Ad

Ad

22 September 2016

ບົດຄໍາເຫັນອໍາລາຂອງທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ເດນຽວ ເອ ຄລູນ


          ການຢ້ຽມຢາມ ສ ປປ ລາວ ຄັ້ງປະຫວັດສາດຂອງປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ, ແມ່ນກົງກັບໄລຍະທີ່ຂ້າພະເຈົ້າຈະສີ້ນສຸດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວ ແລະ ກໍເປັນໄລຍະເວລາທີ່ເໝາະສົມໃນການເລີ່ມສັງກາດໃໝ່ໃນການພົວພັນລະຫວ່າງອາເມລິກາ ແລະ ລາວ, ເຊິ່ງເປັນການຮຳບາດແຜທີ່ມີມາໃນອະດີດ ແລະ ສ້າງ
ພື້ນຖານທີ່ດີສຳລັບອະນາຄົດ.
            ໃນລະຫວ່າງການຢ້ຽມຢາມລາວ, ທ່ານປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ແລະ ທ່ານປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ ໄດ້ຖະແຫລງການໃນການເປັນຄູ່ຮ່ວມມືແບບ
ກວມລວມລະຫວ່າງ ສ ປປ ລາວ ແລະ ສ.ອາເມລິກາ ທີ່ຈະສ້າງໃຫ້ມີກົນໄກການຮ່ວມມືໃນຫລາຍຂົງເຂດວຽກງານ ລວມທັງດ້ານການເມືອງ, ການພົວພັນທາງການທູດ, ເສດຖະກິດ, ການຄ້າ, ການສຶກສາ, ຝຶກອົບຮົມ, ສິ່ງແວດລ້ອມ ແລະ ສາທາລະນະສຸກ, ການແກ້ໄຂຂໍ້ຄົງຄ້າງຈາກສົງຄາມ, ຄວາມໝັ້ນຄົງ, ສິດທິມະນຸດ ແລະ ການພົວພັນລະຫວ່າງປະຊາຊົນສອງປະເທດ.
             ນັບຕັ້ງແຕ່ຂ້າພະເຈົ້າໄດ້ມາປະຈຳການຢູ່ລາວໃນປີ 2013, ຂ້າພະເຈົ້າໄດ້ຕັ້ງໝັ້ນວ່າຈະຊ່ວຍໃຫ້ປະເທດລາວໄດ້ຮັບຄວາມປອດໄພຈາກໄພຄຸກຄາມຂອງລະເບີດທີ່ຍັງບໍ່ທັນແຕກ ແລະ ຕະ ຫລອດໄລຍະ 3 ປີຜ່ານມາ, ພວກຂ້າພະເຈົ້າໄດ້ເພີ່ມງົບປະມານໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກຈາກຈຳນວນເງິນຊ່ວຍເຫລືອ 9 ລ້ານມາເປັນ 30 ລ້ານໂດລາສະຫະລັດຕໍ່ປີ. ຄືດັ່ງທ່ານປະທານາ ທິບໍດີ ບາຣັກ ໂອບາມາ ໄດ້ປະກາດໄວ້ວ່າສະຫະລັດອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຈະໃຫ້ເງິນຊ່ວຍ ເຫລືອຈຳນວນ 90 ລ້ານໂດລາສະຫະລັດ ໃນສາມປີຕໍ່ໜ້າເພື່ອຈັດຕັ້ງການສຳຫລວດຮອບດ້ານຂອງວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO), ສືບຕໍ່ວຽກງານການເກັບກູ້ລະເບີດທີ່ຍັງບໍ່ທັນ
ແຕກ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດທີ່ຍັງບໍ່ທັນແຕກ ແລະ ໃຫ້ຄວາມຮູ້ຕໍ່ຄວາມສ່ຽງທີ່ຈະເກີດຂຶ້ນ.
            ໃນປີນີ້, ພວກເຮົາຈະເລີ່ມຕົ້ນໂຄງການໃໝ່ໃນໄລຍະຫ້າປີຕໍ່ໜ້າຄື: ໂຄງການການສຶກສາຂັ້ນພື້ນຖານທີ່ເລັງໃສ່ປັບປຸງການອ່ານຂອງຊັ້ນປະຖົມຂັ້ນຕົ້ນ, ເນື່ອງຈາກທຳນຽບຂາວໄດ້ເລືອກໃຫ້ ສ ປປ ລາວ ເປັນປະເທດທີ່ໄດ້ຮັບທືນຈາກລັດຖະບານສະຫະລັດອາເມລິກາ ສຳລັບໂຄງການສົ່ງເສີມການສຶກສາແກ່ເດັກຍິງ (Let Girls Learn), ເພື່ອຈະສາມາດແກ້ໄຂບັນຫາຫລາຍຢ່າງທີ່ເດັກຍິງໄດ້ປະສົບພົບພໍ້ຕໍ່ການເຂົ້າໂຮງຮຽນ ແລະ ສຳເລັດການສຶກສາ.  
           ຂ້າພະເຈົ້າຮູ້ສຶກຍິນດີຢ່າງຍິ່ງທີ່ກະຊວງກະສິກຳຂອງສະຫະລັດອາເມລິກາໄດ້ໃຫ້ງົບປະມານເພີ່ມຕື່ມ 27 ລ້ານໂດລາສະຫະລັດ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການອາຫານໂຮງຮຽນ. ຂ້າພະເຈົ້າ ແລະ ພັນລະຍານາງ ຈູດີ ໄດ້ໄປຢ້ຽມຢາມຫລາຍໂຮງຮຽນທີ່ຢູ່ພາຍໃຕ້ໂຄງການດັ່ງກ່າວ ແລະ ສິ່ງທຳອິດທີ່ພວກຂ້າພະເຈົ້າໄດ້ເຫັນນັ້ນກໍຄືຜົນໄດ້ຮັບທີ່ມີຕໍ່ອັດຕາການເຂົ້າຮຽນ.    
            ເພື່ອປັບປຸງວຽກງານດ້ານໂພຊະນາການ, ພວກຂ້າພະເຈົ້າໄດ້ລິເລີ່ມໂຄງການໃໝ່ຂອງອົງການ USAID ມູນຄ່າ 6 ລ້ານໂດລາສະຫະລັດເພື່ອຫລຸດຜ່ອນການຂາດສານອາຫານໃນເດັກ ນ້ອຍ ແລະ ຍັງໄດ້ຮ່ວມມືກັບມະຫາວິທະຍາໄລວິທະຍາສາດ ແລະ ສຸຂະພາບຂອງອໍຣິກອນສະຫະລັດອາເມລິກາ ແລະ ກະຊວງສາທາລະນະສຸກຂອງລາວ ໃນການສ້າງສະຖາບັນໂພຊະນາການລາວ-ອາ
ເມລິກາ.
            ເພື່ອຮັດແໜ້ນສາຍພົວພັນລະຫວ່າງປະຊາຊົນສອງປະເທດ, ສະຫະລັດອາເມລິກາ ກຳລັງເພີ່ມໂຄງການສິດສອນພາສາອັງກິດໂດຍການນຳເອົາຄູສອນ ແລະ ຜູ້ຊ່ຽວຊານດ້ານພາສາມາປະເທດລາວໃຫ້ຫລາຍຂື້ນ ແລະ ສົ່ງເຈົ້າໜ້າທີ່ຂັ້ນສາມັນສຶກສາ ແລະ ມະຫາວິທະຍາໄລໄປສະຫະລັດອາເມ ລິກາ ເພື່ອພັດທະນາທັກສະດ້ານພາສາອັງກິດຂອງເຂົາເຈົ້າ.
              ໃນໄລຍະ 3 ປີທີ່ຜ່ານມາຂ້າພະເຈົ້າໄດ້ປະຕິບັດວຽກເພື່ອສົ່ງເສີມການພັດທະນາທາງດ້ານເສດຖະກິດໃນປະເທດລາວ ແລະ ສ້າງໂອກາດໃນການລົງທຶນຂອງບໍລິສັດອາເມລິກາ. ກ່ອນໜ້າທີ່ປະທານາທິບໍດີ ບາຣັກ ໂອບາມາ ຈະເດີນທາງມາຮອດລາວ, ບໍລິສັດ ເຈເນໂຣນ ເອເລັກທຣິກ(General Electric) ໄດ້ປະກາດຢ່າງເປັນທາງການໃນການເປີດຫ້ອງການຢູ່ນະຄອນຫລວງວຽງຈັນ, ແລະ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈກັບລັດວິສາຫະກິດໄຟຟ້າລາວ ເພື່ອຍົກສູງສູນຝຶກອົບຮົມທາງດ້ານເຕັກນິກ ແລະ ຈັດຕັ້ງການສຳຫລວດລາຍລະອຽດທາງດ້ານເຕັກນິກທີ່ຈະຊ່ວຍໃຫ້ປະເທດລາວລົງທຶນດ້ານລະບົບຕາຂ່າຍໄຟຟ້າຢ່າງມີປະສິດທິພາບ. ບໍລິສັດ ໄມໂຄຣຊ໋ອບ(Micro soft) ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີ, ໂທລະຄົມມະນາ
ຄົມ ແລະ ການສື່ສານ ເພື່ອຊ່ວຍນັກສຶກສາ ແລະ ຜູ້ປະກອບການໃນລາວ ຈຳນວນຫລາຍພັນຄົນໃຫ້ສາມາດເຂົ້າເຖິງຫລັກສູດການຝຶກອົບຮົມຜ່ານລະບົບອອນລາຍ (Cloud) ຫລາຍສາຂາວິຊາຄື: ເຕັກໂນໂລຊີ ແລະ ວິສະວະກຳທາງດ້ານການບັນຊີ ແລະ ພາສາອັງກິດແບບບໍ່ເສຍຄ່າໃຊ້ຈ່າຍ.    
            ຂະແໜງການພັດທະນາ ແລະ ການຄ້າຂອງສະຫະລັດອາເມລິກາ ແມ່ນໄດ້ໃຫ້ທຶນຊ່ວຍເຫລືອໃນການສຶກສາຄວາມເປັນໄປໄດ້ ສຳລັບໂຄງການນຳໃຊ້ພະລັງງານແສງອາທິດ (Solar) ຄວາມແຮງ 20 ເມກາວັດຢູ່ໃນລາວ, ທີ່ຈະເປັນໂຄງການທຳອິດຂະໜາດໃຫຍ່ນຳໃຊ້ພະລັງງານທົດແທນທີ່ບໍ່ແມ່ນພະລັງງານໄຟຟ້ານ້ຳຕົກຢູ່ໃນລາວ ແລະ ເພື່ອສົ່ງເສີມເປົ້າໝາຍຂອງປະເທດໃນການນຳໃຊ້ພະລັງງານທີ່ຫລາກຫລາຍແບບປະສົມປະສານ. 
            ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງຕໍ່ຄວາມຄືບໜ້າອັນພິເສດທີ່ພວກເຮົາໄດ້ປະຕິບັດຮ່ວມກັນ. ຂ້າພະເຈົ້າແມ່ນຜູ້ໂຊກດີທີ່ສຸດທີ່ໄດ້ມີໂອກາດເປັນຕົວແທນຂອງລັດຖະບານສະຫະລັດອາເມລິກາປະຈຳຢູ່ປະເທດລາວ ແລະ ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງປະຊາຊົນລາວ ແລະ ລັດຖະ ບານລາວ ສຳລັບການສະໜັບສະໜຸນ ແລະ ການຮັບຕ້ອນອັນອົບອຸ່ນ. ຕະຫລອດໄລຍະເວລາ

ຢູ່ລາວຂ້າພະເຈົ້າ ແລະ ພັນລະຍາໄດ້ເດີນທາງໄປຢ້ຽມຢາມທັງ 18 ແຂວງຂອງລາວ ແລະ ແຕ່ລະແຂວງໄດ້ສ້າງຄວາມປະທັບໃຈໃຫ້ແກ່ພວກຂ້າພະເຈົ້າຫລາຍ, ບໍ່ວ່າຈະເປັນຄວາມສວຍງາມຂອງທິວທັດທຳມະຊາດ, ຄວາມສວຍງາມຂອງວັດທະນະທຳ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນ ກໍຄືຈິດໃຈທີ່ດີງາມ ແລະ ນ້ຳໃຈອັນອົບອຸ່ນຂອງຄົນລາວນັ້ນເອງ.   

No comments:

Post a Comment