Ad

Ad

9 December 2016

ນາຍົກລັດຖະມົນຕີ ສສ. ຫວຽດນາມ ຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານປະເທດລາວ

          ວັນທີ 7 ທັນວານີ້ ທີ່ນະຄອນຫລວງຮ່າໂນ້ຍ, ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ສູນທອນ ຄັນທະວົງ ອຳນວຍ ການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຮ່ວມກັບ ສຳນັກຂ່າວສານຫວຽດນາມໃນລະຫວ່າງວັນທີ 6-11 ທັນວານີ້.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຫວຽນາມໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສຳນັກຂ່າວ ສານຫວຽດນາມໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມ
ຂະຫຍາຍຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ ແລະ ລາວ, ລາວ-ຫວຽດນາມ,ເວົ້າລວມ, ເວົ້າສະເພາະ ກໍຄືສອງສຳນັກຂ່າວສານຫວຽດນາມ-ລາວ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ ພ້ອມນີ້ກໍຍັງເປັນການສ້າງເງື່ອນໄຂຄວາມສະດວກໃຫ້ບັນດາກະຊວງ, ຂະແໜງການວິຊາຊີບ,   ບັນດາ ວິສາຫະກິດ ລະຫວ່າງ ສອງປະເທດ ໃຫ້ປະສົບຜົນສຳເລັດ ໃນໜ້າທີ່ວຽກງານດ້ານການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ແນໃສ່ປະກອບສ່ວນເຂົ້າໃນການປະຕິບັດ ແນວ ທາງນະໂຍບາຍ ຕໍ່ຕ່າງປະເທດ ເພື່ອເພີ່ມທະວີສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃຫ້ແໜ້ນແຟ້ນຂຶ້ນຕື່ມ ໂດຍສະເພາະ ໝາກຜົນ ການຮ່ວມມື ລະຫວ່າງ ສອງສຳນັກງານຂ່າວ ໃນໄລຍະຜ່ານມາ, ສອງຝ່າຍ ຄວນສືບຕໍ່ປຶກສາຫາລື, ກໍ່ສ້າງ, ຄວາມເອກະພາບໃນແຜນການຕ່າງໆ ແລະ  ທິດທາງຮ່ວມມື ນຳກັນໃຫ້ເລິກເຊິ່ງ, ເພື່ອຊຸກຍູ້ໜ້າທີ່ບົດບາດຂອງແຕ່ລະສໍານັກງານໃນດ້ານການສະໜອງຂໍ້ມູນໃຫ້ຊັດເຈນເພື່ອໃຫ້ທ່ວງທັນກັບສະພາບການ ພ້ອມທັງ ເພີ່ມທະວີເຜີຍແຜ່ທິດທາງ, ແຜນນະໂຍາຍຂອງ ສອງປະເທດ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງ. ນອກນັ້ນ ກໍໃຫ້ໂຄສະນາຮູບພາບ ແລະ ສາຍພົວພັນຄວາມສາມັກຄີພິເສດລະຫວ່າງຫວຽດນາມ-ລາວ ແລະ ການເຄື່ອນໄຫວຕ່າງໆຢ່າງແໜ້ນແຟ້ນໃນເວທີພາກພື້ນ ແລະ ສາກົນ.

          ພ້ອມດຽວກັນນີ້ ທ່ານ ສູນທອນ ຄັນທະວົງ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານ ນາຍົກລັດຖະມົນຕີ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງແຈ້ງສະພາບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສຳນັກຂ່າວສານຫວຽດນາມ ໃຫ້ນາຍົກລັດຖະມົນຕີໄດ້ຮັບຊາບ ໃນນັ້ນສາຍພົວພັນມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ສອງສຳນັກ ງານຂ່າວສານໄດ້ມີມູນເຊື້ອອັນດີງາມມາແຕ່ດົນນານຝ່າຍລາວຍາມໃດກໍເອົາໃຈໃສ່ ແລະ ເພີ່ມທະວີວຽກງານໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານທີ່ເປັນຜົນປະໂຫຍດຢ່າງໜັກແໜ້ນຕິດພັນກັບສາຍພົວພັນມິດຕະພາບພິເສດ ລາວ-ຫວຽດນາມ ໂດຍສະເພາະ ປີ  2017ການພົວພັນ ວັນລົງນາມ ສົນທິ ສັນຍາ ມິດຕະພາບຮ່ວມມື (18/7/1977-18/7/2017) ຄົບຮອບ 40 ປີ ແລະ  ການສ້າງ ຕັ້ງສາຍພົວພັນການທູດ ລະຫວ່າງ ຫວຽດນາມ-ລາວ (5/9/1962-5/9/2017 ) ຄົບຮອບ 55 ປີ. ພວກເຮົາໄດ້້ເອົາໃຈໃສ່ເຜີຍແຜ່ໃຫ້ຄົນລຸ້ນໃໝ່ຂອງລາວ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງ ສາຍພົວພັນມິດ ຕະພາບ ລາວ-ຫວຽດນາມ ແລະ ຫວັງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກສຳນັກ ງານຂ່າວສານຫວຽດນາມ ຂຶ້ນຕື່ມອີກ.

No comments:

Post a Comment