Ad

Ad

19 October 2016

ລາວເປີດບັ້ນສໍາຫລວດແຮງງານຄັ້ງທີ II ປີ 2016

ຄະນະຊີ້ນໍາການສໍາຫລວດແຮງງານ ເປີດບັ້ນການສໍາຫລວດກໍາລັງແຮງງານໃນ ສປປ ລາວ ຄັ້ງທີ II ປີ 2016 ເຊິ່ງຈະໄດ້ມີການລົງເກັບກໍາຂໍ້ມູນໃນທ້າຍປີນີ້ ໃນຈຳນວນ 10.800 ກວ່າຄົວເຮືອນ ແລະ 540 ບ້ານໃນທົ່ວປະເທດ.
ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ຫົວຄະນະຊີ້ນໍາການສໍາຫລວດຄັ້ງນີ້ ກ່າວວ່າ: ການສໍາຫລວດນີ້ມີຄວາມຈໍາເປັນ ແລະ ສໍາຄັນຫລາຍໃນການສະໜອງຂໍ້ມູນສະຖິຕິດ້ານແຮງງານ ໃນການວາງແຜນນະໂຍບາຍ
ແລະ ສ້າງແຜນກໍານົດຫລັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງແຮງງານ, ການພັດທະນາສີມືແຮງງານ, ການສ້າງວຽກເຮັດງານທໍາ ແລະ ການນໍາໃຊ້ແຮງງານ ເພື່ອດັດສົມສາຍພົວພັນກໍາລັງແຮງງານກັບການຜະລິດ, ຍົກສູງຄຸນນະພາບຜະລິດຕະພັນໃນທົ່ວສັງຄົມ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດເປົ້າໝາຍສະຫັດສະວັດແຫ່ງການພັດທະນາ MDGs. ໃນນັ້ນ, ກໍເພື່ອເປັນການປະຕິບັດກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2010-2020 ໃນການສໍາຫລວດໃນທຸກໆ 5 ປີ.

  ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 18 ຕຸລາ ນີ້, ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ມີຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງສາກົນເຂົ້າຮ່ວມເປັນຈຳນວນຫລາຍ.

No comments:

Post a Comment