Ad

Ad

18 October 2016

ໂຍທາອອກຄໍາສັ່ງແນະນໍາໃຫ້ລ້ຽວຂວາໄດ້ແຕ່ຕ້ອງລະວັງ

            ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ອອກຄໍາແນະນໍາເລກທີ 22271/ຍທຂ ລົງວັນທີ 13 ຕຸລາ 2016 ກ່ຽວກັບການສັນຈອນລ້ຽວຂວາບ່ອນທາງຄົບທາງແຍກ ເພື່ອກໍານົດວິທີການ ແລະ ມາດຕະການໃນການສັນຈອນລ້ຽວຂວາເວລາມີສັນຍານໄຟແດງຢູ່ຊ່ອງຈະລາຈອນຂວາສຸດໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການສັນຈອນທາງບົກ ແນໃສ່ໃຫ້ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນການສັນຈອນ, ທັງເປັນບ່ອນອິງດ້ານນິຕິກໍາໃຫ້ທຸກພາກ ສ່ວນກ່ຽວຂ້ອງທີ່ຄຸ້ມຄອງການຈະລາຈອນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຄື: ລົດທີ່ຢູ່ຊ່ອງຈະລາຈອນຂວາສຸດທີ່ມີຈຸດປະສົງລ້ຽວຂວາແມ່ນສາມາດລ້ຽວໄດ້ແຕ່ຕ້ອງລະວັງ, ໝາຍເຖິງຕ້ອງຢຸດຢູ່ຫລັງເສັ້ນມ້າລາຍເສຍກ່ອນເພື່ອສັງເກດ
ເບື້ອງໜ້າເພື່ອລະວັງລົດ ຫລື ຄົນທີ່ແລ່ນຊື່ມາຈາກທາງກໍ້າຊ້າຍຕາມໄຟສັນຍານ, ຂະນະດຽວກັນລົດທີ່ຈະໄປຊື່ສາມາດຢຸດລໍຖ້າສັນຍານໄຟຂຽວຢູ່ຊ່ອງຈະລາຈອນກໍ້າຂວາໄດ້ ແລະ ຫ້າມລົດມາຕາມຫລັງທີ່ຕ້ອງການລ້ຽວຂວາ ບີບແກໄລ່ເດັດຂາດ. ສ່ວນການສັນຈອນລ້ຽວຂວາຈຸດສາມແຍກ-ສີ່ແຍກທີ່ບໍ່ມີໄຟອໍານາດແມ່ນໃຫ້ປະຕິບັດຕາມກົດຈະລາຈອນດັ່ງນີ້: ທາງສາມແຍກ-ສີ່ແຍກທີ່ບໍ່ມີປ້າຍສັນຍານຄວບຄຸມ ຫລື ບ່ອນທາງຄົບທາງແຍກສະເໝີກັນແມ່ນໃຫ້ສິດຜູ້ທີ່ຢູ່ທາງກໍ້າຂວາມືໄປກ່ອນ, ບາງຈຸດ 4 ແຍກໄຟແດງບໍ່ຕິດປ້າຍ ຫລື ເຄື່ອງໝາຍໃສ່ຊ່ອງຈະລາຈອນຂວາສຸດໃຫ້ສາມາດລ້ຽວຂວາໄດ້, ທາງຄົບທາງແຍກທີ່ມີປ້າຍສັນຍານຄວບຄຸມ ຫລື ເປັນທາງໃຫຍ່ຄົບທາງນ້ອຍ ຜູ້ຢູ່ທາງໃຫຍ່ມີສິດໄປກ່ອນ, ຜູ້ມາຈາກທາງນ້ອຍ, ທາງບໍ່ມີປ້າຍຢຸດ ຫລື ປ້າຍປ່ອຍທາງແມ່ນຕ້ອງໄດ້ຢຸດປ່ອຍໃຫ້ຜູ້ຢູ່ທາງໃຫຍ່ໄປກ່ອນ, ບ່ອນທາງວົງວຽນແມ່ນຕ້ອງໄດ້ປ່ອຍທາງໃຫ້ລົດທີ່ຢູ່ໃນວົງວຽນໄປກ່ອນ ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດຄໍາແນະນໍານີ້ເປັນເອກະພາບ ແລະ ໄດ້ຮັບຜົນດີນັ້ນ, ໃຫ້ກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກັບກົມຈະລາຈອນກະຊວງປ້ອງກັນຄວາມສະຫງົບເລັ່ງໂຄສະນາເຜີຍແຜ່ຄໍາແນະນໍານີ້ຜ່ານສື່ຕ່າງໆໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ, ເພື່ອປະກອບສ່ວນເຮັດໃຫ້ການສັນຈອນມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພດີ.

No comments:

Post a Comment