Ad

Ad

17 October 2016

ໄຂວາງສະແດງຮູບພາບລະນຶກວັນເປີດເສັ້ນທາງສາຍພູຫລວງເບື້ອງຕາເວັນຕົກຄົບຮອບ 55 ປີ ທີ່ແຂວງສະຫັວນນະເຂດ


            ໃນວັນທີ 12 ຕຸລາຜ່ານມານີ້, ສະຖານທູດ ສສ ຫວຽດນາມປະຈຳລາວ ຮ່ວມກັບກະຊວງປ້ອງກັນປະເທດ ແລະ ອຳນາດການປົກຄອງແຂວງສະຫວັນນະເຂດໄດ້ເປີດງານວາງສະແດງຮູບພາບເພື່ອລະນຶກວັນເປີດເສັ້ນທາງສາຍພູຫລວງເບື້ອງຕາວັນຕົກຂຶ້ນທີ່ຫໍວັດທະນະທຳແຂວງສະຫວັນນະເຂດພາຍໃຕ້ຫົວຂໍ້: " ສິ່ງລຶກຫລັບຂອງເສັ້ນທາງໂຮ່ຈີ່ມິງບົນດິນແດນລາວໄລຍະປີ 1961- 1975", ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ທ່ານ ຫງວຽນແມັງຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມປະຈຳລາວ, ມີທ່ານຫົວຫນ້າກົງສູນ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ທ່ານຮອງເລຂາພັກແຂວງຄຳມ່ວນ, ຫົວຫນ້າກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ແຂກສຳຄັນອື່ນໆອີກ.
            ທ່ານເຈົ້າແຂວງສະຫວັນນະເຂດໄດ້ມີຄຳເຫັນໃນພິທີວ່າ: 55 ປີກ່ອນນັ້ນ ເພື່ອຕອບສະຫນອງຄວາມຮຽກ ຮ້ອງຕ້ອງການຂອງການປະຕິວັດປົດປ່ອຍຊາດ ແລະ ຄວາມສຳຄັນຂອງການຂົນສົ່ງແຕ່ແນວຫລັງໄປສູ່ແນວຫນ້າເພື່ອຮັບໃຊ້ສະຫນາມຮົບຕ່າງໆ, ກົມການເມືອງສອງປະເທດລາວ-ຫວຽດນາມໄດ້ເປັນເອກະພາບເປີດເສັ້ນທາງໂຮຈິມິງເບື້ອງທິດຕາເວັນຕົກຂອງສາຍພູຫລວງບົນດິນແດນລາວ ແລະ ເພື່ອປະຕິບັດຕາມຄຳສັ່ງດັ່ງກ່າວກອງທັບ ແລະ ປະ ຊາຊົນແຂວງສະຫວັນນະເຂດໄດ້ຮ່ວມສຸກຮ່ວມທຸກ ແລະ ເຫື່ອແຮງຄຽງບ່າຄຽງໄລ່ກໍ່ສ້າງເສັ້ນທາງຍຸດທະສາດສຳຄັນນີ້ສຳເລັດຜົນ ແລະ ຮັບປະກັນໃຫ້ການຂົນສົ່ງຜ່ານເສັ້ນທາງດັ່ງກ່າວ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການຍາດເອົາເອກະລາດ ແລະ ສິດເສລີພາບຂອງປະຊາຊົນສອງຊາດລາວ-ຫວຽດນາມ.
            ທ່ານເຈົ້າແຂວງສະຫວັນນະເຂດເນັ້ນວ່າ: ການເປີດງານວາງສະແດງດັ່ງກ່າວຢູ່ບົນດິນແດນສະຫວັນນະເຂດ, ຊຶ່ງເປັນຫນຶ່ງໃນບັນດາແຂວງທີ່ມີເສັ້ນທາງສຳຄັນນີ້ຜ່ານໄປມັນແມ່ນເຫດການສຸດທີ່ສຳຄັນ, ຍ້ອນວ່ານອກຈາກຈະຊ່ວຍໃຫ້ພວກເຮົາໄດ້ລະນຶກເຖິງບຸນຄຸນອັນໃຫຍ່ຫລວງຂອງປະຊາຊົນສອງປະເທດລາວ -ຫວຽດນາມເວົ້າລວມ ແລະ ເວົ້າສະເພາະກໍແມ່ນແຂວງສະຫວັນນະເຂດໄດ້ເສຍສະຫລະທັງເລືອດເນື້ອເຫື່ອແຮງ ແລະ ຊີວິດຂອງຕົນເພື່ອສ້າງເສັ້ນ ທາງສຳຄັນດັ່ງກ່າວ ແລະ ຍັງເປັນໂອກາດຫນຶ່ງເພື່ອການໂຄສະນາເຜີຍແຜ່ໃຫ້ແກ່ນັກຮົບພະນັກງານ ແລະ ປະຊາຊົນພິເສດແມ່ນຄົນຮຸ້ນຫນຸ່ມມີຄວາມຮັບຮູ້ເລິກເຊິ່ງຕື່ມອີກກ່ຽວກັບຄວາມຫມາຍສຳຄັນຂອງນໍ້າໃຈຮ່ວມສຳພັນສູ້ຮົບລາວ - ຫວຽດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງລາວ-ຫຽດນາມ ນັບມື້ຍິ່ງເຕີບໃຫຍ່ຂະຫຍາຍຕົວ ແລະ ຫນັ້ນຄົງທະນົງແກ່ນຕະຫລອດໄປ.

            ງານວາງສະແດງດັ່ງກ່າວຈະດຳເນີນໄປຮອດວັນທີ 22 ຕຸລາ 2016 ເພື່ອນຳສະເຫນີບັນດາຮູບພາບປະ ຫວັດສາດເກືອບ 100 ຮູບທີ່ໄດ້ສ່ອງແສງເຖິງຂະບວນວິວັດແຫ່ງການກໍ່ສ້າງເສັ້ນທາງປະຫວັດສາດສຳຄັນນີ້, ພິເສດແມ່ນຮູບແຕ້ມແຜນທີຂອງເສັ້ນທາງດັ່ງກ່າວ, ຊຶ່ງແມ່ນບັນດາສະຫາຍນັກຮົບເກົ່າ, ນັກຮົບສາຍພູຫລວງເປັນຜູ້ແຕ້ມຂຶ້ນບົນຈິດສຳນຶກ ແລະ ການຮີບໂຮມເອົາມາຈາກເອກະສານຕ່າງໆ.

No comments:

Post a Comment