Ad

Ad

20 October 2016

ຕຳແລ້ວໜີຖືກເຈົ້າໜ້າທີ່ນຳຈັບຕົວໄດ້

          ເຈົ້າໜ້າທີ່ ຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຊົ້າມືດຂອງວັນທີ 17 ຕຸລາຜ່ານມານີ້, ຢູ່ຖະໜົນສຸພານຸວົງ ເຂດບ້ານຂຸນຕາ ເມືອງສີໂຄດຕະບອງ, ໄດ້ເກີດເຫດລົດແຣນໂລເວີ ໝາຍເລກທະບຽນ ຣມ 8888 ກຳແພງນະຄອນ ໄປດາດເອົາລົດຈັກ ໝາຍເລກທະບຽນ ດກ 3030 ຂັບຂີ່ໂດຍທ້າວ ອາພາສິດ, ອາຍຸ 19ປີ, ຢູ່ບ້ານສີບຸນເຮືອງ ເມືອງສີໂຄດຕະບອງ, ສົ່ງຜົນໃຫ້ຜູ້ຊ້ອນທ້າຍຊື່ນາງ ເພັດສະຫວັນ ອາຍຸ 17ປີ, ຢູ່ບ້ານໂນນ
ສະຫວ່າງ, ເມືອງສີໂຄດຕະບອງ ໄດ້ຮັບບາດເຈັບສາຫັດ, ຈາກນັ້ນ ລົດກໍເຫດດັ່ງກ່າວໄດ້ເອົາຕົວຫລົບໜີ. ຈາກນັ້ນ ຄູ່ກໍລະນີ ໄດ້ຮີບໂຮມຫລັກຖານພິຍານເຂົ້າແຈ້ງຄວາມເຈົ້າໜ້າທີ່ ເພື່ອ
ນຳຕົວຄົນກໍ່ເຫດມາລົງໂທດ, ບໍ່ພໍເທົ່າໃດວັນເຈົ້າໜ້າທີ່ສາມາດນຳຈັບຜູ້ກໍ່ເຫດຊື່ ທ້າວ ສຸພາວັນ (ແມັກ), ອາຍຸ 27ປີ, ຢູ່ບ້ານສະພັງໝໍ້, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຍ້ອນຍັງມີຜູ້ພົບເຫັນເຫດ ແລະ ຈື່ປ້າຍລົດຜູ້ກໍ່ເຫດອັນເປັນຫລັກຖານ ສຳຄັນເພື່ອການດຳເນີນຄະດີດັ່ງກ່າວ.
          ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໄລຍະຜ່ານມາ, ຢູ່ນະຄອນຫລວງວຽງຈັນ ໄດ້ກໍລະນີຕຳແລ້ວໜີຫລາຍສົມຄວນ, ສ່ວນໃຫຍ່ແມ່ນລົດໃຫຍ່ຕຳລົດຈັກ ຍ້ອນສະຖານທີ່ເກີດເຫດເປັນເຂດປ່ຽວ, ບໍ່ມີໄຟເຍືອງທາງ ແລະ ບໍ່ມີຜູ້ເຫັນເຫດການ ຈຶ່ງເຮັດໃຫ້ການນຳຈັບຕົວຜູ້ກໍເຫດເປັນໄປໄດ້ຢາກ ແລະ ປັດຈຸບັນ ກຳລັງເຈົ້າໜ້າທີ່ພວມຄຸ້ນຄ້ຽວປຶກສາຫາລືວິທີປ້ອງກັນ ແລະ ວາງມາດຕະການແກ້ໄຂ ແຕ່ກ່ອນອ່ນກໍຂໍຮຽກຮ້ອງໄປຍັງຂະແໜງໂຍທາ, ໃນການຕິດຕັ້ງ ແລະ ປົວແປງ ໄປເຍືອງທາງໃຫ້ມີແສງສະຫວ່າງພຽງພໍ ເພື່ອຈະຊ່ວງຫລີກເວັ້ນຕໍການເກີດອຸປະຕິບັດດັ່ງກ່າວ.
          ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ຕອນບ່າຍຂອງວັນທີ 19 ຕຸລານີ້, ຢູ່ເຂດບ້ານສີໄຄ, ເມືອງ ສີໂຄດຕະ ບອງ, ນະຄອນຫລວງວຽງຈັນ, ໄດ້ເກີດອຸປະຕິເຫດລົດໃຫຍ່ ໝາຍເລກທະບຽນ ກຍ 5806 ຕຳເອົາລົດຈັກ 2 ຄັນຄື: ໝາຍເລກທະບຽນ ທມ 4447 ທີ່ຂັບຂີ່ໂດຍທ້າວ ແຄ່ນລີ້ ອາຍຸ 12 ປີ, ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ເສຍຊີວິດຄາທີ່, ສ່ວນອີກໜຶ່ງຄັນຜູ້ຂັບໄດ້ຮັບບາດເຈັບສົມຄວນ.



No comments:

Post a Comment