Ad

Ad

21 October 2016

ນະຄອນຫຼວງວຽງຈັນເລັ່ງພັດທະນາກະສິກຳໃຫ້ມີຄວາມຍືນຍົງ

          ອົງການປົກຄອງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນໄດ້ຮ່າງວິໄສທັດ ແລະ ວາງແຜນຍຸດທະສຸດໃນການພັດທະນາເສດຖະກິດ-ສັງຄົມໃນ 10 ປີຕໍ່ໜ້າເພື່ອ ຍົກສູງຊີວິດກນເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເປັນລຳດັບ, ຕາມ 6 ວິໄສທັດ ແລະ 6 ຍຸດທະສາດການພັດທະນາ ແລະ 1 ໃນ 6 ວິໄທທັດ ແລະ 4 ໃນ 6 ຍຸດທະສາດນັ້ນແມ່ນເລັ່ງໃສ່ການພັດທະນາທາງດ້ານກະສິກຳໃຫ້ມີຄວາມຍືນຍົງເພື່ອຄ້ຳປະກັນສະບຽງອາຫານ, ພ້ອມທັງໄດ້ກຳນົດ 6 ໂຄງການບຸກທະລຸ ແລະ 16 ໂຄງການໃຫຍ່ລະດັບຊາດຮອດປີ 2020 ແລະ ສຳລັບຂະແໜງກະສິກຳນະຄອນຫຼວງວາງເປົ້າໃຫ້ມີການຂະຫຍາຍຕົວ 7% ຕໍ່ປີ ແລະ ໃຫ້ກວມເອົາ 14% ຂອງ GDP ເພື່ອບັນລຸຄາດໝາຍດັ່ງກ່າວໃນຕໍ່ໜ້ານີ້ນະຄອນຫຼວງວຽງຈັນຈະເລັ່ງໃສ່ຈັດຕັ້ງປະຕິບັດຫຼາຍໂຄງການທີ່ກ່ຽວພັນເຖິງການພັດທະນາກະສິກຳເຊັ່ນ: ໂຄງການປົດປ່ອຍການ
ເຮັດນາ, ດ້ວຍການປັບປຸງນາໄຮ່ນ້ອຍເປັນນາໄຮ່ໃຫຍ່ ( ນາຫວານ ), ສົ່ງເສີມການນຳໃຊ້ກົນຈັກເຂົ້າໃນການຜະລິດເພື່ອຫຼຸດຜ່ອນການໃຊ້ແຮງງານຄົນໃຫ້ໄດ້ 10% ຕໍ່ປີ, ຜະລິດເຂົ້າເປືອກໃຫ້ໄດ້ 1,8 ລ້ານໂຕນຕໍ່ປີ, ເພື່ອພົນລະເມືອງຜູ້ໜຶ່ງໃຫ້ມີເຂົ້າກຸ້ມກິນ 300 ກິໂລຕໍ່ປີ, ດັ່ງນັ້ນຈະໄດ້ສຸມໃສ່ປະຕິບັດໂຄງການຄ້ຳປະກັນສະບຽງອາຫານຮ່ວມກັບລັດຖະບານໃນເນື້ອທີ່ 70 ພັນກວ່າເຮັດຕາ,ໂຄງການສົ່ງເສີມການຜະລິດເຂົ້າອິນຊີເປັນສິນຄ້າຊຶ່ງປັດຈຸບັນນະຄອນ ຫຼວງມີເຖິງ 150 ກຸມທີ່ຜະລິດເຂົ້າອິນຊີ, ໂຄງການສົ່ງເສີມການລ້ຽງສັດເປັນສິນຄ້າເຊັ່ນ: ງົວ, ຄວາຍ, ໝູ, ເປັດ, ໄກ່ ແລະ ຕົ້ນຕໍ່ແມ່ນປາ, ດ້ວຍວິທີສົ່ງເສີມເສດຖະກິດຄອບຄົວແບບເປີດກ້ວາງ,ເປັນຟາມ, ນຳໃຊ້ເຕັກນິກວິທະຍາສາດເຂົ້າໃນຜະລິດ, ການລ້ຽງ, ເພື່ອຍົກສູງປະລິດມານ ແລະ ຄຸນນະພາບ, ໂຄງການຜະລິດກະເສດເພື່ອເປັນວັດຖຸດິບປ້ອມໂຮງງານອຸດສາຫະກຳໃຫ້ຫຼາຍຂຶ້ນ.    

No comments:

Post a Comment