Ad

Ad

26 September 2016

ເຊີນເຂົ້າຮ່ວມຊົມງານວາງສະແດງຮູບພາບເສັ້ນ ທາງໂຮ່ຈີມິງມະຫັດສະຈັນບົນດິນແດນລາວ

           ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມປະຈໍາລາວ, ໄດ້ຈັດງານວາງສະແດງຮູບພາບທີ່ມີຄວາມສໍາຄັນວ່າ: ເສັ້ນທາງໂຮ່ຈີມິງປະ ຫວັດສາດມະຫັດສະຈັນບົນດິນແດນລາວສະໄໝ 1961-2016 ຂຶ້ນທີ່ຫໍພິພິຕະພັນປະຫວັດສາດກອງທັບປະຊາຊົນລາວ, ນະຄອນຫລວງວຽງຈັນ. ແຕ່ວັນທີ 26 ກັນຍາຫາ 6 ຕຸລານີ້, ດັ່ງນັ້ນຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ເອກະຊົນ, ຕະຫລອດຮອດປະຊາຊົນບັນດາເຜົ່າເຂົ້າຮ່ວມຊົມງານວາງສະແດງດັ່ງກ່າວໄດ້ໂດຍບໍ່ເສຍຄ່າໃດໆ.

            ຫົວໜ້າກົມໂຄສະນາກົມໃຫຍ່ການເມືອງກອງທັບປະຊາຊົນປະຕິວັດລາວ ທ່ານ ພັນເອກ ສາຍສະໝອນ ສະລັບແສງ ໃຫ້ຮູ້ວ່າ: ງານວາງສະແດງຮູບພາບສໍາຄັນນີ້, ຈັດຂຶ້ນເປັນເທື່ອທໍາອິດ ເພື່ອລະນຶກ ແລະ ຫວນຄືນມູນເຊື້ອວັນເປີດການກໍ່ສ້າງ ແລະ ນໍາໃຊ້ເສັ້ນທາງໂຮ່ຈີມິງສາຍພູຫລວງເບື້ອງຕາເວັນຕົກບົນດິນແດນລາວຄົບຮອບ 55 ປີ 1961-2016, ເສັ້ນທາງສາຍນີ້ໄດ້ປະກອບ
ສ່ວນອັນໃຫຍ່ຫລວງໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດຂອງ 3 ຊາດອີນດູຈີນ, ເວົ້າສະເພາະແມ່ນພາລະກິດທ້ອນໂຮມປະເທດຊາດເປັນເອກະພາບອັນໜຶ່ງອັນດຽວຂອງປະເທດຫວຽດນາມ, ທັງເປັນການສຶກສາອົບຮົມໃຫ້ພະນັກງານ ແລະ ປະຊາຊົນບັນດາເຜົ່າຂອງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຂຶ້ນຕື່ມກ່ຽວກັບຄວາມສໍາຄັນຂອງມູນເຊື້ອຄວາມສາມັກຄີການຮ່ວມສໍາພັນສູ້ຮົບແບບພິເສດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສາຍພົວພັນທີ່ເປັນມູນເຊື້ອແຫ່ງຄວາມສາມັກຄີແບບພິເສດ, ຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
             ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາວ ຫງວຽນ ແມ໋ງ ຮຸ່ງ ໄດ້ກ່າວມີຄໍາເຫັນວ່າ: ເປັນຫຍັງພວກເຮົາຈຶ່ງເວົ້າວ່າເສັ້ນທາງໂຮ່ຈີມິງເປັນເສັ້ນທາງທີ່ມະຫັດສະຈັນ? ນັ້ນກໍຍ້ອນວ່າ: ສາຍທາງດັ່ງກ່າວກໍາເນີດຂຶ້ນບົນຈິດໃຈແຫ່ງການຮ່ວມແຮງຮ່ວມໃຈ, ດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງປະຊາຊົນສອງຊາດລາວ-ຫວຽດນາມ, ເສັ້ນທາງດັ່ງກ່າວຍາມ
ໃດກໍຍັງຢູ່ໃນຄວາມຊົງຈໍາທີ່ຝັງເລິກໃນຈິດໃຈຂອງພະນັກງານນັກຮົບປະຕິວັດລາວ ແລະ ຫວຽດ ນາມ ແລະ ເປັນເສັ້ນທາງທີ່ພາໃຫ້ສອງຊາດລາວ-ຫວຽດນາມໄດ້ຮັບໄຊຊະນະຈົນສາມາດປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ. ຊຶ່ງບັນດາຮູບພາບທີ່ມີຄຸນຄ່າທາງປະຫວັດສາດເກືອບຮ້ອຍແຜນທີ່ນໍາມາວາງສະແດງນີ້ລ້ວນແຕ່ແມ່ນຜົນງານອັນໂດດເດັ່ນຂອງນັກຂ່າວຈໍານວນໜຶ່ງທີ່ໄດ້ເສຍຊີວິດ
ໃນລະຫວ່າງການປະຕິບັດໜ້າທີ່ໃນເວລານັ້ນ. ຈາກຄວາມສໍາຄັນດັ່ງກ່າວ, ໃນງານວາງສະແດງຄັ້ງນີ້ຈະໄດ້ສະເໜີຕໍ່ລັດຖະບານສອງປະເທດລາວ-ຫວຽດນາມ ຮັບຮອງເສັ້ນທາງໂຮຈີມິງເບື້ອງຕາເວັນ ຕົກເປັນມໍລະດົກລະດັບຊາດພິເສດ, ຊຶ່ງຈະມີການສ້າງຮູບປັ້ນຈໍາລອງກ່ຽວກັບເສັ້ນທາງ ລວມເຖິງການສ້າງອານຸສອນສະຖານ ແລະ ຮ່ອງຮອຍປະຫວັດສາດຕ່າງໆ ເພື່ອເປັນບ່ອນໂຄສະນາສຶກສາ
ອົບຮົມມູນເຊື້ອ ແລະ ຂະຫຍາຍເປັນແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດໃນຕໍ່ໜ້າ.
          ກະຊວງປ້ອງກັນປະເທດລາວ ໃຫ້ຮູ້ວ່າ: ໃນໄລຍະທ້າຍປີ 1960 ດ້ວຍຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງການປະຕິວັດຫວຽດນາມ ແລະ ລາວ, ຜູ້ຕາງໜ້າພັກແຮງງານຫວຽດ ນາມ ແລະ ພັກປະຊາຊົນປະຕິວັດລາວໄດ້ພົບປະກັນທີ່ຮ່າໂນ້ຍ, ຊຶ່ງຝ່າຍລາວໄດ້ເຫັນດີເປັນເອກະພາບ ແລະ ສະໜັບສະໜູນໃຫ້ຫວຽດນາມເປີດເສັ້ນທາງໂຮ່ຈີມິງໄປທາງເບື້ອງຕາເວັນຕົກຂອງສາຍພູຫລວງ(ໄຕເຈືອງເຊິນ) ເວລານັ້ນການນໍາລາວໄດ້ຢືນຢັນວ່າ: ຊາຕາກໍາຂອງສອງປະເທດພວກເຮົາແມ່ນຕິດພັນຢ່າງສະໜິດແໜ້ນ, ປະຊາຊົນລາວຈະເຮັດສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນໄຊຊະນະຂອງປະຊາຊົນຫວຽດນາມອ້າຍນ້ອງ ແລະ ດ້ວຍການສະໜັບສະໜູນ ແລະ ຊ່ວຍ ເຫລືອຢ່າງໝົດຈິດໝົດໃຈຄືດັ່ງກ່າວນັ້ນ, ການເປີດກໍ່ສ້າງເສັ້ນທາງໂຮຈີມິງຊາຍແດນລາວ-ຫວຽດ ນາມ ໄປເບື້ອງຕາເວັນຕົກຂອງສາຍພູຫລວງໄດ້ຮັບການປະຕິບັດຢ່າງຮີບດ່ວນ.
            ນັບແຕ່ປີ 1961-1975 ດ້ວຍເຈດຈໍານົງ ແລະ ຄວາມຕັ້ງອົກຕັ້ງໃຈອັນດຸເດືອດບົນຈິດໃຈອັນກ້າຫານທີ່ວ່າ: ເປີດເສັ້ນທາງເພື່ອໄປຕີສັດຕູເພື່ອກ້າວຂຶ້ນກອງທັບ ແລະ ປະຊາຊົນສອງປະ ເທດຫວຽດນາມ-ລາວ, ໄດ້ສ້າງຕາໜ່າງທາງບົກ, ທາງນໍ້າ, ທາງພາງຕາ, ວາງລະບົບທໍ່ຍາວຫລາຍພັນກິໂລແມັດດ້ວຍລະບົບການສື່ສານແຕ່ພາກເໜືອຂອງຫວຽດນາມຜ່ານພາກກາງ-ພາກໃຕ້ຂອງ
ລາວ ແລະ ຮອດເຂດຕາເວັນອອກສ່ຽງໃຕ້ຂອງຫວຽດນາມ ແລະ ຈົນເຖິງເຂດຕາເວັນອອກສ່ຽງເໜືອຂອງກໍາປູເຈຍ. ກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ໄດ້ຄຽງບ່າຄຽງໄລ່ຕໍ່ສູ້ ແລະ ຮັບປະກັນໃຫ້ເສັ້ນທາງໂຮ່ຈີມິງກາຍເປັນເສັ້ນທາງຍຸດທະສາດ ແລະ ເປັນສາຍເລືອດຫລັກຂອງການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ເພື່ອກອບກູ້ເອົາປະເທດຊາດຂອງປະຊາຊົນສາມປະເທດຫວຽດ ນາມ, ລາວ ແລະ ກໍາປູເຈຍ.

            ດ້ວຍເຈດຈໍານົງ, ຄວາມຕັ້ງອົກຕັ້ງໃຈ, ເຫື່ອແຮງ, ນໍ້າຕາ, ເລືອດເນື້ອ ແລະ ການເສຍສະ ຫລະຕົນເອງຂອງນັກຮົບ ແລະ ປະຊາຊົນຫວຽດນາມ ແລະ ລາວ ໄດ້ປະສົມເຂົ້າກັນບົນເສັ້ນທາງໂຮຈີມິງ-ໄຕເຈືອງເຊິນ, ຈຶ່ງຖືເປັນເສັ້ນທາງແຫ່ງມະຫັດສະຈັນກ້າວໄປສູ່ໄຊຊະນະຂອງສອງປະເທດຫວຽດນາມ ແລະ ລາວ, ເປັນເຄື່ອງໝາຍອັນສະຫງ່າຜ່າເຜີຍຂອງການເສຍສະຫລະ, ການຊ່ວຍ ເຫລືອຢ່າງໝົດຈິດໝົດໃຈຂອງລາວໃຫ້ແກ່ຫວຽດນາມ, ເປັນອານຸສາວະລີທີ່ຍິ່ງໃຫຍ່ ແລະ ເປັນອໍາມະຕະຂອງສາຍພົວພັນສາມັກຄີພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ.

No comments:

Post a Comment