Ad

Ad

21 October 2016

ຫາລືການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນຄັ້ງທີ 7

         ວັນທີ 20 ຕຸລານີ້ຢູ່ນະຄອນຫລວງວຽງຈັນ, ສປປ ລາວໃນນາມເປັນປະທານຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ, ໄດ້ສືບຕໍ່ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນແມ່ບົດໃນການເຊື່ອມຈອດອາຊຽນໃນຫົວຂໍ້ ຮັດແໜ້ນຄູ່ຮ່ວມມືເພື່ອບັນລຸການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025ໂດຍມີທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ, ຄູ່ຮ່ວມມືພາຍນອກ, ອົງການຈັດຕັ້ງສາກົນເຂົ້າຮ່ວມ.
          ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ມີຄໍາເຫັນ ເນັ້ນເຖິງການຮັບປະກັການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ໃຫ້ມີປະສິດທິພາບ, ໂດຍສະເພາະແມ່ນການລະດົມແນວຄວາມຄິດເຫັນ ເພື່ອແກ້ໄຂບັນຫາຕ່າງໆ ເຊັ່ນ: ຂອດການປະສານງານລະຫວ່າງຂະແໜງການກ່ຽວຂ້ອງ, ການຮ່ວມມືກັບປະເທດຄູ່ເຈລະຈາຂອງອາຊຽນ ເພື່ອປະຕິບັດໂຄງການຮ່ວມກັນ ແລະ ການລະດົມທຶນຮອນ, ການມີສ່ວນຮ່ວມຂອງພາກເອກະຊົນ ເພື່ອຮັບປະກັນຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ. ທັງເປັນໂອກາດເຜີຍແຜ່ໃຫ້ພາກສ່ວນຕ່າງໆເຂົ້າໃຈກ່ຽວກັບການເຊື່ອມຈອດອາຊຽນ, ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການປຶກສາຫາລືຈາກຜູ້ຊົງຄຸນວຸດທິທີ່ມາຈາກຫລາຍພາກສ່ວນ ແລະ ເປັນຕົວແທນໃຫ້ແຕ່ລະຂະແໜງການ, ເຊິ່ງມີການສົນທະນາບັນຫາຕ່າງໆພາຍໃນ 5 ຫົວຂໍ້ເປັນຕົ້ນແມ່ນຜົນການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2010 ແລະ ການນໍາສະເໜີແຜນແມ່ບົດການເຊື່ອມຈອດອາຊຽນ 2025 ການຮ່ວມມືກັນເພື່ອຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025, ການຮ່ວມມືກັບປະເທດຄູ່ຮ່ວມພາຍນອກ, ການຮ່ວມມືກັບບັນດາພາກສ່ວນກ່ຽວຂ້ອງຕ່າງໆ ແລະ ກາລະໂອກາດ ຈາກການຈັດຕັ້ງປະຕິບັດການເຊື່ອມຈອດອາຊຽນ 2025 ກໍຄືການປະຕິບັດທີ່ດີທີ່ສຸດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວໃນໄລຍະຜ່ານມາ ເພື່ອບັນລຸເປົ້າໝາຍການເຊື່ອມຈອດອາຊຽນ ແນໃສ່ສົ່ງເສີມການໄປມາຫາສູ່ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຫລາຍຂຶ້ນ.

No comments:

Post a Comment