Ad

Ad

9 December 2016

ລາວຮ່ວມກັບໄມໂຄຣຊອບຈັດສຳມະນາການສ້າງຄວາມເຂັ້ມ ແຂງໃນການບໍລິຫານລັດ

          ວັນທີ 8 ທັນວານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPI) ຮ່ວມກັບບໍລິສັດ ໄມໂຄຣຊອບ (Micro soft), ຈັດສຳມະນາກ່ຽວກັບແນວທາງ ການບໍລິຫານລັດ ພາຍໃຕ້ຫົວຂໍ້: ສ້າງຄວາມເຂັ້ມແຂງ ໃນການບໍລິຫານລັດ, ໂດຍການ ເປັນປະທານຂອງທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ ແລະ ນາງ ມີເຊວ ຊີມມອນ ອຳນວຍການຝ່າຍການຕະຫລາດ ບໍລິສັດ ໄມໂຄຣຊອບ ເຂດອາຊີຕາເວັນອອກສ່ຽງໃຕ້, ພ້ອມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນຈຳນວນຫລາຍ.
          ເພື່ອເປັນການແລກປ່ຽນປະສົບການ ແລະ ບົດຮຽນກ່ຽວກັບວິທີການນຳໃຊ້ປະໂຫຍດຈາກເຕັກໂນໂລຊີ ເພື່ອຫັນໄປສູ່ດີຈີຕອນ, ສະໜັບສະໜູນ ແລະ ປະກອບສ່ວນໃນການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ, ຊຶ່ງການສຳມະນາຄັ້ງນີ້ນອນໃນແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ(2016-2020), ແຜນວິໄສທັດໄອຊີທີ 2030, ແຜນ ພັດທະນາໄອຊີທີ 5 ປີ ແລະ ສອດຄ່ອງກັບແຜນການສ້າງຄວາມເຂັ້ມແຂງແຫ່ງຊາດຂອງ ບໍລິສັດໄມໂຄຣຊອບ, ຊຶ່ງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃນການນຳໃຊ້ໄອຊີທີ ເພື່ອການພັດທະນາແບບຍືນຍົງ, ມີການບໍລິຫານລັດທີ່ທັນສະໄໝ ແລະ ສ້າງໂອກາດໃນການ ພັດທະນາທຸລະກິດໃໝ່, ພ້ອມທັງນຳໃຊ້ໄອຊີທີ ເພື່ອຫັນເປັນອຸດສາຫະກຳ ແລະ ທັນສະ ໄໝ, ເປັນເຄື່ອງມືໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ເປັນສູນກາງໃນ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງເປັນການສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມ ຢ່າງກວ້າງຂວາງ.
          ທ່ານລັດຖະມົນຕີ ໄດ້ກ່າວວ່າ: ງານສຳມະນາຄັ້ງນີ້ ໄດ້ຢືນຢັນເຖິງວິໄສທັດໃນການ ພັກດັນໃຫ້ວຽກງານໄອຊີທີມີສ່ວນຮ່ວມໃນການພັດທະນາໂດຍລວມ, ຮັບປະກັນໃຫ້ມີການ ບໍລິຫານລັດທີ່ທັນສະໄໝ ແລະ ປັບປຸງວິທີການຈັດຕັ້ງປະຕິບັດ ການຄຸ້ມຄອງບໍລິຫານທັງ ພາກລັດ ແລະ ເອກະຊົນໃຫ້ມີປະສິດທິພາບ ແລະ ຄຸນນະພາບສູງຂຶ້ນ, ຊຶ່ງບໍ່ພຽງແຕ່ຮັບ ປະກັນການເຂົ້າເຖິງການບໍລິການທີ່ທັນສະໄໝ, ແຕ່ຍັງຕ້ອງໄດ້ສ້າງຂະບວນການໃນການ ຈັດການທີ່ເໝາະສົມ ແລະ ສິ່ງສຳຄັນແມ່ນການສ້າງໃຫ້ປະຊາຊົນໄດ້ຮູ້ນຳໃຊ້ເຕັກໂນໂລ ຊີດີຈີຕອນ.

          ທ່ານຜູ້ອຳນວຍການຝ່າຍລັດ ບໍລິສັດໄມໂຄຣຊອບ ກ່າວວ່າ: ປັດຈຸບັນນີ້ ເຖິງແມ່ນ ວ່າຈະມີການພັດທະນາແບບລວມສູນຂອງຍຸກດີຈີຕອນ, ແຕ່ຍັງມີຊ່ອງຫວ່າງ ແລະ ຫລາຍ ຄົນຍັງບໍ່ສາມາດເຂົ້າເຖິງປະໂຫຍດຂອງເສດຖະກິດດີຈີຕອນເທື່ອ, ເຖິງແມ່ນວ່າຈະມີບັນດາ ຂະແໜງການດ້ານອຸດ ສາຫະກຳທີ່ຮອງຮັບຢູ່ແລ້ວກໍຕາມ, ຊຶ່ງເປົ້າໝາຍຂອງພວກເຮົາແມ່ນ ການເຮັດວຽກແບບໄກ້ຊິດກັບພາກລັດຖະບານ ແລະ ສັງຄົມໃນການສະໜັບສະໜູນ ແລະ ການອຳນວຍຄວາມສະດວກ ເພື່ອກ້າວຂ້າມຜ່ານສິ່ງທ້າທາຍຕ່າງໆ ແລະ ສ້າງສະພາບ ແວດລ້ອມໃນການເຮັດວຽກໃນລະບົບຄລາວ (Cloud) ເພື່ອເພີ່ມຄວາມສາມາດໃນການ ແຂ່ງ ຂັນທາງທຸລະກິດ, ການຜະລິດ ແລະ ການບໍລິຫານ ທີ່ທັນສະໄໝ, ໂດຍການນຳໃຊ້ ເຕັກໂນໂລຊີທີ່ເໝາະສົມ ແລະ ຮັບປະກັນຄວາມປອດໄພ.

No comments:

Post a Comment