Ad

Ad

19 January 2017

ສະພາບອາກາດຈະເຢັນລົງ 1-3 ອົງສາ


        ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນວ່າ: ນັບແຕ່ວັນທີ 19-21 ມັງກອນນີ້, ມວນອາກາດໜາວເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງລາວ ສົມທົບກັບກະແສລົມຕາເວັນຕົກອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງປານກາງ ແລະ ແຮງ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຕື່ມອີກ 1-3 ອົງສາ, ໂດຍສະເພາະຢູ່ແຂວງພາກເໜືອຫາພາກກາງດ້ານຕາເວັນອອກ ແລະ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ໂດຍສະເພາະແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ຢູ່ເຂດດັ່ງກ່າວ ຈົ່ງມີສະຕິຮັກສາສຸຂະ ພາບ ແລະ ນຸ່ງຮົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ໂດຍສະເພາະ ເດັກນ້ອຍ ແລະ ຜູ້ສູງອາຍຸ, ພ້ອມນີ້ ກໍໃຫ້ມີສະຕິຕໍ່ສະພາບລົມພັດແຮງທີ່ອາດຈະເກີດຂຶ້ນໃນໄລຍະນີ້ຕື່ມອີກ.


No comments:

Post a Comment