Ad

Ad

21 October 2016

ຫົວເຫວີຍຈັດກິດຈະກຳຫລຸດແລກແຈກແຖມໃນງານບຸນ ຊ່ວງເຮືອທ່າວັດຈັນ


        ໃນລະຫວ່າງວັນທີ 14-17 ຕຸລານີ້, ໃນໄລຍະບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອປະເພນີປະຈຳປີ 2016 ທີ່ທ່າວັດຈັນ, ນະຄອນຫລວງວຽງຈັນ, ບໍລິສັດ ຫົວເຫວີຍ ໄດ້ຈັດກິດຈະກຳແຈກຂອງລາງວັນຕ່າງໆ ສຸດພິເສດໃຫ້ລູກຄ້າຜູ້ມາຊື້ໂທລະສັບມືຖືສະມາດໂຟນຂອງຫົວເຫວີຍທຸກຮຸ້ນ, ພາຍໃນຮ້ານ ຄ້າຈຳໜ່າຍຫົວເຫວີຍທີ່ງານບຸນດັ່ງກ່າວ ແລະ ການຫລີ້ນເກມລຸ້ນຮັບລາງວັນ ແລະ ສິ່ງຂອງທີ່ລະນຶກຕ່າງໆຢ່າງຫລວງຫລາຍ, ທີ່ໄດ້ຮັບຄວາມສົນໃຈບໍ່ໜ້ອຍຕໍ່ຜູ້ ມາທ່ຽວງານບຸນດັ່ງ ກ່າວ, ຊຶ່ງເຮັດໃຫ້ຍອດຂາຍໂທລະສັບມືຖືຫົວເຫວີຍທະລຸເປົ້າເກີນຄາດໝາຍ, ພ້ອມທັງເປັນກຳລັງໃຈອັນໜຶ່ງໃຫ້ບໍລິສັດ, ໄດ້ມີກຳລັງພັດທະນາຜະລິດຕະພັນຂອງຕົນອອກມາຮັບໃຊ້ສັງຄົມຢ່າງກວ້າງ ຂວາງ. 

No comments:

Post a Comment