Ad

Ad

9 December 2016

ນຳສະເໜີເບຍທູບ໋ອກ ( TUBORG )

          ບໍລິສັດເບຍລາວໄດ້ຈັດພິທີນຳສະເໜີເບຍ TUBORG ຂຶ້ນໃນວັນທີ 7 ທັນວານີ້, ທີ່ສູນການຄ້າສາກົນໃນນະຄອນຫຼວງວຽງຈັນ, ໂດຍມີຄະນະຜູ້ບໍລິຫານ-ພັກນັກງານບໍລິສັດເບຍລາວ ແລະ ຜູ້ຕ່າງໜ້າຈາກຫຼາຍຂະແໜງການ, ນັກທຸລະກິດ ພ້ອມດ້ວຍນັກຮ້ອງ, ນັກສະແດງ, ນັກສີລະປິນ, ດາລາ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.
           ຄະນະບໍລິຫານບໍລິສັດເບຍລາວໃຫ້ຮູ້ວ່າ: TUBORG ມີຕົ້ນກຳເນີດຢູ່ທີປະເທດເດັນມາກເລີ່ມ
ຜະລິດມາແຕ່ປີ 1880  ແລະ ມີການພັດທະນາດ້ານຮູບໂສມເລື່ອຍໆຈົນມາຮອດປັດຈຸບັນເປັນຂວດແກ້ວສີຂຽວທີ່ມີເອກະລັກ ແລະ ກາຍເປັນຜະລິດຕະພັນເບຍທີ່ໄດ້ຮັບຄວາມນິຍົມ ແລະ ຖືກຮຽກຮ້ອງໃຫ້ນຳເຂົ້າມາຂາຍໃນອາຊີ ເຊັ່ນດຽວກັບການນຳສະເໜີເບຍດັ່ງກ່າວຢູ່ ສປປ ລາວ ໃນມື້ນີ້, TUBORG ເໝາະກັບຄົນຮັກຄວາມມ່ວນຊື່ນ, ຊຶ່ງຮັກສາລົດຊາດທີ່ມີຄວາມເປັນເອກະລັກ ແລະ ໄດ້ຮັບຄວາມພາກພູມໃຈຈາກຄົນເອີຣົບມາຫຼາຍກວ່າ 140 ປີຍ້ອນລັກສະນະພິເສດຂອງມັນຄື: ເປີດງ່າຍ,ຮູບໂສມມີເອກະລັກໂດດເດັ່ນ ສວຍງາມເບິ່ງແລ້ວສະຕຸດຕາ ແລະ ດື່ມງ່າຍ, ລົດຊາດມີເອກະລັກບໍ່ຄືກັບເບຍອື່ນໆ.

          ຄະນະບໍລິຫານບໍລິສັດເບຍລາວໃຫ້ຮູ້ອີກວ່າ: ບໍລິສັດເບຍລາວ ແລະ ບໍລິສັດ ຄາສເປີກເດັນມາກເປັນຄູ່ຮ່ວມທຸລະກິດກັນມາແຕ່ປີ 2002 ຊຶ່ງມີການຮ່ວມມື ແລະ ພັດທະນາຜະລິດຕະພັນເຄື່ອງດື່ມດ້ວຍກັນຕະຫຼາດມາ ແລະ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃນປະເທດລາວກໍຄືເພີ່ມທາງເລືອກໃຫ້ແກ່ລູກຄ້າຫຼາຍຂຶ້ນ,TUBORG ກໍຈະເປັນໜຶ່ງໃນຜະລິດຕະພັນຂອງບໍສິລັດ ເບຍລາວນັບແຕ່ມື້ນີ້ເປັນຕົ້ນໄປ.

No comments:

Post a Comment