Ad

Ad

9 December 2016

ທະນາຄານກາງ ລາວ - ສ. ເກົາຫລີ ແລກປ່ຽນຄວາມຮູ້ທາງດ້ານວິຊາການ

          ການເຜີຍແຜ່ການສຶກສາຄົ້ນຄ້ວາ ພາຍໃຕ້ໂຄງການແລກປ່ຽນຄວາມຮູ້ທາງດ້ານວິຊາການລະຫວ່າງທະນາຄານແຫ່ງ ສປປ ລາວ ກັບທະນາຄານແຫ່ງ ສ. ເກົາຫລີຄັ້ງທີ 2 ພາຍໃຕ້ຫົວຂໍ້ທີ່ວ່າ :ການພັດທະນາໂຄງສ້າງດ້ານການເງິນ’’ ( Advancing Structure of the Financial Market )ໄດ້ຈັດຂຶ້ນເມື່ອບໍ່ດົນນີ້ແຂວງຫລວງພະບາງໂດຍການເປັນປະທານຂອງທ່ານ ເພັດສະ ຖາພອນ ແກ້ວວົງວິຈິດ ຫົວຫນ້າຫ້ອງການທະນາຄານ
ແຫ່ງ ສປປ ລາວ ທ່ານ ກີ ຊັນຈາງ (kee sun jang)ຮອງຫົວຫນ້າກົມຮ່ວມມືທະນາຄານກາງ ສ. ເກົາຫລີ ພ້ອມດ້ວຍພະນັກງານວິຊາການທີກ່ຽວຂ້ອງຂອງທັງສອງທະນາຄານກາງເຂົ້າຮ່ວມ.
            ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວຫນ້າຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ກ່າວວ່າ: ການຮ່ວມມືທາງດ້ານວິຊາການສອງທະນາຄານລະຫວ່າງທະນາຄານແຫ່ງ ສປປ ລາວ ກັບທະນາຄານກາງ ສ ເກົາຫລີ ຄັ້ງນີ້ກໍເພື່ອສຶກສາຄົ້ນຄວ້າໂຄງການແລກປ່ຽນຄວາມຮູ້ທາງດ້ານວິຊາການເຊິ່ງໃນປີ 2015 ຜ່ານມາທະນາຄານແຫ່ງ ສປປ ລາວ ໄດ້ຮັບການຊ່ວຍເຫລືອຈາກທະນາຄານກາງ ສ. ເກົາຫລີ ໃນໂຄງການແລກປ່ຽນຄວາມຮູ້ທາງດ້ານວິຊາການໃນຫົວຂໍ້ທີ່ວ່າ ‘’ ການພັດທະນາໂຄງສ້າງດ້ານການເງິນ ’’.
           ຜ່ານການຈັດຕັ້ງປະຕິບັດເຫັນວ່າໂຄງການປະສົບຜົນສໍາເລັດ ແລະມີຜົນປະໂຫຍດຫລາຍຕໍ່ທະນາ ຄານແຫ່ງ ສປປ ລາວ ເປັນຕົ້ນພະນັກງານຂອງທະນາຄານແຫ່ງ ສປປ ລາວ ຈໍານວນຫນຶ່ງໄດ້ປະກອບສ່ວນໃນການສ້າງຄວາມສາມາດໃນການຄົ້ນຄວ້າວຽກງານວິຊາການ ແລະໄດ້ຂຽນບົດຄົ້ນຄວ້າແລກປ່ຽນກັບສາສະດາຈານຈາກມະຫາວິທະຍາໄລທີ່ມີຊື່ສຽງຂອງ ສ. ເກົາຫລີ ແລະໄດ້ມີການຈັດສໍາມະນາຢູ່ ສປປ ລາວ 2 ຄັ້ງ ແລະ ຢູ່ ສ ເກົາຫລີ 1 ຄັ້ງ.
          ສະນັ້ນໂຄງການນີ້ຈຶ່ງໄດ້ສືບຕໍ່ໃຫ້ການຊ່ວຍເຫລືອ ທະນາຄານແຫ່ງ ສປປ ລາວ ໃນປີ 2016 ໃນຫົວຂໍ້ທີ່ວ່າ: ການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງລະບົບຊໍາລະສະສາງ ’’ ( Payment and Settlement System Operation and Oversight Framework )ໂຄງການນີ້ເປັນຂີດຫມາຍສໍາຄັນໃນການເສີມສ້າງມິດຕະພາບ ແລະ ການຮ່ວມມືລະຫວ່າງ ທະນາຄານແຫ່ງ ສປປ ລາວ ກັບ ທະນາຄານກາງ ສ ເກົາຫລີ ໃຫ້ແຫນ້າແຟ້ນຕື່ມອີກ.

    # ຂ່າວ: ຣັດສະໝີ ດວງສັດຈະ.

No comments:

Post a Comment