Ad

Ad

27 September 2016

ສປປ ລາວ ແລະ ສາທາລະນະລັດ ກິຣກິດສະຖານຍົກເວັ້ນວີຊາ ສຳລັບຜູ້ທີ່ຖືໜັງສືຜ່ານແດນການທູດ

          ເພື່ອເປັນການເພີ່ມທະວີ ແລະ ຮັດແໜ້ນການພົວພັນມິດຕະ ພາບ ແລະ ເພື່ອອຳນວຍຄວາມສະດວກໃນການເດີນທາງເຂົ້າ-ອອກ ແລະ ພັກເຊົາ ຂອງພົນລະເມືອງສອງປະເທດ, ໃນວັນທີ 24 ກັນຍາ 2016 ທີ່ ສຳນັກງານໃຫຍ່ ຂອງອົງການສະຫະປະຊາຊາດ ທີ່ ນີວຢອກ, ສະຫະລັດ ອາເມ ລິກາ, ໄດ້ມີພິທີລົງນາມໃນສັນຍາ ວ່າດ້ວຍການຍົກເວັ້ນວີຊາ ສຳລັບຜູ້ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະ ການລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກິຣກິດສະຖານ.
 ຕາງໜ້າໃຫ້ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລົງນາມໃນສັນຍາຄັ້ງນີ້ ແມ່ນ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າ
ໃຫ້ ລັດຖະບານ ສາທາລະນະລັດ ກິຣກິດສະຖານ ແມ່ນ ທ່ານ ເອີແລນ ອັບດີວດາແອັບ (Erlan Abdyldaev), ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ສາທາລະນະລັດ ກິຣກິດສະຖານ. ໂດຍມີບັນດາພະນັກງານການທູດຂອງທັງສອງຝ່າຍ ເຂົ້າຮ່ວມໃນພິທີລົງນາມດັ່ງກ່າວ.

          ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກິຣກິດສະຖານ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 13 ມິຖຸນາ 1995. ກິຣກິດສະຖານ ຕັ້ງຢູ່ອາຊີກາງ ມີຊາຍແດນຕິດກັບ ສປ ຈີນ, ກາຊັກສະຖານ, ທາຈິກິດສະຖານ ແລະ ອູສະເບກິດສະຖານ. ກິຣກິດສະ ຖານ ເປັນປະເທດທີ່ປົກຄອງດ້ວຍລະບອບສາທາລະນະລັດ ໂດຍມີ ປະທານາທິບໍດີ ເປັນປະມຸກລັດ, ມີປະຊາກອນ ປະມານ 5,9 ລ້ານກວ່າຄົນ, ເມືອງຫລວງແມ່ນ ບິດສະເຄກ (Bishkek).

No comments:

Post a Comment