Ad

Ad

8 December 2016

SCG ມອບທຶນການສຶກສາໃຫ້ນັກຮຽນຜູ້ທຸກຍາກ 250 ຄົນ

          ວັນທີ 7 ທັນວາຜ່ານມານີ້, ບໍລິສັດ ເອັສຊີຈີ ໄດ້ຈັດພິທີມອບທຶນການສຶກສາໃຫ້ກັບນ້ອງນັກ ຮຽນຜູ້ທຸກຍາກຂາດເຂີນທຶນຮອນໃນການສຶກສາ ຈຳນວນ 250 ຄົນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ລີຕູ້ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານເອກອັກຄະ  ລາ ຊະທູດໄທ ປະຈຳລາວ, ຄູ-ອາຈານ, ນ້ອງນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານ ຣຸ້ງໂຣດ ລັງສີໂຍພາດ ກຳມະການຜູ້ຈັດການໃຫຍ່ເອັສຊີຈີ ກ່າວວ່າ: ການມອບທຶນການ
ສຶກສາຄັ້ງນີ້ ປະກອບມີທັງໝົດ 250 ທຶນ, ໃນນັ້ນ ນະຄອນ ຫລວງວຽງຈັນ 150 ທຶນ ແລະ ແຂວງຄຳມ່ວນ 100 ທຶນ, ໃນນີ້ ມີທຶນພິເສດສະເພາະນະຄອນຫລວງວຽງຈັນ 7 ຄົນ ແລະ ຄຳມ່ວນ 5 ຄົນ, ສຳລັບນັກຮຽນທີ່ໄດ້ຮັບທຶນຕ້ອງເປັນຄົນດີ, ດຸໝັ່ນ, ຕັ້ງອົກຕັ້ງໃຈຮ່ຳຮຽນ, ມີຄວາມກະຕັນຍູຮູ້ຄຸນຕໍ່ຜູ້ປົກຄອງ ແລະ ທີ່ສຳຄັນຕ້ອງເປັນຄົນທີ່ຢູ່ໃນຄອບຄົວທຸກຍາກຂາດເຂີນແທ້. ນອກນີ້ ໂຄງການເອັສຊີຈີ ຍັງໄດ້ມອບອຸປະກອນການຮຽນ ເປັນຕົ້ນ ປຶ້ມ, ບິກ-ສໍ, ກະເປົານັກຮຽນ, ເສື້ອໂປໂລ, ພ້ອມທັງຈັດກິດຈະກຳການຮຽນຮູ້ ເພື່ອແນະນຳແນວທາງການສຶກສາ, ໃຫ້ຄວາມຮູ້ ແລະ ສົ່ງເສີມຈິດສຳນຶກໃນການຮັບຜິດຊອບຕໍ່ສັງຄົມຫລາຍຂຶ້ນ.
          ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງສຶກສາ ໄດ້ສະແດງຄວາມຂອບໃຈຕໍ່ເອັສຊີຈີ ທີ່ໃຫ້ການສະໜັບສະໜູນນັກຮຽນລາວມາໂດຍຕະຫລອດ ບໍ່ວ່າຈະເປັນການມອບທຶນການສຶກສາ, ອຸປະ ກອນການຮຽນ ແລະ ເຄື່ອງນຸ່ງຂອງຖືຕ່າງໆ ເພື່ອເປັນກຳລັງໃນການຮ່ຳຮຽນເພື່ອອະນາຄົດຂອງເຂົາເຈົ້າ, ນອກນີ້ຍັງໄດ້ຮຽກຮ້ອງໃຫ້ບັນດາຄູ-ອາຈານໂຮງຮຽນແຕ່ລະແຫ່ງເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນໃຫ້ດີຂຶ້ນກວ່າເກົ່າ ເພື່ອແນໃສ່ບັນລຸຜົນສຳເລັດໃນການຈັດຕັ້ງປະຕິບັດການຮຽນ-ການສອນ ຕະຫລອດຮອດນັກຮຽນກໍໃຫ້ສືບຕໍ່ຕັ້ງໃຈຮຽນ ແລະ ສ້າງຄວາມດີໄປເລື້ອຍໆ.

          ໂຄງການມອບທຶນການສຶກສາ (SCG Sharing The Dream), ເປັນໂຄງການພັດທະນາສັກກະຍະພາບເຍົາວະຊົນໃນພູມມີພາກອາຊຽນ ທີ່ເອັສຊີຈີປະຕິບັດມາຢ່າງຕໍ່ເນື່ອງຫລາຍປີແລ້ວ, ເຊິ່ງໃນປີ 2012 ມອບທຶນການສຶກສາ 99 ທຶນໃນໂຮງຮຽນຈຳນວນ 21 ແຫ່ງ, ປີ 2013 ໄດ້ມອບທຶນ 100 ທຶນ ໃຫ້ກັບໂຮງຮຽນ 36 ແຫ່ງ, ປີ 2014 ໄດ້ຂະຫຍາຍຈາກນະຄອນຫລວງວຽງຈັນໄປຫາແຂວງຄຳມ່ວນ, ໂດຍສະເພາະນະຄອນຫລວງວຽງຈັນແມ່ນ 150 ທຶນ ໃນຈຳນວນ 47 ໂຮງຮຽນ ແລະ ແຂວງຄຳມ່ວນ 50 ທຶນໃນຈຳນວນ 17 ໂຮງຮຽນ, ປີ 2015 ມີ 150 ທຶນໃນ 40 ໂຮງຮຽນທົ່ວນະຄອນຫລວງວຽງຈັນ ແລະ 80 ທຶນໃນ 19 ໂຮງຮຽນທົ່ວແຂວງຄຳມ່ວນ ແລະ ປີ 2016 ແມ່ນໄດ້ມອບໃຫ້ 150 ທຶນໃນ 57 ໂຮງ ຮຽນທົ່ວນະຄອນຫລວງວຽງຈັນ ແລະ 100 ທຶນໃນ 23 ໂຮງ ຮຽນຂອງແຂວງຄຳມ່ວນ.

No comments:

Post a Comment