Ad

Ad

21 October 2016

ໂຄງການກໍ່ສ້າງຈໍານວນໜຶ່ງຍັງຖືເບົາການຮັກສາສິ່ງແວດລ້ອມ

           ປັດຈຸບັນຢູ່ນະຄອນຫລວງວຽງຈັນ, ໄດ້ມີການກໍ່ສ້າງຕຶກອາຄານ ແລະ ເຮືອນຊານເປັນຈໍານວນຫລາຍ, ໃນນັ້ນມີຫລາຍໂຄງການກໍ່ເຫັນວ່າໄດ້ເອົາໃຈໃສ່ປະຕິບັດຕາມລະບຽບຫລັກການຂອງພາກສ່ວນກ່ຽວຂ້ອງເປັນຢ່າງດີ ເພື່ອຮັບປະກັນໃຫ້ການກໍ່ສ້າງບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ຂະນະດຽວກັນ ກໍປະກົດເຫັນໂຄງການຈໍານວນໜຶ່ງຍັງຖືເບົາໃນການປະຕິບັດລະບຽບຂອງພາກສ່ວນກ່ຽວຂ້ອງຈຶ່ງກໍໃຫ້ເກີດມີຜົນກະທົບອັນບໍ່ດີຫລາຍແນວຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຄືດັ່ງໂຄງການກໍ່ສ້າງໜຶ່ງຢູ່ເຂດຫລັກ 5 ຕໍ່ໜ້າສູນຝຶກອົບຮົມ ແລະ ການຮ່ວມມື (ITCT) ທີ່ໄດ້ສ້າງຄວາມເດືອດຮ້ອນດ້ານມົນລະພິດໃຫ້
ຜູ້ຢູ່ບໍລິເວນໃກ້ຄຽງ ແລະ ຜູ້ສັນຈອນຜ່ານໄປມາບໍ່ໜ້ອຍ, ເນື່ອງຈາກລົດແກ່ດິນເຂົ້າ-ອອກຈາກສະຖານທີ່ກໍ່ສ້າງດັ່ງກ່າວບໍ່ຮັບປະກັນດ້ານຄວາມສະອາດຄື: ຂີ້ດິນຕິດເຕັມຕີນລົດເອົາມາຢຽບໃສ່ທາງໃຫຍ່ເປີະເປື້ອນ, ລົດບາງຄັນເວລາຂົນດິນກໍບໍ່ມີຜ້າປົກຂີ້ດີນເທິງລົດຕົກເຮ່ຍຢາຍໃສ່ທາງຍິ່ງເພີ່ມຄວາມເປີະເປື້ອນໄປຕື່ມອີກ, ເມື່ອຝົນຕົກກໍ່ເປັນຕົມເປື້ອນເປິະ, ເມື່ອມີແດດກໍເປັນຂີ້ຝຸ່ນໄຫງ່ສ້າງມົນລະພິດທາງອາກາດ ແລະ ຄວາມບໍ່ສະອາດຈົບງາມໃຫ້ກັບຕົວເມືອງ, ນອກຈາກນີ້ຍັງຜິດຕໍ່ລະບຽບການຂົນສົ່ງຂອງກະຊວງໂຍທາທິການ ແລະ ຂົນສົ່ງວາງອອກ, ກໍຄືນະໂຍບາຍ 6 ສ ຂອງນະຄອນຫລວງວຽງຈັນອີກດ້ວຍ, ໂດຍສະເພາະໃນມະຕິຕົກລົງຂອງອົງການປົກຄອງນະຄອນຫລວງວຽງຈັນກ່ຽວກັບແຜນວຽກ ແລະ ມາດຕະການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດໄລຍະສະເພາະໜ້າ ແລະ ຮອດປີ 2020 ໄດ້ລະບຸຢ່າງຈະແຈ້ງວ່າ: ຕີນລົດທຸກປະເພດຕ້ອງລ້າງສະອາດ, ຕີນລົດເປື້ອນບໍ່ອະນຸຍາດໃຫ້ແລ່ນເຂົ້າໃນເທດສະບານ, ລົດບັນທຸກສີນຄ້າ ແລະ ວັດສະດຸກໍ່ສ້າງຕ່າງໆຕ້ອງໄດ້ຫຸ້ມຫໍໃຫ້ດີ ແລະ ບໍ່ໃຫ້ມີສິ່ງເສດເຫລືອຕົກເຮ່ຍໃສ່ທາງ ແລະ ໄດ້ກໍານົດອີກວ່າ: ລົດຂົນສົ່ງແຮ່ຊາຍ, ດິນດໍາ, ດິນແດງ ສ້າງຄວາມເປິະເປື້ອນລົງໃສ່ເສັ້ນທາງປັບໃໝ 1 ແສນກີບຕໍ່ຖ້ຽວຕໍ່ຄັນ ແລະ ຕ້ອງຈ່າຍຄ່າທໍາຄວາມສະອາດມູນຄ່າ 5 ແສນກີບຕໍ່ລົດນໍ້າຖ້ຽວໜຶ່ງ. ເມື່ອໄດ້ກໍານົດໄວ້ຢ່າງລະອຽດຄືດັ່ງກ່າວແລ້ວ ກໍຂໍໃຫ້ໜ່ວຍງານກ່ຽວຂ້ອງລົງໄປກວດກາສະພາບຕົວຈິງບັນດາໂຄງການກໍ່ສ້າງຕ່າງໆ ເພື່ອຊຸກຍູ້ໃຫ້ເຈົ້າຂອງໂຄງການ, ຜູ້ປະກອບການຂົນສົ່ງດິນຕ່າງໆໄດ້ເພີ່ມທະວີເອົາໃຈໃສ່ປະຕິບັດລະບຽບຫລັກການຂອງພາກສ່ວນກ່ຽວຂ້ອງໃຫ້ຖືກຕ້ອງເຂັ້ມງວດ ເພື່ອເຮັດໃຫ້ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍ, ສະອາດສວຍງາມ ແລະ ໜ້າຢູ່.

No comments:

Post a Comment