Ad

Ad

5 December 2016

ການນຳພັກ-ລັດວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມລະນຶກວັນຊາດ 2 ທັນວາ

              ໃນວັນທີ 2 ທັນວານີ້, ການນຳພັກ-ລັດນຳໂດຍທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ (ດາແດງ) ນະຄອນຫລວງວຽງຈັນ ເພື່ອລະນຶກວັນຊາດທີ 2 ທັນວາຄົບຮອບ 41 ປີ ແລະ ສະແດງຄວາມເຄົາລົບຮັກ, ຄວາມກະ ຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍາຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການຊີ້ນຳ-ນຳ ພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.


            ພາຍຫລັງສຳເລັດການວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມແລ້ວ, ຄະນະການນຳພັກ-ລັດໄດ້ສືບຕໍ່ໄປວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສາວະລີປະທານໄກສອນ ພົມວິຫານ ອີກດ້ວຍ. 

No comments:

Post a Comment