Ad

Ad

9 December 2016

ສະຫາຍ ບຸນຍັງ ວໍລະຈິດໃຫ້ສຸມໃສ່ການພັດທະນາກະສິກຳຕິດພັນກັບການປຸງແຕ່ງ


        ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ປ່າໄມ້ ເປີດກວ້າງຄັ້ງທີ 3 ສະ ໄໝທີ V ໄດ້ຈັດຂຶ້ນໃນວັນທີ 7 ທັນວານີ້ ເພື່ອຕີລາຄາຄືນການຊີ້ນຳໆພາ ດ້ານການເມືອງແນວຄິດ, ການຈັດ ຕັ້ງພັກພະນັກງານ, ວຽກງານກວດກາ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ປີ 2016, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ລຽນ ທີແກ້ວ ກຳມະການສູນກາງພັກ ເລຂາຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ.

          ກອງຊຸມຄັ້ງນີ້, ພາຍຫລັງສະຫາຍນາງ ພວງເພັດ ປູວັງ ຄະນະພັກກະຊວງ ເລຂາຄະນະພັກ
ຮາກຖານກົມຈັດຕັ້ງ ແລະ ພະນັກງານ ໄດ້ລາຍງານສະພາບລວມ ແລະ ຕີລາຄາການຈັດຕັ້ງປະຕິບັດກ່ຽວກັບແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນນະບົດ ສົກປີ 2015 - 2016 ແລະ ສະເໜີທິດທາງແຜນການປະຈຳປີ 2017, ສະເໜີຮ່າງພາລະບົດບາດ ຂອງກະຊວງກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ສະບັບປັບປຸງໃໝ່, ຜ່ານ ຮ່າງ ໂຄງການດຳ ເນີນງານ ຄະນະບໍ ລິຫານງານພັກກະ ຊວງກະສິ ກຳ-ປ່າໄມ້ ແລະ ພັດທະນາ ຊົນນະບົດແຕ່ປີ 2017 - 2020 ແລະ ອື່ນໆແລ້ວ ໃນໂອກາດນີ້ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ບຸນຍັງ ວໍລະຈິດ ໄດ້ໂອ້ລົມກອງປະຊຸມ, ຊຶ່ງໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງ ຄະ ນະພັກ ກະຊວງກະສິກຳ ແລະ ປ່າໄມ້ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ສືບຕໍ່ເອົາໃຈໃສ່ບາງດ້ານຄື: ຕ້ອງພັດທະນາກະສິກຳຕິດພັນກັບການປຸງແຕ່ງໃຫ້ເປັນພື້ນຖານຍືນຍົງ, ໃນຕໍ່ໜ້າຕ້ອງຜະລິດສະບຽງອາຫານໃຫ້ໜັກແໜ້ນເພື່ອຮັບປະກັນດ້ານໂພຊະນາການຂອງປະຊາຊົນສາມາດບັນລຸພະລັງງານ 2.600 ກິໂລກາລໍລີຕໍ່ຄົນ ຕໍ່ວັນ ຕາມມາດຕະຖານຂອງໂລກ, ສົ່ງເສີມຄອບຄົວ, ຟາມ ແລະ ບັນດາວິສາຫະກິດຜະລິດສິນຄ້າກະສິກຳໃຫ້ ໄດ້ທັງປະລິມານ ແລະ ຄຸນນະພາບເອົາໃຈໃສ່ມາດຖານຄວາມສະອາດ ແລະ ຄວາມປອດໄພຕໍ່ຜູ້ບໍລິໂພກ ແລະ ຕະຫລາດສົ່ງອອກ, ຕັ້ງໜ້າພັດທະ ນາຊັບພະຍາກອນມະນຸດ, ນັກວິທະຍາສາດ, ນັກວິຊາການປູກຝັງ, ລ້ຽງສັດ, ສັດຕະວະແພດ, ປ້ອງກັນ-ກັກກັນພືດ ແລະ ພະຍາດສັດໂດຍສຸມໃສ່ສ້າງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດໃຫ້ມີນັກຄົ້ນຄວ້າ, ນັກວິທະຍາສາດຫລາຍຂະແໜງ.  ປັດຈຸບັນ, ລັດຖະບານໄດ້ປັບປຸງກົນໄກການຄຸ້ມຄອງປ່າໄມ້ໃຫ້ ລວມສູນນັ້ນກໍໝາຍຄວາມວ່າ ກະຊວງມີໜ້າທີ່ຄຸ້ມຄອງທັງ 3 ປະເພດປ່າ (ປ່າຜະລິດ, ປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ), ຕ້ອງປັບປຸງຍຸດທະ ສາດປ່າໄມ້ແບບຍືນຍົງທີ່ໄດ້ຮັບ ຮອງເອົາແລ້ວແຕ່ປີ 2005 - 2020 ຄືນໃໝ່ໃຫ້ສອດຄ່ອງ ແລະ ໃນຕໍ່ໜ້ານີ້ວຽກງານພັດທະນາຊົນ ນະບົດຕ້ອງເຮັດໜ້າທີ່ສ້າງແຜນການປະສານງານ ຊີ້ນຳກວດກາຈຸດສຸມທົ່ວປະເທດທີ່ ໄດ້ຮັບຮອງເອົາແລ້ວນັ້ນເຊັ່ນ: 91 ຈຸດສຸມ ພັດທະນາຊົນນະ ບົດ ແລະ ລຶບລ້າງຄວາມທຸກຍາກ, 145 ຈຸດສຸມຈັດສັນພູມລຳເນົາຄົງທີ່ ແລະ ບ້ານທຳມາ ຫາກິນແບບຖາວອນ, 213 ບ້ານຈຸດສຸມສ້າງເປັນຕົວເມືອງ ນ້ອຍໃນເຂດຊົນນະບົດ ແລະ ວຽກງານອື່ນໆໃຫ້ໄດ້ຮັບຜົນດີ.

No comments:

Post a Comment