Ad

Ad

21 October 2016

ລາວເຜີຍແຜ່ແນວຄວາມຄິດຂອງໂຄງການກະສິກໍາເພື່ອໂພຊະນາການ

          ໃນວັນທີ 17 ຕຸລາຜ່ານມານີ້ໂຄງການກະສິກໍາ ເພື່ອໂພສະນາການ ກະຊວງກະສິກໍາ ແລະປ່າ ໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ແນວຄວາມຄິດ ຂອງໂຄງການດັ່ງກ່າວ, ຂື້ນທີ່ພະແນກກະສິກໍາ ແລະປ່າໄມ້ ແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ໂດຍມີທ່ານຮອງເຈົ້າແຂວງຜົ້ງສາລີ, ຮອງເຈົ້າ ແຂວງອຸດົມໄຊ, ຮອງເຈົ້າແຂວງຊຽງຂວາງ, ຮອງເຈົ້າແຂວງຫົວພັນ ແລະ ຜູ້ຕາງໜ້າອົງການອາ ຫານໂລກ, ພ້ອມດ້ວຍຄະນະຜູ້ປະສານງານໂຄງການຂັ້ນສູນກາງ, ແຂວງ, ເມືອງ ແລະ ວິຊາການຂອງໂຄງການດັ່ງກ່າວເຂົ້າຮ່ວມ 80 ກວ່າທ່ານ.
           ໃນກອງປະຊຸມທ່ານຫົວໜ້າຜູ້ປະສານງານຂັ້ນສູນກາງ ໄດ້ຂຶ້ນຜ່ານບົດສະເໜີແນວຄວາມຄິດ ແລະ ພາລະບົດບາດຂອງໂຄງການໂດຍລວມວ່າ: ໂຄງການກະສິກໍາ ເພື່ອໂພຊະນາການ ນີ້ແມ່ນເນັ້ນໃສ່ 4 ກິດຈະກໍາຫຼັກ ໃນ 22 ກິດຈະກໍາທີ່ໄດ້ກໍານົດໄວ້ໃນຍຸດທະສາດແຫ່ງຊາດດ້ານໂພສະນາການຄື: 1) ສົ່ງເສີມການຜະລິດພືດຜັກທີ່ມີໂພສະນາການ, 2) ສົ່ງເສີມການຜະລິດສັດເພື່ອບໍລິໂພກໃນຄົວເຮືອນ, 3) ການເກັບກ່ຽວ, ການປຸງແຕ່ງ ແລະເກັບຮັກສາອາຫານໃຫ້ມີອາຫານພຽງພໍຕະຫຼອດປີ, 4) ສົ່ງເສີມການສ້າງລາຍຮັບໂດຍສະເພາະເລັ່ງໃສ່ແມ່ຍິງ. ເພື່ອປະກອບສ່ວນໃນການຫຼຸດຜ່ອນຄວາມ ທຸກຍາກ ແລະການຂາດສານອາຫານຂອງປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດ, ທັງເປັນການປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ໂດຍໂຄງການດັ່ງກ່າວນີ້ຈະໄດ້ປະຕິບັດຮ່ວມກັບຂະແໜງ ສາທາລະນະສຸກ. ນອກນັ້ນ, ໃນກອງປະຊຸມຍັງໄດ້ລາຍງານກ່ຽວກັບຄູ່ມືໃນການຈັດຕັ້ງປະຕິບັດໂຄງ ການ, ຮູບແບບການປະສານງານ ແລະການຈັດຕັ້ງປະຕິບັດໂຄງການຮ່ວມກັນລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ລະບຽບການການນໍາໃຊ້ງົບປະມານ, ການຈັດຊື້-ຈັດຈ້າງ ຂອງໂຄງ ການນໍາອີກ. ເພື່ອເຮັດໃຫ້ໂຄງດັ່ງກ່າວບັນລຸຜົນສຳເລັດແລະ ໃນໂອາດນີ້ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ໄດ້ມີຄຳເຫັນແນະນຳໜີໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນຄະນະປະສານງານແຕ່ລະຂັ້ນເອົາໃຈໃສ່ຕໍ່ກັບວຽກງານທີ່ຕົນເອງຮັບຜິດຊອບ, ເອົາໃຈໃສ່ປະຕິບັດຕາມລະບຽບຫຼັກ ການຕ່າງໆຂອງໂຄງການ ທີ່ຜູ້ໃຫ້ທຶນ ແລະ ລັດຖະບານລາວ ວາງອອກຢ່າງເຂັ້ມງວດ, ບັນດາຊ່ຽວ ຊານປະຈໍາໂຄງການຕ້ອງເປັນຊ່ຽວຊານທີ່ສາມາດປະຕິບັດວຽກງານຮ່ວມກັບປະຊາຊົນໄດ້ເປັນຢ່າງດີ, ສ້າງຄວາມເຂັ້ມແຂງໃຫ້ແກ່ບ້ານເປົ້າໝາຍໂດຍປະຊາຊົນເປັນຫຼັກທັງເປັນເຈົ້າການໃນການປະຕິ ບັດກິດຈະກໍາຕ່າງໆ. ສິ່ງສໍາຄັນທີ່ສຸດແມ່ນເພື່ອຊ່ວຍໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ປັບປຸງຊີວິດການເປັນຢູ່ ແລະ ມີໂພຊະນາການທີ່ດີຂຶ້ນ.

No comments:

Post a Comment