Ad

Ad

9 December 2016

ໂຕໂຍຕາສະຫລອງຍອດຂາຍອັນດັບ 1

          ວັນທີ 8 ທັນວານີ້, ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ໄດ້ຈັດພິທີຈັບສະຫລາກຫາຜູ້ໂຊກດີ ໃນໂຄງການໂຕໂຍຕາແຈກໄດ້ໃຈ ສະຫລອງຍອດຂາຍອັນ ດັບ 1 ລວມມີມູນຄ່າຫລາຍກວ່າ 4 ຕື້ກີບ, ຊຶ່ງລາງວັນໃຫຍ່ແມ່ນ ລົດໃຫຍ່ Toyota New Yaris A/T, ພ້ອມ DVD ແລະ ເຊັນເຊີຫລັງ ຟໍຈູນເນີ້, ພ້ອມຊຸດຕົບແຕ່ງ, ນອກນີ້ຍັງມີຜູ້ໂຊກດີຫລາຍທ່ານໄດ້ຮັບສາຍຄໍຄຳໜັກ 10 ບາດ ຈຳນວນ  2 ລາງວັນ, ສາຍຄໍຄຳໜັກ 5 ບາດ 6 ລາງວັນ, ລົດຈັກ Yamaha Fino 1 ຄັນ 5 ລາງ ວັນ, ສາຍຄໍຄຳໜັກ 2 ບາດ 20 ລາງວັນ, ໂທລະສັບມືຖື Iphone 7 (32GB) ຈຳນວນ 7 ລາງວັນ, ສາຍຄໍຄຳໜັກ 1 ບາດ
30 ລາງວັນ, IPad Air2 (32GB) 8 ລາງວັນ ແລະ ສາຍຄໍຄຳໜັກ 2 ສະຫລຶງ 40 ລາງວັນ ລວມເປັນ 119 ລາງວັນ, ມີມູນຄ່າ 4.500 ລ້ານກີບ.

          ທ່ານ ວິຊຽນ ເອມປະເສີດສຸກ ປະທານບໍລິຫານ ສາຍງານຢ່ອຍເຂດພູມມີພາກແມ່ນ້ຳຂອງ ບໍລິສັດໂຕໂຍຕາ ມໍເຕີ້ປະເທດໄທ ຈຳກັດ ໃຫ້ຮູ້ວ່າ: ການຈັບລາງວັນຄັ້ງນີ້ ແມ່ນ ເປັນການຄືນກຳໄລໃຫ້ກັບລູກຄ້າທີ່ຊື້ລົດໂຕໂຍຕາທຸກລຸ້ນ, ທຸກສາຂາໃນທົ່ວປະເທດ ລະ ຫວ່າງວັນທີ 1 ຕຸລາ-31 ທັນວາ 2016 ແລະ ໄດ້ຂອບໃຈມາຍັງລູກຄ້າທຸກທ່ານ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ໃຊ້ບໍລິການກັບບໍລິສັດໂຕໂຍຕາດ້ວຍດີຕະຫລອດມາ. ໃນອະນາຄົດ ບໍລິສັດ ໂຕໂຍຕາ ກໍຈະຈັດກິດຈະກຳດີໆແບບນີ້ເພື່ອຄືນກຳໄລໃຫ້ລູກຄ້າເລື່ອຍໆໄປ, ແຕ່ຖ້າລູກຄ້າທ່ານໃດທີ່ຍັງບໍ່ທັນໄດ້ຮັບລາງວັນ ແມ່ນສາມາດລຸ້ນຮັບລາງວັນ ໃຫຍ່ຄັ້ງທີ 3 ໃນຕົ້ນປີ 2017ນຳອີກ.

No comments:

Post a Comment