Ad

Ad

18 October 2016

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະກາດແຕ່ງຕັ້ງຮອງລັດຖະມົນຕີ


        ວັນທີ 17 ຕຸລານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ປະກາດແຕ່ງ ຕັ້ງທ່ານ ອຸ່ນທວງ ຂາວພັນ ເປັນຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຄົນໃໝ່ ແລະ ແຕ່ງຕັ້ງທ່ານ ບຸນມາ ເພັດສາວົງ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວຂຶ້ນເປັນວ່າການຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ແລະ ແຕ່ງຕັ້ງໃຫ້ທ່ານ ວິທູນ ສູນດາລາ ຮອງຫົວໜ້າກົມຮູບເງົາ ຂຶ້ນເປັນວ່າການແທນຫົວໜ້າກົມຮູບເງົາ ແລະ ໄດ້ຍົກຍ້າຍທ່ານ ບຸນຈອມ ວົງເພັດ ຫົວໜ້າກົມຮູບເງົາໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ. ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບໍ່ແສງຄຳ ວົງດາລາ ໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການປະຕິບັດວຽກງານໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າໃໝ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານທີ່ໄດ້ມອບໝາຍໃຫ້ປາກົດຜົນເປັນຈິງຫລາຍຂຶ້ນ.

No comments:

Post a Comment