Ad

Ad

21 October 2016

ເຊີນຮ່ວມຊົມງານສັບປະດາຮູບເງົາສູ່ສະຖານການສຶກສາຄັ້ງທໍາອິດຢູ່ ມຊ

           ງານສັບປະດາຮູບເງົາສູ່ສະຖານການສຶກສາຄັ້ງທໍາອິດໄດ້ໄຂຂຶ້ນໃນວັນທີ 20-22 ຕຸລານີ້ທີ່ມະຫາວິທະຍາໄລແຫ່ງຊາດ, ນະຄອນຫລວງວຽງຈັນ ເພື່ອເປີດໂອກາດໃນການຂະຫຍາຍເຄືອຂ່າຍຮູບເງົາລາວໃຫ້ກວ້າງຂວາງ, ທັງເປັນການກະຕຸກຊຸກຍູ້ນັກຮຽນ-ນັກສຶກສາໃຫ້ເກີດຄວາມສົນໃຈຢາກເຂົ້າມາມີສ່ວນຮ່ວມພັດທະນາ ແລະ ສົ່ງເສີມວຽກງານດັ່ງກ່າວໃຫ້ເຕີບໃຫຍ່ຂະຫຍາຍຕົວນັບທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມໃນຕໍ່ໜ້າ. 

             ງານດັ່ງກ່າວຈະມີການສໍາມະນາໃນຫົວຂໍ້ສໍາຄັນຄື: ຮູບເງົາວິຊາຊີບທີ່ຄວນສົ່ງເສີມ, ການຂະຫຍາຍເຄືອຂ່າຍຮູບເງົາສູ່ສະຖານການສຶກສາ, ແນວຄວາມຄິດໃນການຜະລິດຮູບເງົາ. ນອກນີ້ຍັງມີຮູບເງົາຫລາຍເລື່ອງທີ່ຜະລິດຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໄດ້ມາສາຍໃຫ້ມວນຊົນໄດ້ຊົມຢ່າງມ່ວນຊື່ນໂດຍບໍ່ເສຍຄ່າແຕ່ 9:00-18:00 ໂມງ.

            ທ່ານຮັກສາການຫົວໜ້າກົມຮູບເງົາ, ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ກ່າວວ່າ: ປັດຈຸບັນ, ຮູບເງົາແມ່ນວິຊາຊີບຂະແໜງໜຶ່ງທີ່ມີນັກຮຽນ-ນັກສຶກສາໃຫ້ຄວາມສົນໃຈຮຽນວິຊາຮູບເງົາເພີ່ມຂຶ້ນ, ຮູບເງົາແມ່ນອາຊີບໜຶ່ງທີ່ສາມາດສ້າງລາຍຮັບທີ່ດີ ແລະ ໝັ້ນຄົງ, ທັງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງລາວເຮົາຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ຮູບເງົາລາວພັດທະນາໄປສູ່ອຸດສະຫະກໍາເທື່ອລະກ້າວ.

No comments:

Post a Comment