Ad

Ad

19 January 2017

ໝູນໃຊ້ໄມ້ເສດໃຫ້ເກີດປະໂຫຍດ

           ໂຮງງານເພັດສະໝອນຫັດຖະກໍາແກະສະລັກໄມ້, ເປັນຫົວໜ່ວຍການຜະລິດ ໜຶ່ງທີ່ມີຜົນງານດ້ານສີລະປະການຄວັດ ແລະ ແກະສະລັກໄມ້ຂະໜາດນ້ອຍໃຫ້ກາຍເປັນຮູບສັດປະເພດຕ່າງໆຢ່າງສວຍງາມ ທີ່ໄດ້ຮັບການຢັ້ງຢືນຈາກຂະແໜງອຸດສະຫະກໍາ ແລະ ການຄ້າໃຫ້ເປັນສີນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແລະ ຈຸດທີ່ໜ້າຍ້ອງຍໍຊົມເຊີຍນັ້ນແມ່ນຜະລິດຕະພັນແຕ່ລະປະເພດທີ່ເຮັດຂຶ້ນມາລ້ວນແຕ່ເຮັດດ້ວຍມື ແລະ ເອົາເສດໄມ້ມາຜະລິດ, ຊຶ່ງໃນງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວຄັ້ງທີ 3 ປະຈໍາປີ 2017 ທີ່ຈັດຂຶ້ນຢູ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນເມື່ອບໍ່ດົນມານີ້ກໍເຫັນ
ວ່າຜະລິດຕະພັນຈາກໂຮງງານດັ່ງກ່າວແມ່ນໄດ້ຮັບຄວາມສົນໃຈຈາກມວນຊົນທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.
            ທ່ານນາງ ເພັດສະໝອນ ເນືອງກອງມະນີ ເຈົ້າຂອງໂຮງງານແກະສະລັກດັ່ງກ່າວໄດ້ໃຫ້ສໍາພາດນັກຂ່າວພວກເຮົາວ່າ: ກ່ອນໜ້ານີ້ປະມານ 10 ກວ່າປີຕົນເອງກັບຜົວໄດ້ເຮັດວຽກຢູ່ໂຮງງານເຟີນີເຈີ້ແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ແລະ ແຕ່ລະວັນສັງເກດເຫັນວ່າມີໄມ້ເສດເຫລືອຈາກໂຮງງານເຟີນີເຈີເປັນຈໍານວນຫລາຍຖືກນໍາໄປເຜົາເປັນຖ່ານ, ຈຶ່ງມີແນວຄິດຢາກເອົາໄມ້ເສດເຫລືອເຫລົ່ານັ້ນມາປຸງແຕ່ງຄວັດເປັນຮູບສັດຕ່າງໆທີ່ມີຂະໜາດນ້ອຍເພື່ອສ້າງມູນຄ່າເພີ່ມ ແລະ ຕົກມາຮອດປີ 2006 ຕົນເອງກັບຜົວກໍໄດ້ເຊົາເຮັດວຽກຢູ່ໂຮງງານເຟີນີເຈີແລ້ວຫັນມາສ້າງເສດຖະກິດຄອບຄົວດ້ວຍການໄປເກັບຊື້ໄມ້ເສດຢູ່ຕາມໂຮງງານເຟີນີເຈີຕ່າງໆແລ້ວນໍາມາແກະສະລັກຄັດໃຫ້ເປັນຮູບສັດເຊັ່ນ: ໂຕຊ້າງ, ໝູ, ເສືອ, ໄກ່ ແລະ ອື່ນໆ ເພື່ອສົ່ງຂາຍໃຫ້ບັນດາຮ້ານຂາຍເຄື່ອງທີ່ລະນຶກຕາມທ້ອງຕະຫລາດຕ່າງໆໃນຕົວເມືອງ, ເບື້ອງຕົ້ນແມ່ນສາມາດແກະສະລັກຮູບສັດໄດ້ປະມານ 8-10 ໂຕຕໍ່ອາທິດໃນຄາລາໂຕລະ 20-30 ພັນກີບ ແລະ ເຮັດມາໄດ້ປະມານປີກວ່າກໍເຫັນວ່າຜະລິດຕະພັນຂອງຕົນເລີ່ມເປັນທີ່ຕ້ອງການຈາກຕະຫລາດເພີ່ມຂຶ້ນເລື້ອຍໆ, ຈຶ່ງຕັດສີນໃຈຫັນປ່ຽນຈາກການຜະລິດແບບຄອບຄົວກາຍມາເປັນໂຮງງານໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຮັບເອົາກໍາມະກອນຈໍານວນໜຶ່ງເພື່ອມາຊ່ວຍເຮັດວຽກຮອງຮັບກັບການຜະລິດທີ່ຫລາຍຂຶ້ນ.

           ທ່ານນາງ ເພັດສະໝອນ ກ່າວວ່າ: ປັດຈຸບັນ, ໂຮງງານຂອງຕົນມີຜະລິດຕະພັນແກະສະລັກຈາກໄມ້ຫລາຍກວ່າ 30 ປະເພດ, ສ່ວນລາຄາກໍເລີ່ມແຕ່ 10 ພັນກີບໄປຈົນຮອດ 2-3 ລ້ານກີບຂຶ້ນກັບຄວາມຍາກຂອງການແກະສະລັກ, ການອອກແບບ ແລະ ຂະໜາດຂອງໄມ້ອີກດ້ວຍ ເຊັ່ນ: ຕູດໄມ້, ກິ່ງໄມ້ ຫລື ຮາກໄມ້, ໂດຍພະຍາຍາມຮັກສາຮູບແບບເດີມຂອງວັດຖຸເພື່ອນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ, ທັງໃຫ້ມີລວດລາຍສວຍງາມເພື່ອເອົາໄປຈໍາໜ່າຍຕາມງານວາງສະແດງ ແລະ ຕະຫລາດນັດຕ່າງໆທີ່ຂະແໜງການກ່ຽວຂ້ອງຈັດຂຶ້ນໃນແຕ່ລະຄັ້ງຈົນກາຍເປັນທີ່ຮັບຮູ້ຂອງລູກຄ້າທັງພາຍໃນ ແລະ ຕ່າງປະເທດຫລາຍສົມຄວນ, ໂດຍສະເພາະແມ່ນລູກຄ້າຊາວຈີນ, ຊຶ່ງມາຮອດປີ 2015 ຜະ ລິດຕະພັນແກະສະຫລັກຮູບສັດຂອງໂຮງງານຕົນກໍໄດ້ຮັບຄັດເລືອກຈາກກະຊວງອຸດສະຫະກໍາ ແລະ ການຄ້າໄດ້ຮັບກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ ODOP ແລ້ວ, ຊຶ່ງນັບເປັນຄວາມພູມໃຈທີ່ໄດ້ຮັບກາໝາຍສໍາຄັນດັ່ງກ່າວ, ເພາະວ່າເປັນສິ່ງທີ່ຢັ້ງຢືນໃຫ້ເຫັນເຖິງເອກະລັກ ແລະ ຄວາມສວຍງາມໃນຜະລິດຕະພັນຂອງຕົນໄດ້ເປັນຢ່າງດີ.  

No comments:

Post a Comment