Ad

Ad

21 October 2016

ໃຜໄດ້ຈາກແຫລ່ງທ່ອງທ່ຽວ ?

ໂດຍ: ມຶກບໍ່ແຫ້ງ
   ກ່ອນຈະເຂົ້າຕັບເຂົ້າບີຂອງບົດຄວາມນີ້ ຜູ້ຂຽນຂໍນຳສະເໜີເງື່ອນໄຂກ່ອນເນາະ, ພວກເຮົາຮູ້ດີວ່າວຽກງານທ່ອງທ່ຽວຢູ່ປະເທດເຮົາກຳລັງຂະຫຍາຍຕົວດີ ແລະລັດຖະບານເຮົາເພິ່ນກໍສະໜັບສະໜູນ ແລະ ມີແຜນພັດທະນາໃນໄລຍະຍາວຕື່ມອີກ ໂດຍສະເພາະການພັດທະນາແຫລ່ງທ່ອງທ່ຽວທາງທຳມະຊາດ.
   ຫວ່າງງບໍ່ດົນມານີ້ຜູ້ຂຽນໄດ້ມີໂອກາດໄປຢ້ຽມຢາມແຫຼ່ງທ່ອງທ່ຽວນໍ້າຕົກຕາດຟານ ແລະ ຕາດເຍືອງ  ແຂວງຈຳປາສັກ, ນໍ້າຕົກຕາດທັງສອງ  ຕັ້ງຢູ່ຫ່າງຈາກຕົວເມືອງປາກເຊ ປະມານ 40 ກວ່າກິໂລ ແມັດ, ທາງໄປມາກໍສະດວກດີ. ເມື່ອເບິ່ງສະພາບແວດລ້ອມທັງສອງຕາດແລ້ວເຫັນວ່ານອກຈາກຄວາມ
ສວຍງາມຂອງຕາດ ທີ່ມີນໍ້າໃສໄຫຼລົງ ເຊິ່ງທຳມະຊາດປັ້ນແຕ່ງແລ້ວ ຍັງມີເນື້ອທີ່ປ່າໄມ້ທີ່ຕືບໜາ ຂຽວງາມອ້ອມຮອບຕາດ ແລະອາກາດ ກໍເຢັນສະບາຍຄາຍຮ້ອນຕື່ມອີກ, ສາມາດດຶງດູດນັກທ່ອງທ່ຽວມາແວ່ຊົມຢ່າງບໍ່ຂາດສາຍ.
   ແນວໃດກໍດີ ຄຳຖາມທີ່ຈື່ບໍ່ລືມຂອງຜູ້ຂຽນ ເມື່ອຍ່າງເຂົ້າແຫຼ່ງທ່ອງທ່ຽວທາງທຳມະຊາດແບບນີ້ ກໍມີຢູ່ວ່າ ໃຜເປັນຜູ້ລົງທຶນ ແລະໃຜໄດ້ຮັບຜົນປະໂຫຍດ, ກໍແນ່ນອນແລ້ວ  ທີ່ລັດຖະບານເພິ່ນໄດ້ສົ່ງເສີມນັກລົງທຶນພາຍໃນ ແລະຕ່າງປະເທດ ເຂົ້າມາພັດທະນາແຫລ່ງທ່ອງທ່ຽວຕ່າງໆ ໂດຍສະເພາະແຫລ່ງທ່ອງທ່ຽວທາງທຳມະຊາດ ເຊິ່ງມັນ ກໍເປັນບາດກ້າວສຳຄັນໃນການພັດທະນາໃນຂະແໜງນີ້, ເມື່ອມອບໝາຍໃຫ້ບັນດານັກລົງທຶນເປັນແກນຫລັກ ໃນ ການດຳເນີນວຽກງານທ່ອງທ່ຽວໃນສະຖານທີ່ໜຶ່ງໆແລ້ວ, ພວກເຮົາກໍມີລາຍຮັບຈຳນວນໜຶ່ງທີ່ອາດຈະເປັນຄ່າສຳ ປະທານ, ຄ່າທຳນຽມຕ່າງໆຕໍ່ລັດຖະບານ ແລະສາມາດສ້າງວຽກເຮັດງານທຳແກ່ປະຊາຊົນ ທ້ອງຖິ່ນ, ແຕ່ຜົນປະໂຫຍດສ່ວນໃຫຍ່ອາດຕົກຢູ່ມືຂອງນັກລົງທຶນ. ມັນເປັນເລື່ອງທີ່ບໍ່ປະຕິເສດໄດ້ວ່າ ແຫລ່ງທ່ອງທ່ຽວຫລາຍແຫ່ງທີ່ລົງທຶນ ແລະດຳເນີນການໂດຍເອກະຊົນ  ນັ້ນ ກໍພະຍາຍາມສ້າງວຽກເຮັດງານທຳ ແລະ ອະນຸລັກສະພາບແວດລ້ອມທາງທຳມະຊາດຂອງພວກເຮົາ ແຕ່ນັ້ນ ມັນອາດບໍ່ພຽງພໍໃນແນວທາງການພັດທະນາໂດຍມີສ່ວນຮ່ວມ, ບາງຄັ້ງຄາວ ຜູ້ຂຽນກໍຍັງສົນໃຈວ່າປະຊາຊົນທ້ອງຖິ່ນ ຜູ້ທີ່ຢູ່ໃກ້ຊິດຕິດແທດກັບຄວາມສວຍງາມຂອງທຳມະຊາດນັ້ນ ມາເຮັດວຽກໃນນາມລູກຈ້າງ ທີ່ໄດ້ຮັບຜົນ ຕອບແທນທີ່ດີກວ່າ (ບໍ່ມີຫຍັງເຮັດ), ຈຶ່ງໄດ້ຄິດໄວ້ວ່າ ມັນອາດດີກວ່ານີ້ ຖ້າເຮົາສາມາດພັດທະນາແຫລ່ງທ່ອງ ທ່ຽວທາງທຳມະຊາດນັ້ນ ໂດຍໃຫ້ປະຊາຊົນໃນເຂດອ້ອມແອ້ມ ເປັນເຈົ້າຂອງໃນການດຳເນີນການ, ບໍລິຫານ, ໂຄສະນາ, ພັດທະນາດ້ວຍເຂົາເຈົ້າເອງ.
            ເຊິ່ງບົດຮຽນນີ້ ຜູ້ຂຽນໄດ້ໄປເຫັນຢູ່ປະເທດຄອສຕາຣີກາ ເຊິ່ງຊຸມຊົນທີ່ມີທ່າແຮງໃນການພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດແລ້ວ, ລັດຖະບານຮ່ວມມືກັບອົງການພັດທະນາ ຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນທ້ອງຖິ່ນສາມາດບໍລິຫານ ແລະຈັດການ ໂດຍສ້າງຫລາກຫລາຍກິດຈະກຳ ທີ່ແມ່ນປະຊາຊົນກັບບ້ານ ເປັນແກນນຳ, ເຮັດແນວນີ້ ກໍຈະເປັນການເປີດໂອກາດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດໂດຍກົງ ແລະສາມາດແກ້ໄຂຄວາມທຸກຍາກໄດ້.
   ຕໍ່ແນວທາງນີ້ ກໍເຊື່ອແນ່ວ່າ ທາງລັດຖະບານເຮົາເພິ່ນກໍອາດມີແຜນແຮໄວ້ແລ້ວ ໂດຍສະ ເພາະຍຸດທະສາດໄລຍະຍາວຂອງເພິ່ນ ທີ່ຈະພັດທະນາການທ່ອງທ່ຽວແບບອະນຸລັກ, ມີຄວາມຍືນຍົງໃຫ້ດີຂຶ້ນ ແລະ ປະຊາຊົນມີສ່ວນຮ່ວມທາງດ້ານການຕັດສິນໃຈ, ບໍລິຫານຈັດການ ແລະໄດ້ຮັບຜົນປະໂຫຍດຢ່າງທ່ຽງທຳ ຈຶ່ງຈະເຮັດໃຫ້ລາຍຮັບຈາກນັກທ່ອງທ່ຽວ ເຂົ້າມາສູ່ປະຊາຊົນເຮົາ ແທນທີ່ຈະແມ່ນນັກລົງທຶນເປັນຕົ້ນຕໍ.


No comments:

Post a Comment