Ad

Ad

11 November 2016

ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ VIII ​ອົງຄະ​ພັກ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​

          ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກຄະນະຈັດຄັ້ງສູນກາງພັກ ໄດ້​​ໄຂຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກນີ້, ໂດຍການເປັນປະທານຂອງສະຫາຍ ຈັນສີ ໂພສີຄໍາກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ​​ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ​, ມີບັນດາຄະນະພັກແລະ ສະມາຊິກພັກສົມບູນ, ສໍາຮອງຈໍານວນ 107 ສະຫາຍ.
          ກອງປະຊຸມໄດ້ຮັບຟັງແລະ ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານການເມືອງຂອງຄະນະພັກ​,
ຄະນະຈັດຕັ້ງສູນກາງພັກ, ​​ເຊິ່ງບົດລາຍງານໄດ້ຕີລາຄາຢ່າງພາວະວິໄສກ່ຽວກັບການຜັນຂະຫຍາຍແລະ ການຈັດຕັ້ງປະຕິບັດທິດທາງໜ້າທີ່ຂອງກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກຄະນະຈັດຕັ້ງສູນກາງພັກເຫັນໄດ້ຜົນສໍາເລັດທີ່ພົ້ນເດັ່ນເຖິງວ່າຈະປະສົບອຸປະສັກແລະ ສິ່ງທ້າທາຍຫລາຍຢ່າງໃນການຈັດຕັ້ງພາລະກິດປ່ຽນແປງໃໝ່ຂອງພັກໃນຂົງເຂດວຽກງານຈັດຕັ້ງ, ກໍ່ສ້າງພັກ-ກໍ່ສ້າງພະນັກງານຕະຫລອດໄລ ຍະ 5 ປີ ຜ່ານມາແຕ່ກໍໄດ້ມີຜົນສໍາເລັດເປັນກ້າວໆ​.
            ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ຈໍານວນ 9 ສະຫາຍ ຈາກ​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ 12 ສະຫາຍ, ​ໂດຍ​ໄດ້​ເປັນ​ເອກະສັນ​ເລືອກ​ເອົາ​ສະຫາຍ ຈັນສີໂພສີຄໍາເປັນເລຂາຄະນະພັກຄະນະຈັດຕັ້ງສູນກາງພັກຊຸດໃໝ່, ສະຫາຍ ວັນໄຊ ພອງສະຫວັນເປັນຮອງເລຂາແລະ ​​ເລືອກເອົາສະຫາຍ ທອງຈັນໂຂງພູມຄໍາເປັນປະທານກວດກາ, ​ສະຫາຍແສງຄໍາຢອງ ພົມມະປັນຍາເປັນຮອງປະທານແລະ ສະຫາຍນາງ ສີບານ ສີສະອາດເປັນຮອງປະທານ.
   ໃນໂອກາດເຂົ້າຮ່ວມກອງປະຊຸມ, ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ໄດ້ໃຫ້ກຽດໂອ້ລົມ, ​ເຊິ່ງສະຫາຍໄດ້ຕາງໜ້າກົມການເມືອງສະແດງຄວາມຍ້ອງຍໍຊົມເຊີຍ​​ຜົນງານທີ່ຄະນະພັກຍາດມາໄດ້ໃນໄລຍະ 5 ປີຜ່ານມາ ແລະເຊື່ອໝັ້ນວ່າບັນດາທິດທາງທີ່ຄະນະພັກວາງອອກສໍາລັບຊຸມປີຕໍ່ໜ້ານັ້ນ​​ແມ່ນເພື່ອສ້າງບາດກ້າວບຸກທະລຸໃນການເຄື່ອນໄຫວວຽກງານຂອງຄະນະຈັດຕັ້ງສູນກາງພັກ. ສະຫາຍຍັງໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ຂອງຄະນະຈັດຕັ້ງສູນກາງພັກຕ້ອງສຸມໃສ່ບາງດ້ານຄື: ​​​ເອົາໃຈໃສ່​​ໃຫ້ແຂງແຮງກວ່າເກົ່າຕໍ່ການປັບປຸງຍົກສູງຄຸນນະພາບຂອງບັນດາໜ່ວຍພັກແລະ ສະມາຊິກພັກທີ່ຂຶ້ນກັບ, ຖືສໍາຄັນຕໍ່ການຄັດເລືອກເປົ້າໝາຍຂະຫຍາຍເຂົ້າພັກ, ການກໍ່ສ້າງບໍາລຸງຍົກລະດັບ, ການຄຸ້ມຄອງການເຄື່ອນໄຫວຂອງສະມາຊິກພັກ, ເຂັ້ມງວດໃນທາງວິໄນຢູ່ໃນພັກຕາມກົດລະບຽບຂອງພັກກໍານົດ, ​ເພີ່ມທະວີເຄົາລົບປະຕິບັດຫລັກການເຮັດວຽກຂອງພັກເປັນຕົ້ນແມ່ນລະບອບປະຊຸມຄະນະປະຈໍາ, ຄະນະພັກເພື່ອຄົ້ນຄ້ວາຕົກລົງບັນຫາສໍາຄັນຕ່າງໆໃຫ້ທັນເວລາສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ​ເພີ່ມທະວີການຕິດຕາມກວດກາ, ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນວຽກງານທີ່ວາງອອກໃນແຕ່ລະໄລຍະໃຫ້ເປັນປົກກະຕິ, ​ເອົາໃຈໃສ່ກໍ່ສ້າງຈັນຍາບັນ, ຈັນຍາທໍາຂອງພະນັກງານຈັດຕັ້ງ, ພະນັກງານຈັດຕັ້ງຕ້ອງແມ່ນຜູ້ທີ່ມີສາຍຕາການເມືອງທີ່ແຫລມຄົມ, ມີທັດສະນະຊົນຊັ້ນທີ່ຖືກຕ້ອງ, ມີຄວາມຊື່ສັດບໍລິສຸດທ່ຽງທໍາ, ມີລະດັບຄວາມຮູ້ຄວາມສາມາດ, ມີປະສົບການທີ່ແນນອນ, ສາມາດກໍາແໜ້ນສະພາວະຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ, ກໍາແໜ້ນແນວທາງຍຸດທະສາດລວມຂອງພັກ ກໍຄືຂະແໜງການແລະ ທ້ອງຖິ່ນ ເພື່ອກໍານົດທິດທາງໃນການກໍ່ສ້າງແລະ ຈັດວາງພະນັກງານໃຫ້ໄປຕາມຍຸດທະສາດຂອງການພັດທະນາເສດຖະກິດ-ສັງຄົມທີ່ພັກແລະ ລັດຖະ

ບານວາງອອກແຕ່ລະໄລຍະ, ພ້ອມກັນນັ້ນຕ້ອງປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດສົມເຫດສົມຜົນ, ສອດຄ່ອງກັບການປ່ຽນແປງຂອງສາຍຕັ້ງໃນບາງຂະແໜງການແລະ ມີຄວາມເຂັ້ມແຂງ, ​ເຄື່ອໄຫວມີປະສິດທິຜົນສູງຂຶ້ນກວ່າເກົ່າ, ຮັບປະກັນບົດບາດນໍາພາຂອງພັກ, ຄຸ້ມຄອງຂອງລັດຢ່າງເຂັ້ມງວດ, ​ເສີມຂະຫຍາຍບົດບາດເປັນເຈົ້າຂອງອົງການມະຫາຊົນໃນການສຶກສາອົບຮົມ, ​ເຕົ້າໂຮມກໍາລັງແຮງຂອງມະຫາຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກຄະນະຈັດຕັ້ງສູນກາງພັກແລະ ມະຕິກອງປະຊຸມຈັດຕັ້ງທົ່ວປະເທດຄັ້ງທີ X ​ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

No comments:

Post a Comment