Ad

Ad

22 December 2016

ລາວຈະບໍ່ຊື້ລົດລາຄາແພງໃຫ້ການນໍາຂີ່

           ລັດຖະບານຢືນຢັນວ່າຕໍ່ໜ້ານີ້ລາວເຮົາຈະບໍ່ພິຈາລະນາຊື້ລົດປະຈໍາຕໍາແໜ່ງໃຫ້ພະນັກ ງານການນໍາໃນຄາລາທີ່ແພງເກີນໄປ, ພາຍ ຫລັງເຫັນວ່າມີການສີ້ນເປື້ອງຫລາຍດ້ານ, ຂະນະທີ່ການນໍາຂັ້ນກໍາມະການກົມການເມືອງສູນກາງພັກກໍເຫັນດີເປັນເອກະພາບທີ່ຈະຄືນລົດປະຈໍາຕໍາແໜ່ງທີ່ມີລາຄາແພງໃຫ້ລັດເພື່ອປະມູນຂາຍແລ້ວເອົາເງິນມາຊື້ລົດໃນລາຄາທີ່ເໝາະສົມແທນ.
           ບັນຫາດັ່ງກ່າວໄດ້ຮັບການຢືນຢັນຈາກທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນໂອກາດໂອ້ລົມຕໍ່ກອງປະຊຸມແນະນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ
ແຫ່ງລັດປະຈໍາປີ 2017 ເມື່ອບໍ່ດົນນີ້, ຊຶ່ງທ່ານໄດ້ກ່າວໜັກແໜ້ນວ່າ: ເພື່ອເປັນແບບ ຢ່າງໃນການຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍໃຫ້ເປັນຮູບປະທໍາ, ຂ້າພະເຈົ້າຍີນດີຄືນລົດປະຈໍາຕໍາແໜ່ງທີ່ມີລາຄາແພງໃຫ້ລັດ, ນອກຈາກນີ້ບັນດາການນໍາຂັ້ນສູງພັກ-ລັດ ນັບແຕ່ສະຫາຍເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາກໍາມະການກົການເມືອງສູນກາງພັກກໍແມ່ນເຫັນດີເປັນເອກະພາບທີ່ຈະພ້ອມກັນປະຕິບັດເຊັ່ນດຽວກັນ ເພື່ອເປັແບບຢ່າງນໍາພາໃນການປະຢັດມັດທະຍັດ ແລະ ຕ້ານການຟູມເຟືອຍ.
   ທ່ານນາຍົກລັດຖະມົນຕີກ່າວວ່າ: ການບໍ່ໃຊ້ລົດລາຄາແພງຈະສາມາດຫລຸດຜ່ອນຄ່າໃຊ້ຈ່າຍງົບປະມານລັດໄດ້ຫລາຍດ້ານ ເຊັ່ນ: ປະຢັດນໍ້າມັນ, ຄ່າສ້ອມແປງບໍາລຸງຮັກສາ ແລະ ອື່ນໆ. ຂະນະທີ່ເງິນຫວ່ງທີ່ໄດ້ຈາກການປະມູນຂາຍລົດລາຄາແພງກໍຈະສາມາດເອົາໄປຊື້ລົດທີ່ມີລາຄາເໝາະສົມໄດ້ຫລາຍຄັນ ເພື່ອໃຫ້ບັນດາການນໍາຂອງແຕ່ລະກະຊວງ, ຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນທີ່ຍັງບໍ່ມີພາຫະນະນໍາໃຊ້ເຂົ້າໃນວຽກງານພຽງພໍ.
   ປັດຈຸບັນ, ລັດຖະບານພວມເລັ່ງໃສ່ຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍຢ່າງຈິງຈັງໃນທຸກຂົງເຂດກົງຈັກບໍລິຫານລັດນັບແຕ່ສູນກາງຮອດທ້ອງຖິ່ນ, ເພື່ອຮັບປະ ກັນໃຫ້ການນໍາໃຊ້ງົບປະມານມີຄວາມເໝາະສົມ, ໂປ່ງໃສ, ປະຢັດ ແລະ ມີປະສິດທິຜົນເຂັ້ມງວດຕາມລະບຽບ, ຕາມການເປີດເຜີຍຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ສົມດີ ດວງດີ ເມື່ອບໍ່ດົນນີ້ໃຫ້ຮູ້ວ່າ: ລັດຖະບານຈະສ້າງນິຕິກໍາໃໝ່ຈໍາເປັນຈໍານວນໜຶ່ງ ເຊັ່ນ: ລະບຽບກ່ຽວກັບການປະກອບລົດປະຈໍາຕໍາແໜ່ງ, ດໍາລັດຄຸ້ມຄອງນໍາໃຊ້ພາຫະນະຂອງລັດ, ປັບ ປຸງດໍາລັດວ່າດ້ວຍການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ສ້ອມແປງ ແລະ ບໍລິການດ້ວຍທຶນຂອງລັດ ແລະ ກໍານົດໝາຍລາຍຈ່າຍງົບປະມານຂອງລັດຂຶ້ນເປັນກົດໝາຍ, ອອກລະບຽບການຕ້ານການຟູມເຟືອຍທາງດ້ານພິທີການ, ຈັດງານລ້ຽງ, ຮັບແຂກ, ການອອກແບບ, ຄິດໄລ່ຂະໜາດຕຶກອາຄານ, ສໍານັກງານ, ອົງການ, ໂຮງໝໍ, ໂຮງຮຽນ, ພ້ອມທັງກໍານົດລາຄາຫົວໜ່ວຍຕາມມາດ ຕະຖານເຕັກນິກໃຫ້ສອດຄ່ອງກັບຕົວຈິງ, ຊັດເຈນ ແລະ ເປັນຮູບປະທໍາກວ່າເກົ່າ, ນອກນີ້ກໍຈະຄົ້ນຄວ້າຄື້ນໃໝ່ກ່ຽວກັບໂກຕ້າພະນັກງານ, ລັດຖະກອນໃນແຕ່ລະປີ ໂດຍກໍານົດຕໍາແໜ່ງງານເປັນຫລັກ, ພ້ອມນີ້ກໍໃຫ້ຈໍາກັດງົບປະມານນໍາໃຊ້ໃນການຈັດການແຂ່ງຂັນກິລາແຫ່ງຊາດແຕ່ລະຄັ້ງເຊັ່ນ: ຫ້າມກໍ່ສ້າງສະໜາມກິລາໃໝ່ ແລະ ນໍາໃຊ້ງົບປະມານເຂົ້າໃນການຈັດງານໃຫ້ຢູ່ໃນລະດັບທີ່ເໝາະສົມບໍ່ໃຫ້ຟູມເຟືອຍເດັດຂາດ ແລະ ໃຫ້ບັນດາກະຊວງ, ອົງການຈັດຕັ້ງພັກ-ລັດ ແລະ ທ້ອງຖິ່ນເພີ່ມທະວີການປຸກລະດົມໂຄສະນາ, ຈັດຕັ້ງເຊື່ອມຊຶມ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ພະນັກງານ ກໍຄືສັງຄົມມີສະຕິສູງຕໍ່ການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ໃຫ້ຖືເອົາວຽກງານດັ່ງກ່າວເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. 

2 comments:

  1. ຖືກໃຈອີກແລ້ວ, ສຸດຍອດຜູ້ນຳຂອງປະຊາຊົນຢ່າງແທ້ຈິງ !

    ReplyDelete
  2. ຂ້າພະເຈົ້າ ແມ່ນວິຊາການ ໂຄງການປັບປຸງຂົນສົ່ງສາທາລະນະໃນຕົວເມືອງນະຄອນຫລວງວຽງຈັນ..ເຫັນທ່ານນາຍົກປະກາດແນວນີ້ກະດີໃຈ...ແຕ່ແຮງຄືສິດີໃຈ ກວ່ານີ້ ໃນນາມປະຊາຊົນ ຖ້າທ່ານ ເອົາໃຈໃສ່ ລົນນະລົງ ໃຫ້ຄົນຫັນມານຳໃຊ້ລົດເມສາທາລະນະໃຫ້ຫລາຍກວ່ານີ້

    ReplyDelete