Ad

Ad

5 December 2016

ການພົວພັນຮ່ວມມືລາວ-ຈີນ ນັບມື້ເບັ່ງບານ

            ແຫລ່ງຂ່າວ(ຂປລ)ລາຍງານວ່າ: ໂອກາດຢ້ຽມຢາມ ສປຈີນ ຢ່າງເປັນທາງການ ແລະ ໃນວັນທີ 1 ທັນວານີ້, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ສີຈີ້ນຜິງ ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນ ທີ່ນະຄອນຫລວງປັກກິ່ງ.
             ທ່ານ ສີຈີ້ນຜິງ ປະທານປະເທດແຫ່ງ ສປຈີນ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການຢ້ຽມຢາມຂອງທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານໜັ້ນຄົງຍາວນານລະຫວ່າງສອງປະເທດຈີນ ແລະ ລາວ ກໍຄືການໄປມາຫາສູ່ກັນຂອງການນຳສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ນັບມື້ຂະຫຍາຍຕົວສູງຍິ່ງຂຶ້ນ
ແລະ ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕາງໜ້າຄະນະຜູ້ແທນລາວສະແດງຄວາມຂອບໃຈຢ່າງຈິງໃຈທີ່ການນຳພັກ-ລັດ ສປຈີນ ໃຫ້ການຕ້ອນຮັບອັນອົບອຸ່ນສະໜິດສະໜົມ ແລະ ສົມກຽດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ແລະ ການຢ້ຽມຢາມໃນບັນຍາກາດທີ່ທັງສອງປະເທດພວມເບີກບານມ່ວນຊື່ນ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 55 ປີ.
             ໃນໂອກາດນີ້, ທ່ານນາຍົກກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ຄວາມຮັກແພງຈາກທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ມາຍັງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ.
            ໃນການພົບປະສອງຝ່າຍໄດ້ຕີລາຄາສູງ ແລະ ເຫັນວ່າການພົວພັນຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫລາຍດ້ານ, ພິເສດ ແມ່ນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງສອງປະເທດໄດ້ດຳເນີນຢ່າງປົກກະຕິ, ມີຄວາມເຂົ້າອົກເຂົ້າໃຈກັນ ແລະ ໄວ້ເນື້ອເຊື່ອໃຈກັນນັບມື້ເລິກເຊິ່ງ ແລະ ໜັກແໜ້ນ. ການພົວພັນຮ່ວມມືສອງປະເທດລາວ-ຈີນ ໄດ້ກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານນັບມື້ເພີ່ມທະວີ ແລະ ມີໝາກຜົນ ເຫັນໄດ້ໃນໂອກາດແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ໂດຍສະເພາະໃນການຢ້ຽມຢາມ ສປ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ລົງນາມເອກະສານຮ່ວມມືຈໍານວນ 10 ສະບັບ ແລະ ໃນໂອກາດທ່ານ ຫລີເຄີ້ສຽງນາຍົກລັດຖະ ມົນ ຕີ ແຫ່ງ ສປ ຈີນ ຢ້ຽມຢາມ ສປປ ລາວ ໃນເດືອນກັນຍາ 2016 ກໍໄດ້ລົງນາມເອກະສານຮ່ວມມືສອງຝ່າຍຈໍານວນ 20 ສະບັບ, ເຊິ່ງມາຮອດປັດຈຸບັນ ໄດ້ມີຫລາຍໂຄງການພວມຢູ່ໃນຂັ້ນຕອນຈັດຕັ້ງປະຕິບັດ ແລະ ບາໂຄງການ ກໍພວມດຳເນີນການສຳຫລວດສຶກສາຕໍ່.

             ໃນໂອກາດນີ້, ທ່ານ ທອງລຸນ ສີສຸດລິດ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານປະທານປະເທດ ສີຈີ້ນຜິງ ແລະ ບັນດາການນຳພັກ, ລັດຖະບານຈີນ ທີ່ໄດ້ເອົາໃຈໃສ່ຊຸກຍູ້ໂຄງການຕ່າງໆຢູ່ ສປປ ລາວ ເປັນຕົ້ນແມ່ນໂຄງການກໍ່ສ້າງທາງລົດໄຟລາວ-ຈີນທີ່ເປັນໂຄງການໃຫຍ່, ມີຄວາມໝາຍຍຸດທະສາດ ແລະ ປະຫວັດສາດຂອງສອງປະເທດ, ເຊິ່ງສອດຄ່ອງກັບຂໍ້ລິ່ເລີມ ແລະ ວິໄສທັດຂອງທ່ານປະທານປະເທດ ສີຈີ້ນຜິງ ກ່ຽວກັບການກໍ່ສ້າງໜຶ່ງແລວທາງໜຶ່ງເສັ້ນທາງ, ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມປິ່ນອ້ອມ ໄດ້ຮັບຜົນສຳເລັດອັນຈົບງາມ. ສອງຝ່າຍຢືນຢັນວ່າ: ລາວ ແລະ ຈີນ ໃນຖານະເປັນປະເທດສັງຄົມນິຍົມ, ເພື່ອນບ້ານໃກ້ເຮືອນຄຽງທີ່ເປັນຄູ່ຮ່ວມຊະຕາກຳທີ່ມີຄວາມໝາຍຍຸດທະສາດ, ຈະສືບຕໍ່ຢຶດໜັ້ນຕາມທິດໜັ້ນຄົງຍາວນານ, ເພື່ອນບ້ານມິດຕະພາບ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານບົນຈິດໃຈແຫ່ງການເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ລົງເລິກການຮ່ວມມືແລກປ່ຽນໃນຂົງເຂດຕ່າງໆຢ່າງຮອບດ້ານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊ່ວຍ ເຫລືອກັນ ແລະ ເຊື້ອໜັ້ນກັນໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໜັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາພາກພື້ນ ແລະ ໃນໂລກ.

No comments:

Post a Comment