Ad

Ad

6 December 2016

ຄະນະຈັດຕັ້ງສູນກາງພັກຕີລາຄາວຽກງານຈັດຕັ້ງປະຈໍາປີ 2016

          ໃນວັນທີ 5 ທັນວານີ້ຄະນະຈັດຕັ້ງສູນກາງພັກ, ໄດ້ຈັດກອງປະຊຸມສະຫລຸບວຽກງານຈັດຕັ້ງປະຈໍາປີ 2016 ຂຶ້ນ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຈັດຕັ້ງໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ເຮັດໃຫ້ການປະຕິບັດວຽກງານຈັດຕັ້ງ-ກໍ່ສ້າງພັກ, ພະນັກງານໄດ້ຮັບການຮັບການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຄົວຈິງ ແລະ ມີປະສິດທິພາບຍິ່ງໆຂຶ້ນໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຈັນສີ ໂພສີຄໍາ ກໍາມະການສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.

          ທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ກ່າວວ່າ: ຕະຫລອດໄລຍະ 1 ປີຜ່ານມາ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ພະ ນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເປັນປົກກະຕິເປັນຕົ້ນແມ່ນສຶກສາອົບຮົມແນວທາງການເມືອງຂອງພັກ-ລັດໃນແຕ່ລະໄລຍະ, ເອົາໃຈໃສ່ປັບປຸງການຈັດຕັ້ງຮາກຖານພັກ ໂດຍສຸມໃສ່ການກໍ່ສ້າງໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານ ຕິດພັນກັບຂະບວນການ 3 ສ້າງ ເຮັດໃຫ້ຈໍານວນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານເພີ່ມຂຶ້ນກວ່າທຸກໆປີ, ສະເພາະປີ 2016 ສ້າງໄດ້ 10.838 ໜ່ວຍ, ກວມ 59,66% ຂອງໜ່ວຍພັກທັງໝົດ, ຢືດໝັ້ນເຄົາລົບ ແລະ ປະຕິບັດຫລັກການນໍາພາຂອງພັກ ຕາມຫລັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະມີການແບ່ງງານ, ແບ່ງຄວາມຮັບ ຜິດຊອບຈະແຈ້ງ, ດ້ວຍການກໍານົດພາລະບົດບາດໜ້າທີ່ຂອງຕົນ, ເອົາໃຈໃສ່ກໍ່ສ້າງບໍາລຸງພະນັກງານທັງໄລຍະຍາວ ແລະ ສັ້ນໃນດ້ານຕ່າງໆ ຢູພາຍໃນ ແລະ ຕ່າງປະເທດໄດ້ 1.110 ຄົນ, ຍິງ 213 ຄົນ ພ້ອມກັນນັ້ນ ກໍໄດ້ປັບປຸງການຈັດຕັ້ງຂອງລັດ ສອດຄ່ອງກັບລະບຽບພັກ ແລະ ກົດໝາຍການປົກຄອງ, ໄດ້ຄົ້ນຄວ້າສ້າງຕັ້ງສະພາປະຊາຊົນຂັ້ນທ້ອງຖິ່ນ, ສ່ວນຢູ່ສະພາແຫ່ງຊາດ ກໍໄດ້ສ້າງຕັ້ງຄະນະກໍາມາທິການເສດຖະກິດເຕັກໂນໂລຊີ ແລະ ກໍາມາທິການຍຸຕິທໍາ ປ່ຽນຊື່ຫ້ອງວ່າການສະພາແຫ່ງຊາດ ເປັນຄະນະເລຂາທິການສະພາແຫ່ງຊາດ, ປັບປຸງກົນໄກການສ້າງກົດໝາຍ, ກົນໄກປະສານງານ ລະຫວ່າງ ສະພາແຫ່ງຊາດ ກັບອົງການບໍລິຫານ, ຕຸລາການໃຫ້ມີຄວາມສອດຄ່ອງດີຂຶ້ນກວ່າເກົ່າ, ຄົ້ົ້ນຄວ້າປັບປຸງກົງຈັກລັດຖະບານ ໂດຍສືບຕໍ່ຮັກສາ 18 ກະຊວງ 3 ອົງການທຽບເທົ່າຄືເກົ່າ, ແຕ່ໄດ້ຄົ້ນຄວ້າສັບຊ້ອນກົງຈັກການຈັດຕັ້ງບາງຫົວໜ່ວຍ ທີ່ຂຶ້ນກັບຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ແລະ ບາງກະຊວງອົງການຈໍານວນໜຶ່ງຄືນໃໝ່, ປັບປຸງພາລະບົດບາດກົນໄກ ການບໍລິຫານຂອງບັນດາກະຊວງ-ອົງການ ໃຫ້ໄປຕາມທິດປະຕິບັດບົດບາດຄຸ້ມຄອງມະຫາພາກເປັນຕົ້ນຕໍ, ຫັນຄວາມຮັບຜິດຊອບສິດຕົກລົງໃຫ້ແຂວງ ແລະ ເມືອງຫລາຍຂຶ້ນຕາມນະໂຍບາຍ 3 ສ້າງ.

          ທ່ານ ວັນໄຊ ພອງສະຫວັນ ກ່າວຕື່ມວ່າ: ຄຽງຄູ່ກັນນີ້ ການປະຕິບັດວຽກງານຈັດຕັ້ງໃນໄລຍະຜ່ານມາ ກໍມີຫລາຍບັນຫາທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂຕື່ມ ເປັນຕົ້ນ ຄວາມເອົາໃຈໃສ່ຂອງຄະນະພັກຈໍານວນໜຶ່ງ ຕໍ່ການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນບໍ່ທັນສູງ, ການສ້າງແຫລ່ງຂະຫຍາຍພັກບໍ່ທັນດີ, ຂະບວນການທົດສອບບໍ່ມີລັກສະນະຮອບ ດ້ານເບິ່ງແຕ່ດ້ານໃດດ້ານໜຶ່ງ, ການສຶກສາອົບຮົມເປົ້າໝາຍເຂົ້າພັກບໍ່ເລິກເຊິ່ງ, ການຄຸ້ມຄອງ, ຈັດວາງ, ຊັບຊ້ອນນໍາໃຊ້ພະນັກງານບໍ່ທັນດີ, ຂາດກົນໄກທີ່ມີສ່ວນຮ່ວມຂອງຫລາຍພາກສ່ວນຂອງສັງຄົມ ແລະ ບໍ່ທັນນໍາໃຊ້ຫລາຍວິທີໃນການນໍາໃຊ້ພະນັກງານ, ດ້ານໜຶ່ງຍັງຂາດຄວາມເດັດຂາດ, ເຂັ້ມງວດຕໍ່ການແກ້ໄຂບັນຫາພະນັກງານ, ການນໍາຂອງຄະນະຈັດຕັ້ງແຕ່ລະທ້ອງຖິ່ນ, ຫົວໜ້າກົມຈັດຕັ້ງແຕ່ລະກະຊວງ-ອົງການ, ມີການປ່ຽນແປງເລື້ອຍໆ, ຄະນະພັກແຕ່ລະຂັ້ນ ບໍ່ທັນເອົາໃຈໃສ່ປະຕິບັດນະໂຍບາຍທີ່ເປັນສິ່ງກະ ຕຸກຊຸກຍູ້ ການປະຕິບັດໜ້າທີ່ວຽກງານ ຂອງຖັນແຖວພະນັກງານ-ລັດຖະກອນຢ່າງເໝາະສົມ ໂດຍສະເພາະຕໍ່ຜູ້ທີ່ມີຄວາມສາມາດພິເສດ ຫລື ຕໍ່ພະນັກງານໃນຂົງເຂດທີ່ມີຄວາມຫຍຸ້ງຍາກ, ທຸລະກັນດານຢ່າງສົມເຫດສົມຜົນ.

No comments:

Post a Comment