້ຮູ້ອີກວ່າ: ລົດຍີຫໍ້ແຄມຣີ 3.5 ເຊດານ ຈະໄດ້ຊື້ສຳລັບການນຳລະດັບ 1 ແລະ 2, ສ່ວນລະດັບ 3 ແລະ 4 ຈະໄດ້ຮັບແຄມຣີ 2.5 ແລະ 2.0 ຕາມລຳດັບ. ນອກຈາກນີ້ແຕ່ລະກະຊວງ ແລະ ອົງການທຽບເທົ່າແມ່ນຈະໄດ້ຮັບປະເພດລົດຈີບຈຳນວນ 3 ຄັນ ເພື່ອນຳໃຊ້ເຂົ້າໃນວຽກງານທາງການຂອງລັດເທົ່ານັ້ນ, ສ່ວນການນໍາລະດັບ 3 ແລະ 4 ຈະບໍ່ໄດ້ຮັບປະເພດລົດຈີບສ່ວນຕົວ, ພ້ອມກັນນີ້ລົດທີ່ມອບໃຫ້ການນຳຜ່ານມາ ນອກຈາກຈຳນວນທີ່ດຳລັດສະບັບນີ້ໄດ້ລະບຸໄວ້ແມ່ນຈະໄດ້ສົ່ງຄືນລັດ ແລະ ການນຳທີ່ຖືກສັບປ່ຽນໜ້າທີ່ຕຳແໜ່ງໃໝ່ໃນລະດັບເທົ່າເດີມແມ່ນໃຫ້ສືບຕໍ່ນຳໃຊ້ລົດທີ່ມອບໃຫ້ແລ້ວນັ້ນ, ສໍາລັບການນຳທີ່ຖືກສັບປ່ຽນໄປຮັບໜ້າທີ່ໃໝ່ໃນລະດັບຕ່າງຈາກເດີມແມ່ນຈະໄດ້ຮັບພາຫານະທີ່ເໝາະສົມກັບໜ້າທີ່ໃໝ່ ແລະ ຕ້ອງໄດ້ຮັກສາພາຫະນະໄວ້ບ່ອນເຮັດວຽກເກົ່າຂອງຕົນ. ນອກຈາກນີ້, ພະນັກງານທີ່ບຳນານຕ້ອງໄດ້ສົ່ງພາຫະນະຮັບໃຊ້ຄືນໃຫ້ລັດ, ແຕ່ເຖິງຢ່າງໃດກໍ່ດີສໍາລັບການນຳລະດັບ 2 ແລະ 3 ລົດຈີບ ແລະ ລົດກະບະອາດມອບໃຫ້ເປັນຂອງຂວັນ ຫຼືໃຫ້ຊື້ເອົາໃນລາຄາຫລຸດລົງ ອີງຕາມການຕົກລົງຂອງການນຳຂັ້ນສູງ, ສ່ວນການນຳລະດັບທີ 4 ຈະບໍ່ໄດ້ຮັບພາຫະນະພາຍຫຼັງທີ່ບຳນານ. ດຳລັດສະບັບນີ້ຍັງລະບຸອີກວ່າ: ການນໍາລະດັບ 1 ຈະໄດ້ຮັບນໍ້າມັນເຊື້ອໄຟຈຳນວນ 500 ລິດ, ລະດັບ2 ຈໍານວນ 350 ລິດ, ລະດັບ3 ຈໍານວນ 300 ລິດ ແລະ ລະດັບ4 ຈໍານວນ 200 ລິດຕໍ່ເດືອນ. ສ່ວນນະໂຍບາຍລົດຕຳແໜ່ງສຳລັບພະນັກງານການນຳລະດັບຕໍ່າກ່ວາລະດັບ 4 ແມ່ນຈະໄດ້ຮ່າງໃນລະບຽບການອີກຕ່າງຫາກ.

No comments:

Post a Comment