Ad

Ad

17 October 2016

ຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ຢູ່ບໍ່ແກ້ວ

ຂ່າວ-ພາບ: ຫນັງສືພິມ ປກສ
               ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວໄດ້ຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ຢູ່ບ້ານຕ້າງອໍ້, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ປະກອບມີ: ທ້າວ ພົມມະລີ ອາຍຸ 51 ປີຢູ່ບ້ານໃໝ່ພູຄາ, ເມືອງຫ້ວຍຊາຍ ແລະ ທ້າວ ແກ້ວເງິນ ອາຍຸ 40 ປີຢູ່ບ້ານໃຫຍ່ຕົ້ນເຜິ້ງ, ເມືອງຕົ້ນເຜິ້ງ, ພ້ອມຂອງກາງຝຸ່ນສານເຄມີຜະລິດຢາເສບຕິດຫລາຍກວ່າ 500 ກິໂລທີ່ຊຸກເຊື່ອງໄວ້ໃນລົດກະບະໝາຍເລກທະບຽນ ກກ 0090 ບໍ່ແກ້ວ.
              ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການຈັບຕົວເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ໃນຄັ້ງນີ້, ແມ່ນໄດ້ຮັບລາຍງານຈາກພົນລະເມືອງດີວ່າຈະມີການລັກລອບຂົນສົ່ງຜ່ານເຂດບ້ານຕ້າງອໍ້, ຈຶ່ງໄດ້ຈັດກໍາລັງຕັ້ງດ່ານກວດກາ ແລະ ເຫັນລົດກະບະເປົ້າໝາຍແລ່ນມາຕາມເສັ້ນທາງບ້ານດັ່ງກ່າວ
ຈຶ່ງໄດ້ຢຸດລົດເພື່ອກວດຄົ້ນ ແລະ ພົບເຫັນຝຸ່ນສານຜະລິດຢາເສບຕິດຈໍານວນຫລາຍຢູ່ຫລັງລົດ, ພ້ອມທັງມີປືນ AK, K59 ແລະ ປືນສັ້ນປະເພດລະກະບອກ, ສາຍຄໍ 2 ເສັ້ນ, ແຫວນ 1 ວົງ, ເງິນ 519 ພັນກີບ, 8.930 ບາດ (ສະກຸນເງິນໄທ) ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ.
               ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ສານຜະລິດຢາເສບຕິດທັງໝົດເປັນຂອງພວກຕົນແທ້, ໂດຍຊື້ມາຈາກຂະບວນການຄ້າຢາເສບຕິດຢູ່ບ້ານໃໝ່ພູຄາ, ເມືອງຫ້ວຍຊາຍ ເພື່ອຈະໄປຂາຍໃຫ້ລູກຄ້າຢູ່ເມືອງເມິງແຂວງບໍ່ແກ້ວ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.

               ປັດຈຸບັນຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ກໍາລັງຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີໂດຍໄວ.

No comments:

Post a Comment